ນໍ້າຖ້ວມນະຄອນຫຼວງ ວຽງຈັນ

ໄຊຍາ
2019.08.21
F-VT-Flood ເກີດ​ນ້ຳ​ຖ້ວມ​ຂັງ​ ຢູ່ຫຼາຍ​ພື້ນ​ທີ່ ໃນ​​ນະ​ຄອນຫຼວງວຽງ​ຈັນ ພາຍຫຼັງ​ທີ່​ຝົນ​ຕົກ​ໜັກ ​ຕິດ​ຕໍ່​ກັນ​ຫຼາຍ​ຊົ່ວ​ໂມງ ​ຕ​ລອດ​ຄືນ​ວັນ​ທີ 20 ຕໍ່​ມາ​ໃສ່​ເຊົ້າ ​ຂອງວັນ​ທີ 21 ສິງ​ຫາ ນີ້
RFA

ຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ໃນວັນທີ 20 ສິງຫາ ຜ່ານມາເຮັດໃຫ້ເກີດນໍ້າຖ້ວມຂັງ ຕາມເສັ້ນທາງທີ່ສຳຄັນ ໃນນະຄອນຫຼວງວຽງຈັນ ດັ່ງ ຄ້ອຍໂພນຕ້ອງ, ສີ່ແຍກໄຟແດງທາດຫຼວງ ແລະ ທາງຕັດໃໝ່ ໂພນສີນວນ. ຕໍ່ສະພາບນໍ້າຖ້ວມ ດັ່ງກ່າວປະຊາຊົນ ຊາວນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ RFA ໃນວັນທີ 21 ສິງຫາ ວ່າ ຂີ້ເຫຍື້ອອຸດຕັນ ຮ່ອງຣະບາຍນໍ້າ ເຊິ່ງເປັນສາເຫດຫຼັກເຮັດໃຫ້ນໍ້າຖ້ວມຂັງ ໃນນະຄອນ ຫຼວງວຽງຈັນ.

"ເວລາຝົນບໍ່ຕົກຂີ້ເຫຍື້ອ ນີ້ເຕັມຢູ່ໃສກາມີແຕ່ເພິ່ນບໍ່ມ້ຽນ ບາດນີ້ຝົນຕົກມາຂີ້ເຫຍື້ອ ມັນຫາໄຫຼໄປອັດໃສ່ຮ່ອງນໍ້າຮ້ອງ ໃນຊັ້ນລະບໍ່ ກາບໍ່ແມ່ນ ວ່າມັນຢາກຖ້ວມດອກ ຍ້ອນວ່າມັນບໍ່ຢາກເອົາຫົວຊາ ອັນໃດບໍ່ໄດ້ເງິນ ເພິ່ນກາບໍ່ຢາກເຮັດຫັ້ນນ່າ."

ນໍ້າຖ້ວມຂັງໃນນະຄອນຫຼວງວຽງຈັນ ສ່ວນຫຼາຍຍັງແມ່ນຖ້ວມຈຸດເກົ່າ ເຊິ່ງບໍ່ທັນໄດ້ຮັບການແກ້ໄຂ ຈາກພາກສ່ວນກ່ຽວຂ້ອງ ເຊັ່ນ; ຄ້ອຍ ໂພນຕ້ອງ ທີ່ມີການສັນຈອນໜາແໜ້ນ ເມື່ອຝົນຕົກໜັກ ຈຸດນີ້ກໍ່ຖ້ວມສູງປະມານ 1 ແມັດ ຣົດຈັກບໍ່ສາມາດ ທຽວໄດ້ ດັ່ງຊາວບ້ານໂພນ ຕ້ອງສະຫວາດ ຄົນນື່ງ ເວົ້າວ່າ:

"ໂອຄັນຍາມຝົນນີ້ແມ່ນເຮົາຢາກວ່າຕລອດ ດຽວນີ້ແຮງແລ້ວ ເພາະເຮົາເອົາອັນນັ້ນປໍ້ານໍ້າອອກເລີຍ."

ຕໍ່ບັນຫານໍ້າຖ້ວມຂັງ ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງວ່າການ ໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ ກ່າວຕໍ່ຊື່ມວນຊົນວ່າ ບັນຫານໍ້າອັ່ງໃນເສັ້ນທາງ ເມືອງໄຊເສດຖາ ເກີດຈາກນໍ້າຝົນ ຈາກເຂດສູງໄຫຼລົງ ຕາມເສັ້ນທາງເຮັດໃຫ້ ຣະບາຍລົງທໍ່ນໍ້າບໍ່ທັນ ຍ້ອນນໍ້າມາ ຫຼາຍເກີນໄປ ໃນເວລາຝົນຕົກ ໂດຍໄດ້ສັ່ງໃຫ້ພາສ່ວນກ່ຽວຂ້ອງ ລົງມາແກ້ໄຂຕິດຕາມບັນຫາແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.