ຈີນ ໃຊ້ສານເຄມີຫຼາຍ ໃນການ ປູກຝັງ

ຈໍາປາທອງ
2019.07.09
f-phongsaly-tea ພື້ນທີ່ ປຸກຊາ ຢູ່ ແຂວງຜົ້ງສາລີ
ຮູບພາບຈາກ : ນັກຂ່າວພົລເມືອງ

ສີ່ ບໍຣິສັດຂອງຈີນ ທີ່ມາລົງທຶນປູກໝາກຖົ່ວແປ ໃນເນື້ອທີ່ທັງໝົດ 130 ເຮັກຕາ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ມາຕັ້ງແຕ່ປີ 2010 ນັ້ນໃຊ້ສານເຄມີ ຫລາຍ. ແຕ່ບໍ່ສາມາດຢັ້ງຢືນໄດ້ວ່າ ສານເຄມີ ທີ່ຈີນໃຊ້ນັ້ນ ເປັນພິດຮຸນແຮງເກີນມາຕຖານຫລືບໍ່ ຍ້ອນບໍ່ມີເຄຶ່ອງວິໃຈ ໃຫ້ລະອຽດ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ເມືອງຍອດອູ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ກໍຣະກະດາ ນີ້:

"ໝາກຖົ່ວນີ້ປູກຫຼາຍຢູ່ ປູກຫັ້ນ ສີ່ບໍຣິສັດ ສ່ວນຫຼາຍຈີນເຂົາໃຊ້ ຝຸ່ນຮອງພື້ນຫັ້ນ ຝຸ່ນເລັ່ງຫັ້ນ ຝຸ່ນໃຫ້ໝາກ ຝຸ່ນຄອກນະ ໃສ່ໃຫ້ຄອກຫັ້ນ ມັນຈັບດີ ໂອຍມາຫລາຍໆແນວ ສີດໃຫ້ໝາກຖົ່ວມັນເປັນບໍ ແນວນີ້ແນວນີ້ມີໝົດແຫລະ ສີດໄລ່ແມງໄມ້ ມະຫຍັງມີໝົດ ຖ້າເຮົາບໍ່ມີເຄຶ່ອງ ວິຈັຍ ບໍ່ສາມາດຢັ້ງຢືນໃຫ້ວ່າ ໃສ່ສານເຄມີນໍ ມັນເກີນຫລືບໍ່ເກີນ."

ນາງເວົ້າວ່າ ທີ່ຜ່ານມາຍັງບໍ່ມີກໍາມະກອນລາວ ທີ່ເຮັດວຽກຢູ່ສວນໜາກຖົ່ວແປ ຂອງຈີນນັ້ນ ເມົາຢາ, ເຈັບເປັນໄປເຂົ້າໂຮງໝໍເທື່ອ. ແຕ່ເຫັນພວກເຂົາເຈົ້າ ນຸ່ງສົ້ງຂາສັ້ນ, ບໍ່ໃສ່ຊົບມື ບໍ່ໃສ່ຖົງຕີນ, ບໍ່ເອົາຜ້າອັດດັງ; ໄດ້ເຕືອນພວກເຂົາເຈົ້າ ໃຫ້ຣະມັດຣະວັງ ຜົນກະທົບ ທີ່ອາດຈະເກີດຂຶ້ນ ຍ້ອນສານພິດເຄມີ ທີ່ສະສົມຢູ່ໃນຮ່າງກາຍ.

ປັດຈຸບັນມີໂຮງງານຂນາດໃຫຍ່ ຂອງຈີນ 8 ແຫ່ງ ທີ່ລົງທຶນປູກຊາ ຢູ່ເມືອງຜົ້ງສາລີ ທີ່ໃຊ້ບໍ່ສານເຄມີ, ໃຊ້ປຸຍທັມຊາດ, ດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ເມືອງຜົ້ງສາລີ ກ່າວໃນມື້ດຽວກັນນັ້ນວ່າ:

"ສານເຄມີ ບໍ່ມີຫຼາຍ ເປັນຊາອິນຊີ ແລ້ວ ເຂົາເຈົ້າເອີ້ນໂຄງການ ເຂົາເຂົ້າມາຫລາຍເດ້ ແລ້ວ ອັນຄົນຈີນ ກໍມາລົງທຶນຫລາຍເຕີບອີກ ໂຄງການເຂົ້າມາແລ້ວ ເຂົາເຈົ້າພາຊາວບ້ານ ພາໄປເຮັດຢູ່ສວນຊາ ເຮັດຝຸ່ນບົ່ມ ເອົາເຟືອງເຂົ້າ ເອົາຫຍ້າຂິວອີ່ຫຍັງ ເອົາໄປເຮັດຝຸ່ນບົ່ມ ແລ້ວກໍເອົາໄປພວນດິນ ແລ້ວເອົາໄປໃສ່ ຕົ້ນຊາ ກໍງາມແທ້ ອັນນັ້ນເຂົາເລືອກ ຊາປອດສານພິດ ຢູ່ປັດຈຸບັນນີ້."

ເວົ້າເຖິງການໃຊ້ສານເຄມີ ໃນການປູກຝັງ ຢູ່ແຂວງຜົ້ງສາລີ ທ່ານ ກົງຈີ ຢາງຈື ສະມາຊິກສະພາແຫ່ງຊາດ ເຂດ 2 ແຂວງຜົ້ງສາລີ ທ່ານນຶ່ງ ໄດ້ກ່າວຢູ່ກອງປະຊຸມ ສະພາແຫ່ງຊາດທີ່ຫາກໍປິດລົງ ເມື່ອທ້າຍເດືອນມິຖຸນາ ຜ່ານມານີ້ວ່າ ການຜລິດກະສິກັມ ໂດຍສະເພາະ ໝາກຖົ່ວ, ໝາກແຕງ ແລະພືດລົ້ມລຸກນັ້ນ ມີການນໍາໃຊ້ສານເຄມີ ເກີນມາຕຖານຢູ່ຫຼາຍແຫ່ງ. ດັ່ງ ນັ້ນຈຶ່ງຮຽກຮ້ອງ ໃຫ້ປະຊາຊົນເປັນ ເຈົ້າການ ເອົາໃຈໃສ່ໃນການໃຊ້ ສານເຄມີ ໃຫ້ຢູ່ໃນຂອບເຂດ ທີ່ເໝາະສົມ ເພື່ອບໍ່ໃຫ້ເກີດ ມົລພິດ:

"ຂ້າພະເຈົ້າ ຢາກຮຽກຮ້ອງ ໃຫ້ປະຊາຊົນຊາວຜົ້ງສາລີ ຂອງພວກເຮົາຕ້ອງໄດ້ ມີຄວາມລະມັດລະວັງ ຕ້ອງໄດ້ເອົາໃຈໃສ່ ຄັນຢາກໃຊ້ ຕ້ອງໄດ້ເອົາໃຈໃສ່ ຖາມເຖິງການຈັດຕັ້ງວ່າ ຢາປະເພດນີ້ໃຊ້ໄດ້ຫລືບໍ່ ວິທີໃຊ້ແນວໃດ ບໍ່ຄວນຈະມັກງ່າຍ ວ່າສີດໄປ ແລ້ວຫຍ້າຈະຕາຍ ແລ້ວເຮົາ ຈະສະດວກສະບາຍ ແຕ່ບາງເທື່ອ ເຣຶ່ອງຄວາມສະດວກສະບາຍ ດັ່ງກ່າວນີ້ ຈະເຮັດໃຫ້ພວກເຮົາ ສູນເສັຍໄປໃນໄລຍະຍາວ ນັກລົງທຶນ ທີ່ເຂົາມາລົງທຶນນີ້ ສ່ວນຫລາຍເຂົາຈະມັກງ່າຍ ເພາະວ່າປະເທດ ນີ້ບໍ່ແມ່ນຂອງເຂົາ ເປັນຂອງເຮົາ."

ທ່ານກ່າວຕື່ມອີກວ່າ ຈີນ ມາອໍານວຍຄວາມສະດວກ ໃນແງ່ການຄ້າ ໃຫ້ລາວ ແລະ ໃນຂນະດຽວກັນ ຈີນ ກໍສ້າງພິດສ້າງພັຍທີ່ເປັນ ອັນຕະຣາຍໃຫ້ ດັ່ງນັ້ນຈຶ່ງຢາກໃຫ້ປະຊາຊົນ ຜົ້ງສາລີທຸກຄົນ ພິຈາຣະນາ ເຣຶ່ອງຣະບຽບການ ຢ່າປະໝາດ.

ປັດຈຸບັນ ໃນສວນກ້ວຍຈີນ ຢູ່ແຂວງຕ່າງໆຂອງລາວ ຍັງໃຊ້ສານເຄມີ ຢູ່ຕໍ່ມາ ເຮັດໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະປະຊາຊົນ. ສານເຄມີທີ່ວ່ານັ້ນ ສ່ວນນຶ່ງ ຖືກນໍາມາຈາກປະ ເທດຈີນ ໂດຍບໍ່ມີການກວດກາ ຈາກເຈົ້າໜ້າທີ່ ດ່ານແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.