ຮ້ານກິນດື່ມເປິດໃກ້ ມ ຊ

ຈໍາປາທອງ
2017.01.04
F-student ການດື່ມຂອງມຶນເມົາ ໃນວັຍຮຽນ ຄືການຕັດອະນາຄົດ ຕົນເອງ
Photo courtesy of Samakhom Lao

ຮ້ານກິນດື່ມ ອ້ອມຂ້າງ ມະຫາວິທຍາລັຍ ແຫ່ງຊາດ ໃນເຂດ ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ສ່ວນຫຼາຍ ບໍ່ມີໃບ ອະນຸຍາດເປີດຮ້ານ ຂນະທີ່ ອຳນາດ ການປົກຄອງ ພຍາຍາມ ບໍ່ໃຫ້ຮ້ານ ຂະຫຍາຍ ຫຼາຍຂຶ້ນຕື່ມອີກ ພາຍຫລັງທີ່ ນາຍົກ ຣັຖມົນຕຣີ ໄດ້ກ່າວ ໃນວັນຄຣູ ແຫ່ງຊາດ ປີ 2016 ວ່າແກ້ໄຂ ບັນຫາ ຮ້ານກິນດື່ມ ແລະ ສະຖານບັນເທີງ ທີ່ຢູ່ອ້ອມຂ້າງ ສະຖາບັນ ການສຶກສາ ໃຫ້ໝົດໄປ. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງບ້ານ ໄດ້ກ່າວຕໍ່ RFA ໃນວັນທີ 3 ມົກກະຣາ ນີ້ວ່າ:

"ມະຫາວິທຍາລັຍ ກໍຈະແຈ້ງ ແຈ້ງໃຫ້ ຄວາມຮ່ວມມື ພວກເຮົາ ກໍໃຫ້ຄວາມ ຮ່ວມມື ຕາມແຈ້ງມາຢູ່ ແຕ່ສຳຄັນວ່າ ຜູ້ປະກອບການ ເຂົາບໍ່ໄດ້ ຂໍອະນຸຍາດ ນຳພວກເຮົາ ເຂົາ ກໍມາເຮັດໂລດ ຫັ້ນນະ ມັນກໍເວົ້າກັນ ຍາກຢູ່ ພວກເຮົາກໍ ພຍາຍາມ ຈະຄອຍລະວັງ ໃຫ້ມັນ ຫລຸດຜ່ອນລົງ".

ທ່ານກ່າວຕື່ມອີກວ່າ ຢູ່ບໍຣິເວນ ບ້ານດົງໂດກ ນີ້ບໍ່ມີ ສະຖານບັນເທີງ, ມີແຕ່ຮ້ານ ກິນດື່ມ ທີ່ຂາຍເຫລົ້າ ຫລືເຄື່ອງດື່ມ ທີ່ມີທາດເຫລົ້າ ໃຫ້ນັກສຶກສາ ໃນຕອນ ກາງເວັນ ແລະ ກາງຄືນ. ກ່ຽວກັບເຣຶ່ອງນີ້ RFA ໄດ້ຖາມໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ເມືອງໄຊທານີ, ໄດ້ຮັບ ຄຳຕອບວ່າ ປັດຈຸບັນ ທາງເມືອງ ກຳລັງກວດກາ ຍົກຍ້າຍຮ້ານເຫຼົ່ານັ້ນ ອອກຈາກ ສະຖານທີ່ ການສຶກສາ ແລະ ວັດກ່ອນ ສ່ວນທີ່ຢູ່ ໃນເຂດຊຸມຊົນນັ້ນ ຍັງຈະຕ້ອງໄດ້ ພິຈາຣະນາ ອີກເທື່ອນຶ່ງວ່າ ຈະມີມາຕການ ແນວໃດ ເພື່ອບໍ່ໃຫ້ ມີສຽງລົບກວນ ຊາວບ້ານ:

"ແນ່ນອນແຫຼະຕົວນີ້ ແຕ່ວ່າຄິດວ່າເຮົາ ຮູ້ນັ້ນແຫຼະ ມັນກໍຕ້ອງ ມີການໂຍກຍ້າຍ ແລະ ເຮົາເຮັດເຄັ່ງຄັດ ໃຊ້ມາຕການ ຫຼາຍກໍບໍ່ໄດ້ນໍ ເຮົາກໍຕ້ອງ ໄດ້ຜ່ານຂັ້ນຕອນ ພາກຂະບວນ ການສຶກສາ ອົບຮົມ ໄປແຕ່ລະຂັ້ນ".

ໃນວັນທີ 2 ມົກກະຣາ 2017 ມີນັກສຶກສາ ຢູ່ຫໍພັກ ມະຫາວິທຍາລັຍ ແຫ່ງຊາດ ໄດ້ຂຽນຈົດໝາຍ ຮ້ອງທຸກ ຜ່ານສື່ສັງຄົມອອນລາຍ ກ່ຽວກັບ ເຣຶ່ອງ ຮ້ານກິນດື່ມ ການເປີດເພງດັງ ເກີນ ຂອບເຂດ ຢູ່ອ້ອມຂ້າງ ຫໍພັກນັ້ນ ທຸກວັນ, ລົບກວນ ການຮຽນຫຼາຍ ແລະສເນີໃຫ້ ພາກສ່ວນ ກ່ຽວຂ້ອງ ຊ່ວຍແກ້ໄຂ ບັນຫານີ້ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.