ຊາວບ້ານຫາປາແບບບໍ່ ຮູ້ແຈ້ງ ສັດນໍ້າສງວນ

ອຸ່ນແກ້ວ ສຸກສະຫວັນ
2020.10.07
f-stingray ຊາວບ້ານໃໝ່ ເມືອງປະທຸມພອນ ແຂວງຈໍາປາສັກ ຈັບປາຝາໄລ ໄດ້ ຢູ່ແມ່ນໍ້າຂອງ ເມື່ອວັນທີ 16 ກັນຍາ 20 ຜ່ານມາ ໂດຍທີ່ບໍ່ຮູ້ວ່າ ພວກຕົນກໍາລັງຣະເມີດກົດໝາຍ ສັດນໍ້າ ແລະ ສັດປ່າ ປະເພດ ຫວງຫ້າມ
ນັກຂ່າວພົລເມືອງ

ປະຊາຊົນລາວ ທີ່ອາສັຍຢູ່ແຄມນ້ຳຂອງ ຍັງບໍ່ຮູ້ກົດໝາຍ ວ່າດ້ວຍສັດນ້ຳ ແລະສັດປ່າເທົ່າທີ່ຄວນ ຈຶ່ງເຮັດໃຫ້ປັດຈຸບັນ ໃນໄລຍະລະດູຝົນ ທຸກໆປີ ຊາວບ້ານຍັງຈັບສັດນ້ຳຄຸ້ມຄອງ ກັນໄດ້ເປັນປະຈຳ ເປັນຕົ້ນ ປາຝາໄລ ທີ່ເປັນໜຶ່ງໃນປາ ທີ່ຂຶ້ນທະບຽນໃນບັນຊີ ສັດນ້ຳຫວງຫ້າມ ຕັ້ງແຕ່ປີ 2008.

ໃນວັນທີ 16 ກັນຍາ ທີ່ຜ່ານມາ ຊາວບ້ານໃໝ່ ເມືອງປະທຸມພອນ ແຂວງຈຳປາສັກ ຈັບປາຝາໄລໄດ້ 1 ໂຕ ຢູ່ແມ່ນ້ຳຂອງ ເປັນຕົວຜູ້ນ້ຳ ໜັກ 25 ກິໂລກຼັມຍາວປະມານ 1 ແມັດ ໂດຍປາຜາໄລ ລອຍໄປຕິດມອງ ຂອງຊາວບ້ານ ແລະ ຊາວບ້ານກໍຈັບຂຶ້ນມາ ສ່ວນໃຫຍ່ນຳໄປ ຂາຍເພື່ອໃຫ້ໄດ້ເງິນ. ຊາວບ້ານເມືອງປະທຸມພອນ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 6 ກັນຍາ ວ່າ:

"ປາຝາໄລ ດົນໆ ເຂົາຈັ່ງໄດ້ເທື່ອນຶ່ງ ຄັນໄດ້ມາສ່ວນຫຼາຍ ເຂົາກະເອົາໄປຂາຍໄປຄົວຂາຍເປັນກິໂລ ແລ້ວກະບາງຄັ້ງກະຮູ້ເທົ່າບໍ່ເຖິງການ ບໍ່ເຖິງກົດໝາຍ ລະບຽບກົດໝາຍສ່ຳ ວ່າປາຝາໄລຢູ່ນີ້ ມັນເປັນປາ ຫວງຫ້າມ ໝາຍຄວາມວ່າ ບໍ່ຮູ້ກະຢ້ານຄວາມຜິດ."

ຊາວບ້ານທ່ານນີ້ ກ່າວຕື່ມວ່າ ຊາວບ້ານບາງຄົນ ຮູ້ກ່ຽວກັບສັດນ້ຳຊນິດຫວງຫ້າມຄື ປາຝາໄລ ແຕ່ຖ້າຈັບປາຝາໄລໄດ້ ກໍບໍ່ໄດ້ປະຕິບັດຕາມ ກົດໝາຍ ແລະກໍເອົາປາຝາໄລນັ້ນໄປຂາຍ ເພື່ອໃຫ້ໄດ້ເງິນ ແລະ ກໍບໍ່ໄດ້ຢ້ານກົດໝາຍ ຍ້ອນເຈົ້າໜ້າທີ່ ບໍ່ໄດ້ມາກວດກາ ຫຼື ເຂັ້ມງວດໃນ ການໃຊ້ກົດໝາຍຄັກແນ່.

ບາງກຸ່ມກະຈະບໍ່ຮູ້ແຫຼະ ແຕ່ກະບໍ່ຍອມຈັດຕັ້ງປະຕິບັດ ຕາມລະບຽບກົດໝາຍຫັ້ນແຫຼະ ພວກທີ່ວ່າຈັບປານີ້ ສ່ວນຫຼາຍ ສ່ວນຫຼາຍກະເຫັນແກ່ ໄດ້ວ່າຊັ້ນຊະ ບໍ່ຢ້ານລະບຽບກົດໝາຍ. ໃນຂນະທີ່ຊາວບ້ານ ເມືອງປະທຸມພອນ ອີກທ່ານນຶ່ງ ໄດ້ເວົ້າວ່າ ສ່ວນໃຫຍ່ຊາວບ້ານທົ່ວໄປ ບໍ່ຮູ້ ເລື່ອງກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ເທົ່າທີ່ຄວນ ຖ້າຫາກເຂົາເຈົ້າຮູ້ ເຂົາເຈົ້າຈະບໍ່ໄປຈັບປາ ທີ່ຫວງຫ້າມ ຢູ່ເຂດສະຫງວນ ເທົ່ານັ້ນ ສ່ວນວ່າ ນອກພື້ນທີ່ເຂດສະຫງວນ ຊາວບ້ານ ກໍຫາປາໄດ້ປົກກະຕິ.

"ໂອ້ຍບ້ານເຮົາເລື່ອງປູປາ ມັນບໍ່ມີກົດໝາຍຫ້າມຫັ້ນນ່າ ສັດນ້ຳ ບໍ່ເຫັນຈະຫ້າມເຂົາບໍ່ໃຫ້ຫາ ເຂົາຄຸ້ມຄອງໃນເຂດ ເປັນວັງສະຫງວນອີ່ຫຍັງ ຫັ້ນນ່າ ນອກຈາກນັ້ນ ເຂົາກະຫາໄດ້ ເຂົາກະຫານອກເຂດສະຫງວນ ເຂົາຈັບບາງເທື່ອມັນກະຕາຍ ເຂົາກະຂາຍຫັ້ນແຫຼະ ມີຄົນໄປຊື້ ເຂົາມີເຖົ້າແກ່ໄປຊື້ເຂົາ."

ຄົນຂາຍປາຜາໄລ ທ່ານນຶ່ງຢູ່ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ ໃນແຕ່ລະປີ ຈະມີຊາວບ້ານ ແຂວງຈຳປາສັກ ຈະນຳປາຝາໄລ ມາຂາຍໃຫ້ພໍ່ຄ້າ ແມ່ຄ້າ ປີລະ 1 ຫາ 2 ໂຕ ຖ້າຫາກໂຕໃຫຍ່ ຈະຮັບຊື້ນຳ ຊາວບ້ານກະໂລກຼັມລະ 100,000 ກີບ ແຕ່ຖ້າໂຕນ້ອຍ ຈະຮັບຊື້ໃນລາຄາ 50,000 ກີບ ຫຼັງຈາກນັ້ນພວກພໍ່ຄ້າ ຈະນຳໄປຂາຍຕໍ່ 200,000 ກີບ ຕໍ່ກິໂລກຼັມ ສ່ວນຫຼາຍຈະເປັນຮ້ານອາຫານ ຈີນ ທີ່ມາຮັບຊື້ ເພາະວ່າ ຄົນຈີນ ມັກນິຍົມກິນ.

"ນີ້ວ່າ ໂຕສອງໂຕ ມີຢູ່ ເຂົາເຈົ້າກະບໍ່ແມ່ນວ່າຈະໄປຈັບປານີ້ ມັນໄປຖືກມອງ ເຂົາເຈົ້າເອງຫັ້ນນ່າ ສ່ວນຫຼາຍກະແມ່ນຢູ່ຈຳປາສັກ ເພິ່ນກະ ຝາກລົດມາໃຫ້ ແລ້ວແຕ່ວ່າຂະໜາດ ໂຕນຶ່ງ 10 ໂລ 20 ໂລ ກະມີ ພວກຮ້ານອາຫານຈີນ ນ່າເຂົາເຈົ້າເອົານ່າ ຄົນນິຍົມກິນຫຼາຍ."

ດ້ານເຈົ້າໜ້າທີ່ກ່ຽວຂ້ອງ ເມືອງປະທຸມພອນ ທ່ານນຶ່ງຜູ້ຂໍສະຫງວນຊື່ ແລະຕຳແໜ່ງ ກ່າວວ່າ ຍັງບໍ່ໄດ້ກວດສອບ ທີ່ຊາວບ້ານຈັບປາຝາໄລ ໄດ້ເພາະຍັງບໍ່ມີອຳນາດການປົກຂັ້ນບ້ານ ແຈ້ງມາຫາເຈົ້າໜ້າທີ່ ເບື້ອງຕົ້ນກໍເຫັນໃນ ສື່ອອນລາຍ ຢູ່ແຕ່ຈະໃຫ້ເຈົ້າໜ້າທີ່ລົງກວດສອບ ເພີ່ມເຕີມ ແລະ ສາເຫດທີ່ຊາວບ້ານຍັງມີການຈັບປາຝາໄລ ໄດ້ແລ້ວນຳໄປຂາຍກໍມີຫຼາຍຢ່າງ ສ່ວນນຶ່ງກໍຍ້ອນບາງຄົນ ກໍຍັງບໍ່ເຂົ້າໃຈ ໃນກົດໝາຍ ເຖິງວ່າທີ່ຜ່ານມາ ມີການໄປເຜີຍແຜ່ກົດໝາຍ ແຕ່ຊາວບ້ານກໍບໍ່ໄດ້ໃຫ້ຄວາມຮ່ວມມື ເຮັດໃຫ້ມີການລະເມີດກົດໝາຍ ແລະ ເຈົ້າໜ້າທີ່ ກໍບໍ່ໄດ້ປະຕິບັດ ແລະ ນຳໃຊ້ກົດໝາຍ ຢ່າງຈິງຈັງນຳດ້ວຍ

"ຍ້ອນວ່າ ເຂົາບໍ່ມີຄວາມເຂົ້າໃຈຫັ້ນແຫຼະ ບໍ່ມີເຂົ້າໃຈນຳເຮົາດອກ ເຮົາເຜີຍແຜ່ກົດໝາຍກະຄືເກົ່າ ເຮົາລົງໄປເຖີງພື້ນທີ່ແລ້ວ ເຂົາກະບໍ່ໄດ້ ມາເຂົ້າຮ່ວມນຳເຮົາ ຫັ້ນນ່າ ເຜີຍແຜ່ໄປແລ້ວພັດມີບັນຫາມາ ເຮົາກະບໍ່ໄດ້ນຳໃຊ້ ປະຕິບັດຫັ້ນນ່າ ສ່ວນຫຼາຍກໍລັກສນະ ແບບນັ້ນ."

ທ່ານ ກ່າວຕື່ມວ່າ ໃນອະນາຄົດຈະມີການປະສານງານກັບທາງຂັ້ນແຂວງ ຢູ່ ເພາະວ່າ ເຈົ້າໜ້າທີ່ເມືອງຂາດງົບປະມານໃນການລົງໂຄສະນາ ໃຫ້ແກ່ປະຊາຊົນຢູ່ບ້ານທີ່ຢູ່ແຄມຂອງ ທີ່ຜ່ານມາຍັງໂຄສະນາບໍ່ທົ່ວເຖີງ.

"ກະມີແຕ່ວ່າເອົາອີກຫັ້ນແຫຼະ ປະສານກັບແຂວງຕື່ມຫັ້ນແລ້ວ ກະຊິນຳເອົາກົດໝາຍໄປເຜີຍແຜ່ ຕື່ມອີກຫັ້ນແລ້ວ ສົມມຸດຖ້າເຮົາເຮັດ ເຮົາກະ ຕ້ອງໄດ້ເຮັດຫຼາຍບ້ານຊ້ວງນີ້ ເຮົາກະຍັງບໍ່ໄດ້ເຜີຍແຜ່ກົດໝາຍ ກະງົບອີ່ຫຍັງເຮົາຫັ້ນເດ້ບໍ່ມີ."

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີກ່ຽວຂ້ອງ ຕ້ອງແກ້ໄຂບັນຫາຢ່າງຈິງຈັງ ໃນເລື່ອງການຄຸ້ມຄອງສັດນ້ຳທີ່ຫວງຫ້າມ ເພາະວ່າຜ່ານມາ ເຈົ້າໜ້າທີ່ ບໍ່ໄດ້ຈິງຈັງກັບການນຳໃຊ້ກົດໝາຍ ຫຼື ການລົງໂທດສະນັ້ນ ຊາວບ້ານຫຼາຍຄົນ ກໍຍັງລະເມີດຢູ່ໃນປັດຈຸບັນ ແລະ ໃນອະນາຄົດ ປາຝາໄລ ຈະຕ້ອງສູນພັນໄປແນ່ນອນ ຖ້າບໍ່ຖືກອະນຸຮັກໄວ້.

ສ່ວນຊາວເມືອງໂຂງ ໄດ້ໃຫ້ຄວາມເຫັນຕໍ່ການຈັບ ປາຝາໄລ ວ່າຕ້ອງການໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງເຂັ້ມງວດກັບກົດໝາຍ ໃນການຄຸ້ມຄອງ ສັດນໍ້າຫຼາຍກວ່ານີ້. ຄວນລົງສຳຣວດວ່າ ປາຝາໄລ ມີຈຳນວນ ເທົ່າໃດ ແລະ ຄວນເຮັດເປັນເຂດອະນຸຮັກ ປາຝາໄລໄວ້. ເຊີ່ງໃນອານາຄົດ ອາດຈະສ້າງ ເປັນຈຸດ ທ່ອງທ່ຽວໄດ້.

ໃນຂນະທີ່ປາຝາໄລ ຂື້ນທະບຽນໃນບັນຊີສັດນໍ້າ ຫວງຫ້າມແຕ່ປີ 2008. ນອກຈານີ້ຍັງມີ ປາບຶກ, ປາກວາງ, ປາເລີມ, ປາຂ່າ, ປາໄຫຼ ໄຟຟ້າ, ປາເສືອ ແລະ ປາແມວ ປາເລົ່ານີ້ ແມ່ນສັດນໍ້າປະເພດ ຫວງຫ້າມ ຢູ່ໃນບັນຊີທີ 1.

ສຳລັບສັດນໍ້າແລະສັດປ່າ ໃນບັນຊີປະເພດ 1 ເປັນສັດປະເພດຫວງຫ້າມ ຕາມກົດໝາຍວ່າ ດ້ວຍສັດນໍ້າແລະສັດປ່າ, ສັດປະເພດນີ້ເປັນສັດ ທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງແລະ ມີຄວາມສຳຄັນ ເປັນພິເສດຕໍ່ການພັທນາ ເສຖກິດ-ສັງຄົມ, ສີ່ງແວດລ້ອມ ແລະ ການສຶກສາ ຄົ້ນຄວ້າ ທາງດ້ານວິທຍາສາດ, ສັດຈຳພວກນີ້ຕ້ອງໄດ້ ຮັບການຄຸ້ມຄອງ, ກວດກາ, ອະນຸຮັກ, ປົກປັກຮັກສາ ແລະ ພັທນາ. ສ່ວນການ ນໍາໃຊ້ສັດນ້ຳປະເພດຫວງຫ້າມ ນັ້ນຕ້ອງໄດ້ຮັບ ອະນຸຍາດຈາກຣັຖບານ ອີງຕາມມາຕຣາ 24 ການລ້າສັດນໍ້າແລະສັດປ່າຂອງກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ທີ່ໄດ້ກຳນົດໄວ້ ໃນບັນຊີ 1 ແມ່ນບໍ່ອະນຸຍາດ ໃຫ້ຫາຫຼືລ້າຢ່າງເດັດຂາດ ເວັ້ນເສັຍແຕ່ ກໍຣະນີຈຳເປັນເພື່ອການສຶກສາ ຄົ້ນຄວ້າ ແລະ ການຂຍາຍພັນ, ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກ ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.