ສວນກ້ວຍຈີນປ່ອຍໃຫ້ເຄມີໄຫຼ ລົງສູ່ ລໍານໍ້າ

ມະນີຈັນ
2014.07.28
f-default ສວນກ້ວຍຈີນປ່ອຍໃຫ້ສານເຄມີ ລົງສູ່ ລໍານໍ້າ
RFA

 

ນັກລົງທຶນ ຈີນ ເຂົ້າມາ ເຊົ່າທີ່ດິນ ໃນ ເມືອງແບງ ແຂວງ ອຸດົມໄຊ ເພີ່ມຂຶ້ນ ເພື່ອປູກກ້ວຍ ຊຶ່ງ ປັຈຈຸບັນ ມີ ທັງໝົດ 6 ບໍຣິສັດ ນໍາໃຊ້ ສານເຄມີ ປະເພດ ຕ່າງໆ ໃນສວນກ້ວຍ. ສິ່ງທີ່ເປັນ ຫ່ວງ ຄືໃນ ຣະດູຝົນ ນໍ້າຝົນ ເຊາະເອົາ ສານເຄມີ ທີ່ຕົກຄ້າງ ໃນສວນກ້ວຍ ໄຫລ ລົງສູ່ ນໍ້າແບງ ທີ່ໄຫລຜ່ານ ຫລາຍບ້ານ ເຮັດໃຫ້ ຊາວບ້ານ ມີ ຄວາມສ່ຽງ ທີ່ ຈະໄດ້ຮັບ ອັນຕຣາຍ. ຕາມ ຄໍາເວົ້າຂອງ ເຈົ້າໜ້າທີ່ ຊັພຍາກອນ ນໍ້າ ແລະ ສິ່ງ ແວດລ້ອມ ແຂວງ ອຸດົມໄຊ.

"ມາຕື່ມ ແມ່ນ 2 ບໍຣິສັດ ຊຸດແລ້ວ ມັນມີ 4 ບໍຣິສັດ ແລ້ວໃດ໋ ທັງໃສ່ຝຸ່ນ ທັງໃສ່ປຸ໋ຍ ທັງ ສີດຢາ ທັງ ໃສ່ຜົງຫຸ້ມ ເຄືອກ້ວຍ 15 ບ້ານນີ້ ແຫລະ ທີ່ໄດ້ຮັບ ສະເພາະ ມັນສິລົງ ລົງນໍ້າອື່ນໆ ມັນກະບໍ່ສູ່ ລົງ ແຕ່ວ່າມັນ ສິລົງຢູ່ ຮ່ອງ ນໍ້າແບງ".

ທ່ານກ່າວ ຕໍ່ໄປວ່າ ສວນກ້ວຍ ຂອງຈີນ ຢູ່ບໍ່ໄກ ສານເຄມີ ຈຶ່ງ ໄຫລລົງ ນໍ້າແບງ ໄດ້ງ່າຍ ຈົນຊາວບ້ານ ບໍ່ກ້າ ເອົານໍ້າຈາກ ນໍ້າແບງ ມາໃຊ້ ເພາະ ຮູ້ກັນດີວ່າ ມັນເປັນ ອັນຕຣາຍ ຕໍ່ ສຸຂພາບ ແລະ ດຽວນີ້ ຫລາຍບ້ານ ກໍມີຣະບົບ ນໍ້າລິນ ນໍ້າສ້າງ ແລ້ວ. ແຕ່ຊາວບ້ານ ຫລາຍຄົນ ກໍຍັງເອົານໍ້າ ຈາກນໍ້າແບງ ມາໃຊ້ ໃນ ການປູກຝັງ ແລະ ໃຊ້ອາບ ຢູ່ ເປັນບາງເທື່ອ. ເມື່ອ ຖາມວ່າ ສວນກ້ວຍ ຂອງຈີນ ມີການໃຊ້ ສານເຄມີ ຫລາຍປານໃດ ຕໍ່ມື້ນັ້ນ ທ່ານບອກວ່າ ບໍ່ຮູ້ ຍ້ອນພວກ ເຂົາເຈົ້າ ບໍ່ໃຫ້ ຄວາມ ຮ່ວມມື ໃຫ້ ເຈົ້າໜ້າທີ່ ໄປກວດກາ ມີແຕ່ ຣາຍງານ ປາກເປົ່າ ຊື່ໆ.

ດິນປູກຝັງ ທີ່ ຊາວຈີນ ມາຂໍ ເຊົ່າ ເພື່ອປູກກ້ວຍ ນັ້ນ ແມ່ນດິນ ຂອງ ປະຊາຊົນ ທັງໝົດ ເພາະບໍ່ມີ ທີ່ ດິນຣັຖ ສໍາລັບ ໃຫ້ ສັມປະທານ. ຢ່າງໃດກໍຕາມ ເຖິງແມ່ນວ່າ ນັກລົງທຶນ ຈີນ ຈະໃຫ້ ຄ່າເຊົ່າ ທີ່ດິນສູງ ເຖິງ 10 ກວ່າ ລ້ານກີບ ຕໍ່ເຮັກຕາ ກໍຕາມ ແຕ່ກໍບໍ່ ຄຸ້ມຄ່າ ກັບ ທີ່ດິນ ຂອງ ປະຊາຊົນ ຈະຖືກ ທໍາລາຍ ດ້ວຍ ສານເຄມີ ຕົກຄ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.