ບາເຕັ້ນເປືອຍຢູ່ຖໍ້າວຽງໄຊ

ສິດນີ
2015.08.24
F-Coyote2 ບາເຕັ້ນເປືອຍຢູ່ຖໍ້າ ຜູ້ນໍາລາວ ເມືອງວຽງໄຊ
Citizen Journalist

ເມື່ອທ້າຍ ສັປດາ ຜ່ານມາ ມີ ສຽງ ວິພາກ ວິຈານ ຢ່າງຫນັກ ຈາກ ສື່ສັງຄົມ ອອນລາຍ, ຕໍ່ ການ ອະນຸຍາດ ໃຫ້ນັກ ທຸຣະກິດ ວຽດນາມ ເປີດ ບາ ໂປ້ ຫລື ເຕັ້ນ ໂຄໂຍຕີ ໃນຖ້ຳ ຜູ້ນຳ ປະຕິວັດ ທີ່ ເມືອງ ວຽງໄຊ ແຂວງ ຫົວພັນ,ເປັນ ຮອບ ປະຖົມມະເລີກ ແມ່ນ ໃນຕອນຄ່ຳ ຂອງ ວັນທີ 21 ສິງຫາ ປີ 2015 ເຮັດໃຫ້ ປະຊາຊົນ ລາວ ຕົກຕະລຶງ ທົ່ວທັງ ປະເທດ.

ການເຕັ້ນ ໂຄໂຍຄີ ໃນ ສະຖານທີ່ ດັ່ງກ່າວ ຈະ ມີແມ່ຍີງ ນຸ່ງ ສິ້ນແລ້ວ ຄ່ອຍໆ ແກ້ອອກ ເທື່ອ ລະເລັກ ລະນ້ອຍ ຈົນເປືອຍ ຫມົດຕົວ ແລ້ວ ເຕັ້ນ ກອດເສົາ ທີ່ ຖ້ຳ ເມືອງ ວຽງໄຊ ຄົນລາວ ໃນເຂດ ທ້ອງຖິ່ນ ກໍມີ ຄວາມ ເປັນຫວ່າງ, ເພາະ ເຣື້ອງນີ້ ຜິດກັບ ສິລທັມ ຮີດຄອງ ປະເພນີ ລາວ ແລະ ເປັນການ ເບື່ອເມົາ ສັງຄົມ, ຈື່ງ ຢາກ ຮຽກຮ້ອງ ໃຫ້ ພາກສ່ວນ ກ່ຽວຂ້ອງ ເຂົ້າມາ ສືບສວນ. ດັ່ງ ຊາວລາວ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ຕາມ ຮີດຄອງ ປະເພນີ ມັນກໍມີ ບັນຫາ ແລ້ວເນາະ, ເຣື້ອງຜິດ ມັນກະ ແນ່ນອນ, ຫາກແຕ່ວ່າ ກະຊວງ ຖແລງຂ່າວ ແລະ ວັທນະທັມ ຫັ້ນນາ ຄວນ ລົງໄປ ລະບາດນີ້ ທາງ ເຈົ້າຫນ້າທີ່ ເມືອງ ບໍ ວ່າ ແມ່ນໃຜ ທີ່ ອະນຸຍາດ ໃຫ້ຂະເຈົ້າ ເປີດ ຫັ້ນນາ".

ຕໍ່ ບັນຫາ ດັ່ງກ່າວ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຫາ ເຈົ້າຫນ້າທີ່ ຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ທີ່ ແຂວງ ຫົວພັນ ໂດຍແມ່ນ ທ່ານ ເຂັມພອນ ເປັນ ຫົວຫນ້າ ຜແນກ. ທ່ານໄດ້ ອະທິບາຍ ກ່ຽວກັບ ເຣື້ອງນີ້ ວ່າ:

"ດຽວນີ້ ເຣື້ອງຂ່າວ ເປັນທາງການ ຍັງບໍ່ມີ ຫຍັງ ເຮົາກະ ປົກກະຕິ ດອກດຽວນີ້ ເຮົາຍັງ ປະຊຸມ ແກ້ໄຂ ກັນຢູ່, ເຣື້ອງຫັ້ນມັນ ບໍ່ເປັນ ແນວນັ້ນດອກ ເຂົາ ຄູ່ແກ້ງແຍ້ງ ທຸຣະກິດ ກັນ ດຽວນີ້ ຂ້ອຍຍັງ ລົງໄປ ວຽງໄຊ ຢູ່ ເປີດ ວັນສຸກ ນີ້ ເປີດ ທົດລອງ ຊື່ໆ ຫັ້ນນ່າ, ທົດລອງ ລະມັນ ມີບັນຫາ ແນວນີ້ ລະກະຊິໄດ້ ເວົ້າກັນ ກ່ອນ ດຽວນີ້ ຂ້ອຍຍັງລົງ ວຽງໄຊ ເດີ".

ເຈົ້າຫນ້າທີ່ ທ່ານນັ້ນ ກ່າວ ເພີ້ມວ່າ ພາຍຫລັງ ທີ່ ເລີ້ມເປີດ ທົດລອງ ໃນ ວັນສຸກ ວັນທີ 21 ສິງຫາ ຜ່ານມານີ້ ພາກສ່ວນ ກ່ຽວຂ້ອງ ກໍຮັບຮູ້ ແລະ ກຳລັງ ປະຊຸມ ກັນຢູ່ ເພື່ອແກ້ໄຂ ບັນຫາ ແລະ ວ່າເປັນການ ທົດລອງ ຊື່ໆ. ເມື່ອ ນັກຂ່າວ ເອເຊັຽ ເສຣີ ຖາມເຖີງ ການເອົາ ມາຕການ ເດັດຂາດ ກ່ຽວກັບ ບາ ເປືອຍ ດັ່ງກ່າວ, ເຈົ້າຫນ້າທີ່ ທ່ານນັ້ນ ກໍບໍ່ສາມາດ ຢືນຢັນ ໄດ້ວ່າ ຈະມີການ ສັ່ງ ໃຫ້ປິດ ສະຖານທີ່ ດັ່ງກ່າວ ໃນໄວໆນີ້ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.