ມ.ສນາມໄຊ ຜູ້ປະສົບພັຍ ຂາດນໍ້າໃຊ້

ສຸພັດຕາ
2020.01.17
F-Sanamxay ປະຊາຊົນ ຢູ່ເມືອງສນາມໄຊ ຮຽກຮ້ອງໃຫ້ທາງການ ອອກໄປກວດກາ ເບິ່ງຊີວິດການເປັນ ຂອງພວກຂະເຈົ້າ ໃນປະຈຸບັນນີ້ແດ່ ເພາະລໍາບາກຫຼາຍ
ຮູບຈາກ : ນັກຂ່າວພົລເມືອງ

ປັດຈຸບັນ ຜູ້ປະສົບພັຍ ເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ອາສັຍຢູ່ເຮືອນ ພັກຊົ່ວຄາວ ຈຸດ ດົງບາກ ປະມານ 1 ພັນຄົນ ຂາດເຂີນນໍ້າໃຊ້ ຍ້ອນໃດນໍ້າຈໍານວນນຶ່ງເປ່ເພ ບາງຄັ້ງ ຈົນຜິດຖຽງກັນກໍມີ, ດັ່ງປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນນັ້ນ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 16 ມົກກະຣານີ້ວ່າ:

“ປັດຈຸບັນດຽວນີ້ ຍັງບໍ່ມີນໍ້າໃຊ້  ເອົາໄປເອົາມາຄົນຜິດກັນ ຍ້ອນຕໍ່ນໍ້າຕໍ່ໃນ ດຽວນີ້ ປັດຈຸບັນນີ້ ອ້າຍມາແຕ່ສວນປັບນິ່ ກະພໍດີມາຮອດເຮືອນ ໝູ່ມາຕໍ່ນໍ້າໃນເຮືອນ ເຮົາມາ ມາເປີດນໍ້າໃຊ້ ນໍ້າໃນເຮືອນບໍ່ມີໃຊ້ ໝູ່ພັດວ່າ ເຮົາດຶງທໍ່ໝູ່ ກະວ່າເອົາ ອີກແລ້ວເປັນເວດເປັນກັມ ກະຍັງວ່າ ອ້າຍວ່າ ສັງມາເປັນແບບນີ້ ເຮົາບໍ່ໄປຫາເຣື້ອງ ເຣື້ອງກະມາຫາ ເອົາໄປເອົາມາ ຍ້ອນບໍ່ມີນໍ້າໃຊ້ ນິ່ຕິ ນໍ້າບໍ່ມາ ບໍ່ມີນໍ້າຊິອາບ.”

ໃນຂນະດຽວກັນ ປະຊາຊົນອີກຜູ້ນຶ່ງ ທີ່ໄດ້ຮັບຄວາມເດືອດຮ້ອນຄືກັນນັ້ນ ກໍເວົ້າວ່າ ທໍຣະມານຫຼາຍ ເວລາຖ່າຍໜັກ ຖ່າຍເບົາ ກໍລໍາບາກ ຍ້ອນບໍ່ມີນໍ້າລ້າງ:

“ພາກສ່ວນ ອັນທີວ່າຂາດແຄນນໍ້າໃຊ້ ມັນກະທໍຣະມານຫັ່ນແຫຼະ ປະຊາຊົນພໍ່ແມ່ພີ່ນ້ອງ ເພາະວ່າ ຄົນມັນຢູ່ໃນສູນເນາະ ທັມມະດາ ຄົນມັນ ຢູ່ໃນສູນນິ່ ເອີ່ມັນກະ 3 ບ້ານ ໃຊ້ໃດໜ່ວຍດຽວ ຈັກນ່ອຍໃດໜ່ວຍນີ້ຕາຍ ແຫ່ງບໍ່ຈັກແນວແຫຼະ ໃນປັດຈຸບັນ ນໍ້າມັນກະ ແນວຍາດກັນ ເຈົ້າໂຕ່ງ ຂ້ອຍໂຕ່ງ ແນວນໍ້າມັນບໍ່ແຮງ ແນວນໍ້າໃດດຽວ ມັນບໍ່ໄດ້ຕິ ເປັນ ພັນພຸ້ນແຫຼະ ຄົນຢູ່ນີ້ ແນວ 3 ບ້ານ ເວົ້າຫຼະກໍຂໍໂທດນໍາ ນໍ້າລ້າງ ( xີ້ ) ຍັງບໍ່ມີນະດຽວນີ້ ບໍ່ຈັກແນວຊິເຮັດລະ.”

ປະຊົນຜູ້ນີ້ ເວົ້າວ່າ ເຣື່ອງນໍ້າບໍ່ພໍໃຊ້ນີ້ ໄດ້ສເນີໄປຫາຂັ້ນເທິງ ໃຫ້ມາສ້ອມແປງໃດ ຈໍານວນນຶ່ງ ທີ່ເປ່ເພນັ້ນດົນແລ້ວ ແຕ່ບໍ່ຮູ້ວ່າ ຜູ້ທີ່ຮັບ ຄໍາຮ້ອງຮຽນນັ້ນ ເອົາໄປຮອດໃສ ຈຶ່ງບໍ່ເຫັນມາສ້ອມແປງໃຫ້. ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວກ່ຽວກັບເຣື້ອງນີ້ວ່າ:

“ໂຕນີ້ ມັນ ເປັນວ່າ ຕາມຂັ້ນຕອນ ເຮົາກະສເນີຕາມຂັ້ນຕອນ ແຕ່ວ່າຂະເຈົ້າລົງມາເບິ່ງແລ້ວ ແຕ່ວ່າ ໄລຍະສອງທິດຫັ່ນຂະເຈົ້າບໍ່ທັນມີ ເວລາມາແປງ ເຮັດໃຫ້ນໍ້າບໍ່ພໍໃຊ້ ຢູ່ຈຸດນັ້ນ.”

ນອກຈາກເຣື້ອງບັນຫາ ຂາດແຄນນໍ້າໃຊ້ນີ້ແລ້ວ ຜູ້ປະສົບພັຍເຂື່ອນແຕກ ຢາກຮຽກຮ້ອງ ຜູ້ຮັບຜິດຊອບ ມາຢ້ຽມຢາມ ມາໃຫ້ກໍາລັງໃຈ ປະຊາຊົນແດ່ ບໍ່ຢາກໃຫ້ປ່ອຍປະ ລະເລີຍແບບນີ້

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.