ເຂື່ອນດອນສະໂຮງຈະມີແຕ່ເສັຽ

ສິດນີ
2016.05.18
F-donsahong ທາງການວ່າ ເຂື່ອນດອນສະໂຮງ ໂປ່ງໄສ ບໍ່ເປັນພັຍ ຕໍ່ທັມມະຊາດ
Courtesy of international rivers

ກຸ່ມນັກຂ່າວ BBC ຂອງອັງກິດ ເຂົ້າໄປຢ້ຽມຢາມ ພື້ນທີ່ ເຂຶ່ອນ ດອນສະໂຮງ ເມື່ອມໍ່ໆມານີ້ ຣາຍງານວ່າ ໂຄງການ ເຂື່ອນນ້ຳຂອງ ດອນສະໂຮງ ສ້າງຄວາມ ເຊື່ອມເສັຽ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຣາຍໃຫຽ່ ເປັນຕົ້ນ ບ່ອນທຳມາ ຫາກິນ ການຕຶກປາ ວັດວາອາຮາມ ແລະ ວິຖີຊີວິດ ດັ້ງເດີມ ຂອງ ພວກຂະເຈົ້າ ຮ່ວມດ້ວຍ ຣາຍໄດ້ ສຳລັບ ຄອບຄົວ ທີ່ຂະເຈົ້າ ເຄີຍໄດ້ຮັບ ຈາກການ ຕຶກປາ ແບບໂບຮານ ກໍສູນຫາຍ ໄປຫມົດ.

ປາ ແມ່ນ ປໂຣຕີນ ສຳລັບ ຮ່າງກາຍ ຂອງ ພວກຂະເຈົ້າ ຄອບຄົວ ຊາວລາວ ຊາວ ກຳພູຊາ ແລະ ວຽດນາມ ໃນເຂດລຸ່ມ ແມ່ນ້ຳຂອງ ອາສັຍ ປໂຣຕີນ ຈາກປາ ສຳລັບລ້ຽງ ຮ່າງກາຍ ມາແຕ່ ດຶກດຳບັນ ກໍຂາດແຄນ ສີ່ງ ດັ່ງກ່າວ ຫລັງຈາກ ການສ້າງເຂື່ອນ ດອນສະໂຮງ. ຊາວບ້ານ ທ່ານນຶ່ງ ເວົ້າວ່າ ແຕ່ກ່ອນ ການຕືກປາ ແບບໂບຮານ ໃນເຂດນີ້ ຈະໄດ້ປາ ເປັນ ຈຳນວນ ຫຼວງຫຼາຍ ໃນ ແຕ່ລະມື້. ນອກຈາກ ຈະໃຊ້ລ້ຽງ ຄອບຄົວ ແລ້ວ ຍັງໄດ້ເອົາ ໄປຂາຍ ເພື່ອສ້າງຣາຍໄດ້ ໃຫ້ແກ່ ຄອບຄົວ ນຳອີກ ຊື່ງ ໃນເວລານີ້ ປາ ທີ່ຈະໃຫ້ ຕຶກນັ້ນ ກໍຫາຍໄປ ຫມົດ.

ນອກຈາກ ການຫາປາ ແລ້ວ ການເຮັດ ກະສິກັມ ປູກເຂົ້າ ແລະ ປູກພືດຊນີດອື່ນໆ ກໍລຳບາກ ຍ້ອນວ່າ ຂາດທີ່ດິນ ໃນການ ປູກຝັງ. ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ຍັງບໍ່ມີ ທີ່ດິນ ໃນການປູກຝັງ ເພື່ອລ້ຽງຊີບ ຢ່າງພຽງພໍ. ທາງການ ແລະ ໂຄງການ ເຂື່ອນ ດອນສະໂຮງ ໃຫ້ ຄ່າຊົດເຊີຍ ບໍ່ສົມເຫດ ສົມຜົລ ຊາວບ້ານ ຍັງຕ້ອງການ ການຊ່ອຍເຫລືອ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.