ຄວັນຈາກໂຮງງານຈີນ ລົບກວນ ຊາວບ້ານ

ໄມຊູລີ
2018.05.15
F-LP ປະຊາ​ຊົນ​ ຮ້ອງທຸກ ຕໍ່ການ​ດຳ​ເນີນ​ທຸຣະ​ກິດ ຂອງ​ຄົນ​ຈີນ ​ຢູ່​ທາງ​ເລກ 7 ​ເມືອງ​ພູ​ຄູນ ​​ແຂວງຫລວງ​ພະ​ບາງ ວ່າ​ເຮັດ​ໃຫ້​ມີ​ຄວັນ ​ແລະ ກິ່ນ​ຂິວ​ກະຈາຍ​ໄປ​ທົ່ວ ​ເຂດ​ໃກ້​ຄຽງ ​ສົ່ງ​ຜົນ​ໃຫ້ ​ປະຊາຊົນ​ຫາຍ​ໃຈ​ລຳບາກ
screen captured : laophattananews

ເຈົ້າໜ້າທີ່ຫ້ອງການເມືອງພູຄູນ ແຂວງຫລວງພຣະບາງ ກໍາລັງເຂົ້າໄປແກ້ໄຂບັນຫາ ໂຮງງານເຕົາອົບ ເຄື່ອງປ່າຂອງດົງ ແລະເຕົາເຜົາ ຖ່ານຫີນ ຂອງນັກລົງທຶນຈີນ ຢູ່ແຄມທາງເລກ 7 ທີ່ປ່ອຍຄວັນ ແລະກິ່ນຂິວ ໃສ່ປະຊາຊົນ ທີ່ຢູ່ອ້ອມແອ້ມໂຮງງານ ທີ່ສົ່ງຜົນຕໍ່ສຸຂພາບ ຂອງຄົນ, ເຈົ້າໜ້າທີ່ໄດ້ແນະນໍາໃຫ້ ເຈົ້າຂອງໂຮງງານ ຍ້າຍໄປຕັ້ງຢູ່ບ່ອນໃໝ່ ແຕ່ຍັງບໍ່ຍ້າຍເທື່ອ, ດັ່ງເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະການຄ້າ ເມືອງພູຄູນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 15 ພຶສພາ ນີ້ວ່າ:

“ເຂົາເຈົ້າຈູດຖ່ານຫີນນະ ໃຊ້ແມ່ນຫຍັງຫັ້ນນະ ຈູດໂຕນັ້ນແລ້ວຄວັນໂພດ ມັນຂິວໂພດ ກໍໄດ້ເວົ້ານໍາເພິ່ນເທື່ອນຶ່ງແລ້ວ ທາງເມືອງເພິ່ນວ່າ ໃຫ້ຊອກບ່ອນໃຫມ່ ຫັ້ນເດ໊ ແຕ່ວ່າຍັງຢູ່ບ່ອນເກົ່າຫັ້ນແຫລະ.”

ນາງກ່າວຕື່ມວ່າ ຄວັນແລະກິ່ນຂິວ ຈາກໂຮງງານດັ່ງກ່າວ ເຮັດໃຫ້ປະຊາຊົນ ທີ່ຢູ່ອ້ອມແອ້ມຈໍານວນ 7 ຄອບຄົວ ໄດ້ຮັບຜົນກະທົບ ຕໍ່ ສຸຂພາບຮ່າງກາຍ ເປັນຕົ້ນຕາແດງ, ໄອ, ຫັນໃຈບໍ່ອອກ, ພວກເຂົາເຈົ້າໄດ້ສເນີ ໃຫ້ທາງການແກ້ໄຂ ແຕ່ມາຮອດປັຈຈຸບັນ ໂຮງງານຈີນ ແຫ່ງນີ້ຍັງຢູ່ຄືເກົ່າ ບໍ່ມີແນວໂນ້ມວ່າ ຈະຍ້າຍໄປບ່ອນໃໝ່.

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເມືອງພູຄູນ ກ່າວວ່າທາງຫ້ອງການ ສົມທົບກັບ ເຈົ້າໜ້າທີ່ຕໍາຣວດ ເມືອງໄດ້ລົງໄປກວດກາ ໂຮງງານດັ່ງກ່າວແລ້ວ ແລະມີຄໍາສັ່ງໃຫ້ ເຊົາເຜົາຖ່ານຫີນ ແຕ່ຍັງອະນຸຍາດໃຫ້ ໃຊ້ເຕົາອົບໄດ້ ຕາມປົກຕິ ແຕ່ໃຫ້ເປັນຖ່ານຫີນ ທ່ານວ່າ:

“ຜ່ານມາກໍໄດ້ລົງກວດກາ ໃຫ້ຜູ້ກ່ຽວຢຸດເຊົາການນໍາໃຊ້ບໍ່ຖ່ານຫີນຫັ້ນ ບໍ່ຮອດເດືອນດອກ ເຂົາເຜົາຖ່ານຫີນຫັ້ນນະ ກະທົບບາງຣະຍະຊື່ໆ ເວລາເຂົາໃສ່ຖ່ານຫີນ ມັນກໍສົ່ງຜົນກະທົບ ເລັກໆນ້ອຍໆ.”

ໂຮງງານດັ່ງກ່າວເປັນໂຮງງານຂນາດນ້ອຍ ເປິດໃຊ້ມາແລ້ວ 3 ປີ ແຕ່ຫາກໍເຜົາຖ່ານຫີນ ເມື່ອເດືອນທີ່ແລ້ວ; ໂຮງງານນີ້ຕັ້ງຫ່າງຈາກ ຊຸມຊົນ ແລະເຂດເທສບານ ເມືອງພູຄູນ ປະມານ 500 ແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.