ຣົດບໍຣິສັດຈີນຖືກ ລັດຍິງ

ອຸ່ນແກ້ວ ສຸກສະຫວັນ
2016.01.24
F-BMW ຣົດ ຍໍຣິສັດ ບໍ່ແຮ່ ຂອງຈີນ ໃນລາວ ຖືກ ລັດຍິງ ຢູ່ ພາກເໜືອ ມີຜູ້ ເສັຽຊີວິດ 2 ຄົນ ບາດເຈັບ 1 ຄົນ.
Citizen Journalist

ຣົດບໍຣິສັດບໍ່ແຮ່ຈີນຖືກ ລັດຍິງ

ມີ ກຸ່ມຄົນຮ້າຍ ບໍ່ຮູ້ຈໍານວນ ກໍ່ກວນ ຄວາມວຸ້ນວາຍ ລັດຍິງຣົດ ຂອງ ບໍຣິສັດ ບໍ່ແຮ່ ຈີນ ຢູ່ ເສັ້ນທາງ ຣະຫວ່າງ ແຂວງ ຊຽງຂວາງ ແລະ ແຂວງ ໄຊສົມບູນ ພາກເໜືອ ຂອງລາວ, ເຮັດໃຫ້ມີ ຜູ້ເສັຽຊີວິດ 2 ຄົນ ບາດເຈັບ 1 ຄົນ. ຊາວບ້ານ ທ່ານນຶ່ງ ທີ່ ເດີນທາງ ຜ່ານມາພໍດີ ເຫັນເຫດການ ໄດ້ກ່າວຕໍ່ ເອເຊັ ຽເສຣີ ວ່າ:

ເຫດການ ເກີດຂຶ້ນ ເວລາ ປະມານ 10 ໂມງເຊົ້າ ວັນທີ 24 ມົກກະຣາ 2016, ມີຣົດຍີ່ຫໍ້ BMW ສີຂາວ ຊຶ່ງເປັນ ຣົດ ບໍຣິສັດ ບໍ່ແຮ່ ຂອງຈີນ ທີ່ເດີນທາງ ໄປຕາມ ເສັ້ນທາງ ທີ່ ກ່າວມາ ຂ້າງເທິງ ນັ້ນ.

ຊາວບ້ານ ທ່ານນັ້ນ ເວົ້າກັບ ເອເຊັຽ ເສຣີ ອີກວ່າ: ຫຼັງຈາກ ເກີດເຫດການ ລັດຍິງຣົດ ຄັນ ດັ່ງກ່າວ ຕໍ່ມາບໍ່ດົນ, ກໍມີ ເຈົ້າໜ້າທີ່ ທະຫານ ປະມານ 10 ຄົນ ທີ່ ຮັກສາຄວາມ ສະຫງົບ ໃນເຂດນັ້ນ ໄດ້ເຂົ້າມາ ບ່ອນຈຸດ ທີ່ເກີດເຫດ ແລະ ຫ້າມບໍ່ໃຫ້ ມີໃຜ ເຂົ້າໃກ້.

ຈາກ ສະພາບ ຣົດ ທີ່ ຖືກຍິງນັ້ນ ແມ່ນ ທາງຂ້າງ ເບື້ອງຂວາ ມີຮູລູກປືນ ຫຼາຍນັດ, ສັນນິຖານ ວ່າ ເປັນເຫດໃຫ້ ຣົດຄັນນັ້ນ ເສັຽຫຼັກ ເມື່ອຖືກຍິງ ຈຶ່ງ ເຈືອດໄປຕໍາ ໃສ່ເປີ້ນພູ, ຄົນໃນຣົດ ເສັຽຊີວິດ ຄາທີ່ 2 ຄົນ ບາດເຈັບ 1 ຄົນ.

ເຫດການ ລັດດັກຍິງ ຣົດ ຕາມເສັ້ນທາງ ໄປຫາ ແຂວງ ໄຊສົມບູນ ເກີດຂຶ້ນ ຫຼາຍເທື່ອແລ້ວ ນັບແຕ່ ເດືອນ ພຶສຈິກາ 2015 ເປັນຕົ້ນມາ.

ໃນວັນທີ 14 ມົກກະຣາ ກໍມີຣົດເມ ໂດຍສານ ຂອງ ບໍຣິສັດ ຈິດປະສົງ ຍອດນິຍົມ ມຸ້ງໜ້າໄປ ຕາມ ເສັ້ນທາງ ເຂດພູຄູນ ເມືອງ ກາສີ ແຂວງ ວຽງຈັນ ກໍຖືກລັດ ຍິງ ມີຜູ້ ເສັຽຊີວິດ 1 ຄົນ.

ໃນ ເດືອນ ພຶສຈິກາ ຫາ ເດືອນ ທັນວາ 2015 ຢູ່ ແຂວງ ໄຊສົມບູນ ກໍມີເຫດ ລັດຍິງ ຣົດ ຕາມເສັ້ນທາງ ຫຼາຍຄັ້ງ ແລະ ເກີດການ ປະທະກັນ ຣະຫວ່າງ  ກໍາລັງ ທະຫານ ຂອງທາງການ ກັບກຸ່ມຄົນ ບໍຮູ້ວ່າເປັນ ຝ່າຍໃດ, ໃນເຫດການ ຄັ້ງນັ້ນ ປະຊາຊົນ ເສັຽຊີວິດ 4 ຄົນ, ຝ່າຍທະຫານ ເສັຽຊີວິດ 3 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.