ພັຍແລ້ງແກ່ຍາວຊາວນາ ລໍາບາກ

ໄຊຍາ
2020.06.22
F-Luangnamtha-rice ສະພາບຄວາມແຫ້ງແລ້ງ ໃນທົ່ງນາ ເມືອງລອງ ແຂວງຫຼວງນ້ຳທາ
ນັກຂ່າວພົລເມືອງ

ພັຍແລ້ງຢູ່ພາກເໜືອແກ່ຍາວ ເປັນເຫດໃຫ້ຊາວນາ ໄດ້ຮັບຜົລກະທົບຢ່າງໜັກ ເຮັດໃຫ້ປະຊາຊົນບາງເຂດ ໃນແຂວງພາກເໜືອ ເກັບກ່ຽວ ນາປີບໍ່ໄດ້ພໍກິນ. ດັ່ງ ເມືອງຜາອຸດົມ ແຂວງບໍ່ແກ້ວ ພາຍຫລັງດຳນາ ແລ້ວຕົ້ນເຂົ້າເຣີ້ມໃຫຍ່ຂື້ນມາ ແຕ່ມາຮອດເດືອນ ພຶສພາ ອາກາດ ແຫ້ງແລ້ງຫຼາຍສົ່ງຜົລໃຫ້ຕົ້ນເຂົ້າຕາຍ ຍ້ອນຂາດນໍ້າ. ເພື່ອແກ້ໄຂຊີວິດການເປັນຢູ່ ປະຈຳວັນ, ຊາວນາໃນເຂດ ເມືອງຜາອຸດົມ ສ່ວນຫຼາຍ ໄດ້ຫັນໄປເປັນກັມມະກອນ ຮັບຈ້າງຢູ່ສວນກ້ວຍຈີນ ຢູ່ເມືອງຫ້ວຍຊາຍ, ດັ່ງຊາວບ້ານເດື່ອ ເມືອງຜາອຸດົມ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ມິຖຸນາ ວ່າ:

"ຄືວ່າປູກເຂົ້າດຽວນີ້ມັນຕາຍໝົດ ພັຍແລ້ງນີ້ຈຸຈຳນວນນຶ່ງ ເຂົາກໍໄປສວນຈີນຫັ້ນແຫຼະ, ເດືອນນຶ່ງກັບມາແລ້ວເງິນໝົດ ເຂົາກໍໄປຕື່ມ, ແລ້ວ ແມ່ຍີງຫັ້ນໄປບໍ່ໄດ້, ຢູ່ບ້ານໜິ ເຂົາກໍຂຸດມັນຢູ່ປ່າກິນບໍ໋ ຂຸດມັນໜິ ເຂົາຈະເຮັດຈັ່ງໃດລູກເຕົ້າເຂົາຊິຕາຍ."

ຊາວບ້ານກ່າວຕື່ມວ່າ ຣາຍໄດ້ປູກເຂົ້ານາປີຫຼາຍກ່ວາ ໄປຮັບຈ້າງເປັນຄົນງານ ຢູ່ສວນກ້ວຍຈີນ ເຄິ່ງນຶ່ງ. ປູກເຂົ້າຈົນໄດ້ຜົລຜລິດໃຊ້ເວລາ ຢ່າງຕໍ່າ 06 ເດືອນ ຂາຍເຂົ້າອອກໄດ້ ຄອບຄົວລະປະມານ 20 ລ້ານກີບ. ຂນະທີ່ໄປຮັບຈ້າງສວນກ້ວຍຈີນ 06 ເດືອນໄດ້ 10 ລ້ານກີບ. ອີກທັງປູກເຂົ້າບໍ່ສ່ຽງຕໍ່ສານເຄມີ.

ຕໍ່ກັບພັຍແລ້ງເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ກ່າວວ່າ ປະຊາຊົນ ທົ່ວເມືອງອຶດເຂົ້າກິນ 80% ເນື່ອງຈາກປີນີ້ພັຍແລ້ງ ແກ່ຍາວ ບໍ່ອຳນວຍຕໍ່ການປູກເຂົ້າ, ສົ່ງຜົລເຮັດໃຫ້ຊາວນາ ບໍ່ມີຣາຍຮັບໃນປີນີ້.

"ບາດນີ້ປະຊາຊົນທົ່ວເມືອງຂາດເຂົ້າກິນ 80% ລະ ອັນດຽວນີ້ນ່າ ອາສັຍຣາຍຮັບກໍອາສັຍ ແຕ່ວ່າດ້ານຜົລຜລິດ ດ້ານກະສິກັມໜິ, ປີໃດ ດິນຟ້າອາກາດອຳນວຍຄວາມສະດວກ ໄດ້ເຂົ້າໄດ້ນໍ້າ ຫລືວ່າ ເກັບກູ້ເຄື່ອງປ່າ ຂອງດົງຫັ້ນນ່າ, ຊ່ວງນີ້ມັນກໍຄືວ່າ ແຫຼະເນາະ ມັນກໍມີ ວິກິຈແດ່ ເບື້ອງຣັຖກໍສຸດລະ ຂໍນໍາໂຄງການນັ້ນໂຄງການນີ້ ຫັ້ນນ່າ, ເຂົາເຈົ້າກໍເອົາໝາກ ແໜ່ງໄປປູກເນາະ ມັນກໍຖືກພັຍແລ້ງ ຕາຍ."

ສ່ວນຊາວນາເຂດບ້ານຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ກໍປະເຊີນກັບພັຍແລ້ງເຊັ່ນກັນ, ນາບໍ່ໄດ້ດໍາໄຮ່ບໍ່ໄດ້ເຮັດ ຕ້ອງປ່ຽນໄປເຝົ້າ ສວນກ້ວຍໃຫ້ຈີນພໍມີຣາຍໄດ້ມາລ້ຽງຄອບຄົວ.

"ອຶດ, ກໍອຶດຫັ້ນແຫຼະສ່ວນຫຼາຍກໍຊື້ກິນນີ້ນາ ບໍ່ໄດ້ດຳ ໄຮ່ກໍບໍ່ດີ ຈ້າງເຂົາເຝົ້າສວນກ້ວຍສວນອ້ອຍ ກໍມີຄົນຈີນຫັ້ນນາ ມາເຮັດຢູ່ບ້ານເຮົານີ້ ຢ້ານກໍບໍ່ຢ້ານຄັນ ມັນທຸກຍາກຈັ່ງໃດກໍເຮັດໄປແຫຼະ ໄດ້ມື້ນີ້ ມື້ອື່ນ ຮັບຈ້າງໃໝ່ບໍ່ມີວຽກເຮັດ ກໍຕ້ອງເຮັດແນວນັ້ນພໍໄດ້ເງິນ."

ພັຍແລ້ງໄດ້ສົ່ງຜົລໃຫ້ຊາວນາອຶດເຂົ້າກິນ ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ກ່າວວ່າ ສະພາບການໂຕຈິງ ເມືອງລອງ ກໍຄືກັບແຂວງບໍ່ແກ້ວ ຍ້ອນມີຊາຍແດນຕິດຈອດກັນ ບ່ອນໃດມີຊົລປະທານກໍພໍເຮັດນາໄດ້ ບ່ອນໃດອາສັຍແຕ່ນໍ້າຝົນ ຜົລຜລິດກໍບໍ່ໄດ້ພໍກິນ.

"ເມືອງລອງນີ້ ບ່ອນໃດທີ່ວ່າມີເງື່ອນໄຂນໍ້າຊົລປະທານ ກະພໍນໍ້າຟ້າ ກະບໍ່ພໍປານໃດຄ້າຍຄືກັນຫັ້ນແຫລະ ບໍ່ແກ້ວ ກັບເມືອງລອງຊາຍແດນ ກໍຕິດກັນ."

ສ່ວນແຂວງໄຊຍະບູຣີ ໂດຍສະເພາະຊາວນາຢູ່ບ້ານຕາກແດດ ເມືອງປາກລາຍ ກ່າວວ່າປີນີ້ຝົນຕົກຫຼາຍ ອາດສົ່ງຜົລກະທົບຕໍ່ການເກັບກ່ຽວ ຈະໄດ້ໜ້ອຍລົງ.

"ຝົນຕົກມາມັນກໍຂີ້ດິນສວນມັນຊິໄຫລມາໃສ່ນາ, ນາມັນກໍໄຖບໍ່ໄດ້ມັນ ຍ່າງໄປກໍພຽງແອວນີ້ ບໍ່ໄດ້ໄຖບໍ່ໄດ້ຄາດເລີຍນ່າ ຝົນຕົກມາແລ້ວກໍດິນ ໄຫລເຂົ້າເລີຍ ແລ້ວກໍດຳເລີຍ ດຳຕາມຂີ້ດິນໄຫລມາ ມັນກໍບໍ່ດີ ບໍ່ຮອດແລ້ວດິນມັນບໍ່ມີ ດັ່ງບໍ່ມີປຸຍ ເພາະວ່າດິນດັ່ງເດີມ ມັນຖືກປົກໄປແລ້ວ, ແລ້ວຕໍ່ໜ້າຜົລຜລິດມັນກໍໜ້ອຍລົງ."

ອີງຕາມການຣາຍງານ ຂອງພຍາກອນຣະດູການ ອຸຕຸກະສາດ 18 ແຂວງທົ່ວປະເທດ ປະຈຳເດືອນພຶສພາ ຫາ ເດືອນກໍຣະກະດາ 2020 ໃຫ້ຮູ້ວ່າ ໃນຂອບເຂດທົ່ວປະເທດ ອາດຈະສູນເສັຽຜົລຜລິດ ເນື່ອງຈາກອຸນຫະພູມ ຄວາມຮ້ອນສູງ ໃນໄລຍະຣະດູອອກດອກ ຂອງພືດ ເຊິ່ງຈະສັງເກດເຫັນຄວາມສ່ຽງ ຈາກແມງໄມ້ເພີ່ມທະວີ ຂຶ້ນຢ່າງຕໍ່ເນື່ອງ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູຣີ ຄາດວ່າ ຈະປະສົບກັບ ສະພາວະພັຍແຫ້ງແລ້ງ ເຊິ່ງຈະປະກົດຂຶ້ນໃນ ເດືອນພຶສພາ ຫາ ເດືອນກໍຣະກະດາ, ອຸນຫະພູມຄວາມຮ້ອນຈະສູງ ແລະ ຝົນຕົກໜ້ອຍ ໃນສອງແຂວງດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.