ເຂື່ອນພັງຍ້ອນຂາດມາຕຖານ: ວິຊາການ

ມະນີຈັນ
2019.05.14
F-Korean-CSO ເຄືອຂ່າຍພາກປະຊາສັງຄົມ ເກົາຫຼີໃຕ້ ພາກັນຮຽກຮ້ອງ ຢູ່ຕໍ່ໜ້າ ບໍຣິສັດ SK ວ່າໃຫ້ຮັບຜິດຊອບ ກໍຣະນີ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ
RFA/PN

ຣັຖບານລາວ ຍັງມິດງຽບ ບໍ່ເປີດເຜີຍເຖິງສາເຫດ ຂອງ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຂນະທີ່ ດຣ. Anton Schleiss ນັກຊ່ຽວຊານ ດ້ານວິສວະກັມໂຍທາ ຈາກ ສະຖາບັນ Swiss Federation Institute of Technology ປະເທດ Switzerland ຊຶ່ງເປັນຜູ້ຮັບຜິດຊອບ ການສືບສວນ ສອບສວນ ສາເຫດເຂື່ອນແຕກ ມາຕັ້ງແຕ່ວັນທີ 20 ສິງຫາ 2018 ໄດ້ສົ່ງຣາຍງານ ຜົລການສືບສວນ-ສອບສວນນັ້ນ ໃຫ້ ຣັຖບານລາວ ແຕ່ວັນທີ 26 ມີນາ 2019, ແຕ່ມາຮອດປັດຈຸບັນ ຣັຖບານລາວ ຍັງມິດງຽບ ຍັງບໍ່ເປີດເຜີຍ ຣາຍງານນັ້ນ ໃຫ້ສັງຄົມໄດ້ຮັບຮູ້.

ຜູ້ມີສ່ວນກ່ຽວຂ້ອງ ກັບການສືບສວນ-ສອບສວນ ສາເຫດ ເຂື່ອນແຕກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ພຶສພາ 2019 ນີ້ວ່າ, ບົດ ຣາຍງານ ຜົລການສືບສວນ-ສອບສວນ ຣະບຸວ່າ ສາເຫດຂອງສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຫຼື Saddle Dam D ແຕກ ເມື່ອວັນທີ 23 ກໍຣະກະດາ 2018 ນັ້ນ ຍ້ອນໂຄງສ້າງຂອງສັນເຂື່ອນ ທີ່ເປັນເຂື່ອນດິນ ບໍ່ໄດ້ມາຕຖານ ຕາມການອອກແບບ ເປັນສາເຫດເຮັດໃຫ້ ສັນ ເຂື່ອນຍຸບຕົວ ແລະພັງລົງ ໃນທີ່ສຸດ. ນອກຈາກນັ້ນ ທ່ານ ຍັງເວົ້າວ່າ ສັນເຂື່ອນ Saddle Dam E ແລະ F ບໍ່ໄດ້ມາຕຖານ ຍ້ອນ ຊັ້ນດິນຍັງອ່ອນຕົວ ບໍ່ໄດ້ໜີບອັດດິນ ໃຫ້ແຂງແຮງພໍ ຊຶ່ງມີຄວາມສ່ຽງ ທີ່ສັນເຂື່ອນທັງ 2 ຈະຍຸບຕົວແລະພັງໄດ້.

ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານ ອົງການກວດກາ ຣັຖບານລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນ ວ່າ ທາງການ ລາວ ໄດ້ຮັບບົດຣາຍງານ ຜົລການສືບສວນ-ສອບສວນ ສາເຫດ ຂອງສັນເຂື່ອນແຕກ ແຕ່ເດືອນມີນາ 2019 ແຕ່ຍັງ ບໍ່ສາມາດເປີດເຜີຍ ບົດຣາຍງານດັ່ງກ່າວ ໃຫ້ສັງຄົມຮັບຮູ້ໄດ້ ເນື່ອງຈາກ ທາງຣັຖບານລາວ ຍັງຢູ່ຣະຫວ່າງ ການຫາຣື ກັບຣັຖບານເກົາຫລີໃຕ້ ເຖິງຂໍ້ມູນ ທີ່ ຈະນໍາອອກມາເປີດເຜີຍ.

ທ່ານກ່າວຕື່ມວ່າ ຫຼັງຈາກທີ່ໄດ້ຫາຣືຮ່ວມກັນ ຣະຫວ່າງຣັຖບານ 2 ປະເທດແລ້ວ ຣັຖບານລາວ ຄາດວ່າ ຈະເປີດເຜີຍ ຣາຍງານ ຜົລການ ສືບສວນ-ສອບສວນ ສາເຫດຂອງເຂື່ອນແຕກ ໃຫ້ສັງຄົມ ແລະປະຊາຊົນ ຜູ້ຖືກຜົລກະທົບ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຮູ້ ໃນກາງປີນີ້.

ຍານາງ ເປຣມຣືດີ ດາວເຮືອງ ຈາກເຄືອຂ່າຍ Lao Dam Investment Monitor ຫຼື LDIM ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ພຶສພາ ນີ້ວ່າ ຂະບວນການເປີດເຜີຍຂໍ້ມູນຕ່າງໆ ຮວມເຖິງ ຣາຍງານການສອບສວນ ຕ້ອງບໍ່ກາຍເປັນພຽງການເຈຣະຈາ ຣະຫວ່າງ ຣັຖບານລາວ ກັບຣັຖບານເກົາຫລີໃຕ້ ເທົ່ານັ້ນ ແຕ່ຕ້ອງເປັນສິ່ງທີ່ເປີດເຜີຍ ຕໍ່ສາທາຣະນະ ເພື່ອການກວດສອບ ແລະຕັ້ງຄໍາຖາມ.

ຍານາງກ່າວຕື່ມວ່າ ໃນເມື່ອຂໍ້ເທັດຈິງ ຍັງບໍ່ຈະແຈ້ງ ບໍ່ມີການເປີດເຜີຍ ແລະ ຣັຖບານລາວ ກໍເຄີຍສະແດງຄວາມເຫັນ ວ່າ ການກໍ່ສ້າງ ມີບັນຫາ ຄືແນວນັ້ນແລ້ວ ຍ້ອນຫຍັງ ຈຶ່ງຍັງໃຫ້ສ້າງຕໍ່. ຜູ້ມີສ່ວນກ່ຽວຂ້ອງ ກັບການສືບສວນ-ສອບສວນ ກ່າວຕື່ມວ່າ ຫລັງຈາກທີ່ ທີມ ຊ່ຽວຊານ ຕ່າງປະເທດ ສົ່ງບົດຣາຍງານ ຜົລການສືບສວນ-ສອບສວນ ແຕ່ເດືອນມີນາແລ້ວນັ້ນ ບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ກໍດໍາເນີນການກໍ່ສ້າງ ສັນເຂື່ອນໃໝ່ ແທນອັນເກົ່າທີ່ພັງໄປ ໂດຍຫຍັບຂຶ້ນໄປທາງເທິງ 1 ຈຸດ 1 ຫລັກ ຈາກສັນເຂື່ອນເກົ່າ.

ການອອກແບບ ສັນເຂື່ອນ New Saddle Dam D ຂຶ້ນມາໃໝ່ນັ້ນ ຈະມີຄວາມຍາວ 400 ແມັດ, ກວ້າງ 10 ແມັດ, ສູງ 54 ແມັດ ນັບຈາກ ຊັ້ນດິນ ຫາຍອດສັນເຂື່ອນ ໂດຍຈະປ່ຽນຈາກສັນເຂື່ອນດິນ ເປັນສັນເຂື່ອນ concrete ທັງໝົດ. ສ່ວນການ ປັບປຸງແກ້ໄຂ ສັນເຂື່ອນ Saddle Dam E ແລະ F ທີ່ຍັງບໍ່ໄດ້ມາຕຖານນັ້ນ Dr. Anton Schleiss ກໍຂໍໃຫ້ບໍຣິສັດປັບປຸງ-ແກ້ໄຂຄືນ ທັງໝົດ ດ້ວຍການເສີມ concrete ເພື່ອຄວາມແຂງແຮງ ໂດຍໃຫ້ຍຶດເອົາຕາມມາຕຖານ ການອອກແບບ ທຸກຂັ້ນຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.