ໝີ ໃນລາວຍັງຖືກລ້າ ລັກລອບ ຊື້ຂາຍ

ໄຊຍາ
2018.03.28
F-Bear ສູນອານຸຮັກ ໝີ ແຂວງຫລວງພຣະບາງ ທີ່ມີຈໍານວນ ໝີ ເພີ່ມຂຶ້ນເລື້ອຍໆ
RFA

ໝີ ຍັງຖືກລ້າຈັບ ແລະ ຊື້ຂາຍຫລາຍຢູ່ລາວ ຕົວຢ່າງອາທິດຜ່ານມາ ເຈົ້າໜ້າທີ່ແຂວງບໍ່ແກ້ວ ກໍ່ຍຶດໝີດຳໄດ້ 3 ໂຕ ຈາກປະຊາຊົນ ແລະ ເມື່ອກາງເດືອນ ມົກກະຣາ ເຈົ້າໜ້າທີ່ກໍຍຶດ ໝີແພນດ້າແດງ ໄດ້ 6 ໂຕ ຢູ່ແຂວງຫລວງນໍ້າທາ, ສ່ວນຈຳນວນໝີຢູ່ ສູນອານຸຮັກ ໝີ ແຂວງ ຫລວງພຣະບາງ ກໍ່ເພີ່ມຂຶ້ນເລື້ອຍໆ ແຕ່ຈຳນວນໝີປ່າ ຍັງບໍ່ມີສະຖິຕິ ວ່າມີເທົ່າໃດ. ດັ່ງທ່ານ ແສງອາລຸນ ຜູ້ອຳນວຍການ ສູນອານຸຮັກ ຟື້ນຟູໝີ Free The Bear ແຂວງ ຫລວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣິ ໃນວັນທີ 28 ມິນາ ນີ້ວ່າ:

"ສະເພາະໂຄງການເຮົາສາມາດເກັບກຳຂໍ້ມູນ ໄດ້ພຽງແຕ່ກໍຄືວ່າເປັນສະເພາະທີ່ວ່າ ຖືກເຂົາເຈົ້າລ້ຽງໄວ້ ເປັນສັດລ້ຽງອີ່ຫຍັງຕ່າງໆ ແຕ່ວ່າໝີ ຕາມທັມມະຊາດ ຍັງບໍ່ມີການສຳຣວດ ວ່າປະຊາກອນ ໝີ ໃນທັມມະຊາດ ຊິມີຢູ່ເທົ່າໃດ."

ທ່ານກ່າວຕື່ມວ່າ ປ່າສງວນແຫ່ງຊາດມີ 24 ແຫ່ງທົ່ວປະເທດ ໂດຍສະເພາະປ່າສງວນແຫ່ງຊາດ ພູແອັດ-ພູເລີຍ ແຂວງຫົວພັນ ຊຶ່ງມີຄວາມ ອຸດົມສົມບູນ ໄປດ້ວຍສັດປ່າຫວງຫ້າມ ກໍ່ຍັງບໍ່ມີເຈົ້າໜ້າທີ່ ລົງກວດກາປະຊາກອນ ໝີ ເທື່ອ. ປະຊາກອນ ໝີ ໃນປີ 2016-17 ທີ່ລ້ຽງໄວ້ ທົ່ວປະເທດ ມີປະມານ 200 ໂຕ ໃນນັ້ນ 52 ໂຕ ຢູ່ໃນສູນອານຸຮັກໝີ 10 ໂຕ ຟາມໝີ ບ້ານເກົ້າລ້ຽວ ນະຄອນຫລວງວຽງຈັນ, ໃນເຂດ ເສຖກິດ ພິເສດ ສາມຫລ່ຽມຄຳປະມານ 100 ໂຕ ແລະປະຊາຊົນລ້ຽງໄວ້ ໃນແຂວງຕ່າງໆປະມານ 30 ໂຕ. ຍ້ອນຈຳນວນໝີ ເພີ່ມຂຶ້ນ ສູນອານຸຮັກ ໝີ ຫລວງພຣະບາງ ຈຶ່ງສ້າງສູນໃໝ່ ໄກຈາກເທສບານ ຫລວງພຣະບາງ 17 ກິໂລແມັດ.

ທ່ານ ແສງອາລຸນ ກ່າວຕື່ມອີກວ່າ ນັບແຕ່ເປີດສູນ ອານຸຮັກໝີ ເຈົ້າໜ້າທີ່ໄດ້ເຮັດໝັນໃຫ້ໝີ ຕົວຜູ້ພຽງ 5 ໂຕ ແຍກຄອກ ລະຫວ່າງ ໂຕຜູ້ -ໂຕແມ່ ເພື່ອບໍ່ໃຫ້ປະສົມພັນກັນ. ດັ່ງທ່ານກ່າວຕື່ມວ່າ:

"ອັນນັ້ນຜ່ານມາເນາະທຳອິດເລີຍເນາະ ເລີ້ມຕົ້ນເອົາໝີມາ ມີໝີພຽງແຕ່ຄືວ່າມີ 5 ໂຕ ທຳອິດທີ່ວ່າເຮົາເຮັດໝັນຫັ້ນນ່າ ແຕ່ວ່າຫຼັງຈາກນັ້ນ ມາ ເຮົາບໍ່ໄດ້ເຮັດໝັນ ຈັກເທື່ອເນາະ ພຽງແຕ່ວ່າຈະແຍກເພດ ເນາະ ເມື່ອເວລາມັນຮອດອາຍຸການ ທີ່ຈະປະສົມພັນ ໄດ້ແລ້ວເຮົາຈະແຍກ ເພດ ມັນຄືປະຈຸບັນ ເຮົາແຍກເພດເລີຍ."

ສ່ວນໝີແພນດ້າແດງທັງ 3 ໂຕ ທີ່ລອດຊີວິດມາໄດ້ ຈາກທັງໝົດ 6 ໂຕ ທີ່ຊ່ວຍມາໄດ້ຈາກ ແຂວງຫຼວງນໍ້າທາ ເມື່ອວັນທີ 12 ມົກກະຣາ 2018 ນັ້ນ ຂນະນີ້ກໍມີ ສຸຂພາບແຂງແຮງດີ ຢູ່ຢ່າງປອດໄພ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.