ຊາວບ້ານຮ້ອງທຸກ ຖນົນ ເປ່ເພ

ສຸພັດຕາ
2018.05.10
F-Nongphaya ເສັ້ນທາງທີ່ຊາວ​ບ້ານ ​ຢາກ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ​ແກ້​ໄຂ​ແຕ່ ​ຫ້ວຍ​ຫົງ ໄປ​ຫາ ​ໂຮງ​ໝໍ​ ແມ່ແລະເດັກນ້ອຍ
RFA/LX

ປະຊາຊົນ ຮຽກຮ້ອງໃຫ້ພາກສ່ວນ ກ່ຽວຂ້ອງ ຫາທາງແກ້ໄຂສະພາບເສັ້ນທາງ ແຕ່ 4 ແຍກ ບ້ານຫ້ວຍຫົງ ໄປຫາ ໂຮງໝໍແມ່ແລະເດັກ ຫຼັງໃໝ່ ທີ່ຕັ້ງຢູ່ໃນເຂດ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ພາຍຫຼັງທີ່ເສັ້ນທາງດັ່ງກ່າວເປ່ເພຫຼາຍ ແລະ ຖືກປະລະ ການກໍ່ສ້າງມາໄດ້ ຫຼາຍປີແລ້ວ ເຮັດໃຫ້ການສັນຈອນໄປມາລຳບາກ, ດັ່ງຜູ້ປະກອບການທຸຣະກິຈ ໃນເຂດນັ້ນ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 09 ພຶສພາ ນີ້ວ່າ:

“ໂອ້! ຫຍຸ້ງຍາກຫຼາຍແທ້, ຄັນຍາມຝົນແນວນີ້ ກະມີແຕ່ບວກ ມີແຕ່ຂຸມ ມີແຕ່ຂີ້ຕົມເນາະ ມີແຕ່ນ້ຳເປື້ອນ. ຄັນວ່າຍາມມັນແລ້ງ ມີແຕ່ຂີ້ມຸນ, ເຈົ້າເອີ່ຍ; ໂຮງໝໍຫັ້ນແດງຄາດລາດ, ບາງທີຄົນເຈັບທ້ອງຫັ້ນໄປ ກະອອກຢູ່ນຳທາງກະມີ ຕ້ອງໄດ້ເອົາແພດເອົາໝໍ ແລ່ນໄປເອົາຣົດສຸກເສີນ ໄປຮັບ.”

ທ່ານກ່າວຕື່ມວ່າ ຜູ້ປະກອບທຸຣະກິດຕ່າງໆ ຮວມທັງທ່ານເອງ ບໍ່ສາມາດດຳເນີນທຸຣະກິຈ ເປັນປົກກະຕິໄດ້, ເນື່ອງຈາກເສັ້ນທາງ ເປ່ເພຫຼາຍ ບໍ່ມີແຂກຄົນມາໃຊ້ບໍຣິການ, ແຕ່ພັດຍັງຕ້ອງໄດ້ເສັຽພາສີ ໃຫ້ພາກສ່ວນກ່ຽວຂ້ອງ ຢ່າງເປັນປົກກະຕິຢູ່ ບໍ່ໄດ້ຍົກເວັ້ນ:

“ບໍ່ໄດ້ມີການຍົກເວັ້ນ ເພາະວ່າທະບຽນມີຫຍັງເຮົາກະໄປຂຶ້ນ ເສັຽຄ່າທຳນຽມເນາະ ການຕ່າງໆເຮົາກະໄດ້ເສັຽຢູ່ປະຈຳເນາະ ເພາະວ່ານຳທາງ ບ້ານກະເສັຽເນາະ ເຮັດກິຈກັມອີ່ຫຍັງຫັ້ນນ່າ ເຮົາກະໄດ້ເສັຽນຳຕລອດເນາະ. ແຕ່ວ່າດຽວນີ້ ມັນກະບໍ່ມີແຂກ ບໍ່ມີຫຍັງ ຄືວ່າຫັ້ນແຫຼະເນາະ ການເດີນທາງໄປຫັ້ນນ່າ, ຄັນຣົດນ້ອຍໄປກະບໍ່ໄດ້ ຣົດວີໂກ້ຕ່ຳນີ້ກະດາດ, ຣົດເກັ໋ງນີ້ ບໍ່ເວົ້າເຖິງແຫຼະເນາະ, ໄປບໍ່ໄດ້ເລີຍກ.”

ກ່ຽວກັບເຣື້ອງນີ້, ວິທຍຸເອເຊັຽເສຣີ ໄດ້ໂທຣະສັບຕິດຕໍ່ ສອບຖາມ ໄປຫາເຈົ້າໜ້າທີ່ຂແນງຂົວທາງ, ຜແນກໂຍທາທິການແລະຂົນສົ່ງ ປະຈຳ ນະຄອນຫຼວງ ວຽງຈັນ ໃນວັນທີ 10 ພຶສພາ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ປະຕິເສດ ທີ່ຈະໃຫ້ຄວາມເຫັນ ໃນເຣື້ອງນີ້.

ໃນເບື້ອງຕົ້ນນັ້ນ, ເສັ້ນທາງແຕ່ 4 ແຍກ ບ້ານຫ້ວຍຫົງ ໄປຫາໂຮງໝໍແມ່ແລະເດັກຫຼັງໃໝ່ ຊອດໄປຫາບ້ານໜອງພະຍາ ເຣີ້ມການກໍ່ສ້າງມາ ຕັ້ງແຕ່ ເດືອນ ມີນາ ປີ 2011 ແລະ ຄາດວ່າຈະສຳເຣັດໃນເວລາ 24 ເດືອນ ຫຼື ໃຫ້ແລ້ວໃນເດືອນມີນາ ປີ 2013.

ແຕ່ເນື່ອງຈາກໃນໄລຍະນັ້ນ, ທາງການລາວມີບັນຫາການເງິນ, ໂຄງການດັ່ງກ່າວ ຈຶ່ງຢຸດການກໍ່ສ້າງ ແລະ ຈົນມາເຖິງປັດຈຸບັນ ຈາກມື້ ເຣີ້ມກໍ່ສ້າງ ກໍພໍດີ 7 ປີເຕັມ, ເສັ້ນທາງດັ່ງກ່າວ ກໍຍັງບໍ່ມີພາກສ່ວນໃດ ອອກມາໃຫ້ຄວາມກະຈ່າງແຈ້ງ ແກ່ປະຊາຊົນ ວ່າຈະມີການກໍ່ສ້າງ ຄືນໃຫ້ແລ້ວ ໃນມື້ໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.