EIA ເຜີຍບັນຫາສັດປ່າ 3 ຫຼຽ່ມຄໍາ

ມະນີຈັນ
2018.02.28
F-Bokeo ເມືອງຈີນ ໃນເຂດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ
RFA/AS

ສັດປ່າທີ່ຫາຍາກ ໃກ້ຈະສູນພັນ ຮວມທັງເສືອໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ຂອງກຸ່ມບໍຣິສັດ ດອກງິ້ວຄໍາ ຊຶ່ງເປັນທີ່ຕັ້ງຂອງບ່ອນ ຫລີ້ນການພະນັນ ຄິ້ງໂຣມັນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ ຢູ່ໃນສະພາບທີ່ໜ້າເປັນຫ່ວງ, ຕາມຄໍາເວົ້າ ຂອງຍານາງ Debbies Banks ເຈົ້າໜ້າທີ່ອາວຸໂສ ປະຈໍາອົງການສືບສວນ ດ້ານສະພາບແວດລ້ອມ ຫລື EIA ທີ່ມີສູນກາງຢູ່ກຸງ ລອນດອນ ປະເທດອັງກິດ ເມື່ອ ໄວໆມານີ້.

"ເຂດເສຖກິດພິເສດ 3 ຫລ່ຽມຄໍາໃນລາວ ຍັງມີເສືອທີ່ຢູ່ໃນສະພາບໜ້າຫົດຮູ່. ຕອນທີມງານພວກເຮົາ ໄປທີ່ນັ້ນໃນປີ 2014 ຜູ້ຄວບຄຸມ ຂັງສັດໄວ້ໃນກົງ ເວົ້າວ່າ ຄວາມຕັ້ງໃຈຂອງເຂົາເຈົ້າ ຄືຮັກສາແລະລ້ຽງເສືອ ໃຫ້ອອກລູກ ເພື່ອເຮັດເຫລົ້າບອງ ກະດູກເສືອ ແລະແນ່ນອນ ພວກເຮົາກໍພົບເຫັນ ເຫລົ້າບອງກະດູກເສືອ ແລະໜັງເສືອເພື່ອຂາຍ ໃນເຂດເສຖກິດພິເສດ ແຫ່ງນັ້ນ."

ຍານາງ ເດັບບີ ກ່າວຕອບຄໍາຖາມ ຂອງເອເຊັຽເສຣີ ຕໍ່ໄປວ່າ ເສືອຈໍານວນນຶ່ງ ມີຣາຍງານວ່າ ມາຈາກຟາມເສືອ ແຫ່ງອື່ນໃນລາວ, ແລະ ອີກຈໍານວນນຶ່ງ ມາຈາກ ໄທ. ແຕ່ບໍ່ມີໃຜຮູ້ແນ່ນອນ. ການຂັງເສືອໄວ້ໃນກົງ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ບໍ່ປາກົດວ່າເປັນໄປ ຕາມຫລັກການ ຫລືການກວດກາ ຂອງຣັຖບານລາວ.

"ປາກົດວ່າມັນເປັນການຍາກຫລາຍ ສໍາລັບທາງການລາວ ຈະປະຕິບັດກົດໝາຍໃດນຶ່ງ ໃນເຂດເສຖກິດພິເສດນັ້ນ ຍ້ອນວ່າມັນຢູ່ໃນການ ຄຸ້ມຄອງຂອງບໍຣິສັດຈີນ."

ແລະຈາກຂໍ້ມູນລ່າສຸດ ທີ່ທາງ EIA ໄດ້ຮັບ, ຍັງມີເສືອຫລາຍໂຕ ທີ່ຂັງໄວ້ຢູ່ໃນກົງ ທັງເສືອຜູ້ແລະເສືອແມ່ ຂັງໄວ້ຮວມກັນ ເພື່ອປະສົມພັນ ແລະກໍໄດ້ຍິນກ່ຽວກັບ ສັດປະຫລາດ ທີ່ອາດເປັນສາຍພັນ ຣະຫວ່າງເສືອ ແລະສິງ ທີ່ຖືກນໍາເຂົ້າມາ ແຕ່ບໍ່ຮູ້ວ່າ ມາຈາກໃສ, ມາດາມ ແບັງຄສ ກ່າວ:

"ສະພາບການໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ປາກົດວ່າຂ້ອນຂ້າງ ຄວບຄຸມບໍ່ຢາກໄດ້, ອັນສໍາຄັນຫລາຍຄື ທາງການລາວດໍາເນີນ ການກວດກາ ແລະກວດສອບເຣຶ່ອງ ເສືອຢູ່ໃນເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ແລະອີກ 3 ແຫ່ງ ໃນລາວ."

ເສືອຢູ່ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ຖືກຮັກສາໄວ້ ເພື່ອເຮັດເຫລົ້າບອງ ກະດູກເສືອ ຊຶ່ງພວກເຮົາເຫັນເຫລົ້າ ບອງກະດູກເສືອ ວາງຂາຍ ຢູ່ໃນເຂດນັ້ນຫລາຍ ແລະອົງການອື່ນໆຫລາຍອົງການ ກໍເຫັນ - ມາດາມ ເດັບບີ ແບງຄສ  ກ່າວຕໍ່ໄປວ່າ:

"ຫາກເວົ້າເຖິງເສືອ ທີ່ພວກເຮົາສາມາດເຫັນ ແລະນັບໄດ້ ແລະອົງການອື່ນໆ ກໍເຫັນນັ້ນມີຢູ່ຣະຫວ່າງ 25 ຫາ 55 ໂຕ."

ມັນບໍ່ມີການບັນທຶກ ຢ່າງເປັນທາງການໃດໆ ເຣື່ອງຈໍານວນເສືອ ທີ່ ເກີດຫລືຕາຍຫລື ເຄຶ່ອນຍ້າຍໄປບ່ອນໃດ ຫຼືນໍາເຂົ້າມາ ຈັ່ງຊັ້ນຈຶ່ງວ່າ ບໍ່ມີຄວາມໂປ່ງໃສໃດໆເລີຍ. ແລະວ່າ ທີມງານຂອງອີອາຍເອ ໄປເບິ່ງເຂດເສຖກິດພິເສດ 3 ຫລ່ຽມຄໍາໃນປີ 2014, 2015, 2017, ທຸກເທື່ອທີ່ໄປ ກໍເຫັນງາຊ້າງ ວາງຂາຍຢ່າງເປີດແປນ ເຫັນຊິ້ນສ່ວນສັດປ່າ ທີ່ມີທັງເປັນແບບເກັດແບບແຖລອກໜັງ ທັງເຮັດເປັນແບບ ລວດລາຍ ແລະກໍເຫັນໝີນ້ອຍ ຢູ່ນອກຮ້ານອາຫານແຫ່ງນຶ່ງ, ເຫັນໝີ ແລະເສືອເປັນ ທີ່ຢູ່ໃນກົງ ຫລື ໃນສວນສັດນັ້ນ.

ເມື່ອຖາມເຖິງສິ່ງທີ່ໜ້າກັງວົນນໍາຫລາຍ ກ່ຽວກັບການຄ້າສັດປ່າຜິດກົດໝາຍ ໃນເຂດເສຖກິດພິເສດ 3 ຫລຽມຄໍາ ທີ່ກາຊີໂນ ຄິ້ງໂຣມັນສ ຂອງ ຈ້າວເຫວີຍ ນັ້ນຕັ້ງຢູ່ນັ້ນ ແດັບບີ ແບັງຄສ ບອກວ່ານັ້ນຄືການ ບໍ່ຢ້ານກົວຕໍ່ກົດໝາຍ:

"ເວລາພວກເຮົາຢູ່ທີ່ນັ້ນ ເຫັນງາຊ້າງ, ໜັງສືເປັນໂຕ ທີ່ຖືກຕົບແຕ່ງໃຫ້ຄືໂຕເສືອແທ້, ເຫັນໜັງເສືອດາວ ນໍແຮດ ທີ່ຖືກວາງຂາຍ ຢ່າງ ເປີດແປນ ໃນກາຊີໂນ."

ຊຶ່ງນາງຄິດວ່າການຕີຣາຄາ ການໄປເບິ່ງຂອງທີມງານນາງ ເທື່ອລ່າສຸດ ໃນປີ 2017 ຜ່ານມາ ກໍຍັງເຫັນເຄຶ່ອງທີ່ວ່ານັ້ນຢູ່. ດັ່ງນັ້ນສິ່ງທີ່ໜ້າ ກັງວົນນໍາຫລາຍກໍຄືເຣື່ອງ ບໍ່ມີການບັງຄັບໃຊ້ກົດໝາຍໃດໆ ໃນທີ່ນັ້ນຊຶ່ງປາກົດ ວ່າມັນຢູ່ນອກເໜືອ ການຄຸ້ມຄອງ ຂອງຣັຖບານ, ມັນຖືກ ດໍາເນີນໄປ ໂດຍກຸ່ມແກ້ງຈີນ.

ເມື່ອປີ 2015 ພາຍຫລັງທີ່ໄດ້ສືບສວນ ກ່ຽວກັບກາຊີໂນຄິ້ງໂຣມັນສ, ກ່ຽວກັບເຂດເສຖກິດພິເສດ ສາມຫລ່ຽມຄໍາ, ກ່ຽວກັບການ ຄ້າສັດປ່າ ຜິດກົດໝາຍ ໃນທີ່ນັ້ນແລ້ວ ອົງການ EIA ກໍໄດ້ສົ່ງຂໍມູນ ເພື່ອແລກປ່ຽນຄວາມຄິດເຫັນ ກັບຣັຖບານລາວ. ແລະ ເຖິງຈະບໍ່ມີຄໍາຄິດເຫັນ ຕອບກັບ ໃນທັນທີ ແຕ່ທາງ ອີອາຍເອ ກໍຮູ້ວ່າຫລັງຈາກນັ້ນ ລາວ ກໍຕ້ອງມີພັນທະປະຕິບັດ ຕາມສົນທິສັນຍາສາກົລ ວ່າດ້ວຍການຄ້າ ສັດປ່າ ທີ່ຫາຍາກ ແລະໃກ້ສູນພັລ ຊຶ່ງປາກົດວ່າ ຣັຖບານລາວ ຍາກຫລາຍ ທີ່ຈະໃຫ້ມີ ການປະຕິບັດກົດໝາຍ ໃນເຂດເສຖກິດພິເສດນັ້ນ. ແຕ່ມັນ ກໍຈໍາເປັນ ທີ່ຣັຖບານລາວ ໃນຣະດັບສູງ ຈະຕ້ອງເຂົ້າແກ້ໄຂ ເພື່ອໃຫ້ການເຄື່ອນໄຫວ ຜິດກົດໝາຍທຸກຢ່າງ ແລະການຄ້າເສືອ ຄ້າສັດປ່າຜິດກົດໝາຍຢູ່ເຂດນັ້ນ ຍຸຕິລົງ.

ແລະກໍເປັນທີ່ເຂົ້າໃຈວ່າ ຣັຖບານລາວ ມີຄວາມພຍາຍາມ ດັ່ງທີ່ເຫັນໄດ້ຈາກການທໍາຣາຍ ໜັງເສືອໃນເຂດເສຖກິດພິເສດ ຜ່ານທາງ ໂທຣະທັດ ແຫ່ງຊາດລາວ ແຕ່ກໍໜ້າ ເສັຽດາຍ ທີ່ບໍ່ມີການເອົາຕົວຢ່າງ ຮູບພາບໜັງເສືອ, ເອົາດີແອັນເອ ຈາກໜັງເສືອໃດໆ ໄປວິເຄາະ, ຈຶ່ງບໍ່ມີສ່ອງທາງ ທີ່ຈະສືບສວນ ຫາທີ່ມາຂອງສິ່ງນັ້ນໄດ້. ແລະເທົ່າທີ່ຮູ້ ບໍ່ມີຜູ້ໃດຖືກດໍາເນີນຄະດີ ຍ້ອນການຄ້າເສືອແລະສັດປ່າໃນເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ນັ້ນ.

Debbies Banks ກ່າວຕອບຄໍາຖາມຂອງ RFA ເຣື່ອງການກວດສອບ ຟາມເສືອ 1 ແຫ່ງໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ຊຶ່ງ ທຸກຄົນສາມາດ ບັນທຶກໄວ້ໄດ້ ຮວມທັງເສືອເປັນ ທີ່ຖືກຂັງໄວ້ໃນກົງ ແລະເສືອທີ່ໃຊ້ຍ່າງຫລີ້ນ ນໍານັກທ່ອງທ່ຽວ ແລະ ທັງຂ່າວລືທີ່ວ່າ ຍັງມີເສືອທີ່ຖືກຂັງໄວ້ຢູ່ບ່ອນອື່ນ ຢ່າງໜ້ອຍອີກ 3 ແຫ່ງໃນລາວ ຊຶ່ງຣັຖບານລາວຈະຕ້ອງໄດ້ກວດສອບ -ແດັບບີ ກ່າວ:

"ພາຍໃຕ້ສົນທິສັນຍາສາກົລ ວ່າດ້ວຍສັດປ່າຫາຍາກແລະ ໃກ້ສູນພັນທີ່ລາວເປັນພາຄີ, ມີການ ຕັດສິນໃຈເມື່ອປີ 2007 ວ່າ ເສືອບໍ່ຄວນ ຖືກຕາມລ່າມາເປັນເຫຍື່ອ, ບໍ່ຄວນນໍາຊິ້ນສ່ວນ ແລະຜລິຕພັນ ຈາກເສືອມາວາງຂາຍ."

ຊຶ່ງກໍໜ້າເສັຽດາຍ ທີ່ຣັຖບານ ສປປລາວ ບໍ່ປະຕິບັດ ຕາມການຕັດສິນໃຈ ແກ້ໄຂບັນຫານີ້ ດັ່ງນັ້ນຈຶ່ງເຮັດໃຫ້ຈໍານວນເສືອໃນຟາມ ທົ່ວ ປະເທດລາວ ຍັງສືບຕໍ່ຂຍາຍໂຕ ແລະກໍກາຍເປັນ ບັນຫາໃຫຍ່ ເພາະຊິ້ນສ່ວນຂອງເສືອ ຖືກວາງຂາຍໃນລາວ ແລະ ຖືກສົ່ງອອກຂາຍ ເປັນການຄ້າ. ນີ້ກາຍເປັນບັນຫາໃຫຍ່. ແລະໃນປີ 2016 ຣັຖບານລາວ ກໍໄດ້ປະກາດວ່າ ຕ້ອງການຄວາມຊ່ວຍເຫຼືອ ຈາກປະຊາຄົມສາກົລ ເພື່ອກໍາຈັດຟາມເສືອ ໃຫ້ໝົດໄປແລະໄດ້ເວົ້າວ່າ ພວກເພິ່ນກໍມີພັລທະ ເຮັດການກວດສອບ ຟາມເສືອ ໃນທົ່ວປະເທດລາວ ແລະຣາຍງານ ກ່ຽວກັບຜົນການກວດສອບນັ້ນ ໃຫ້ CITES ໃນທ້າຍປີ 2018 ນີ້.

ເມື່ອຖາມເຖິງການກະທໍາສິ່ງທີ່ຜິດກົດໝາຍ ເປັນຕົ້ນເຣື່ອງການຄ້າສັດປ່າ ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ວ່າຍັງຄຶກຄັກຢູ່ຄືເກົ່າ ຫລື ແນວໃດພາຍຫລັງກະຊວງການຄັງ ສະຫະຣັຖ ອາເມຣິກາປະກາດ ເມື່ອວັນທີ 30 ມົກຣາ ຜ່ານມານີ້ວ່າ ກາຊີໂນ ຄິງໂຣມັນສ ຂອງ ຈ້າວ ເຫວີຍ ໃນເຂດສາມຫຼ່ຽມຄໍາ ເປັນອົງການອາຊຍາກັມຂ້າມຊາດ ເຄື່ອນໄຫວຜິດກົດໝາຍຮວມທັງຄ້າສັດປ່າ ຄ້າມະນຸດ ຄ້າຢາເສບຕິດ ຟອກເງິນ ໃຫ້ສິນບົນນັ້ນ ມາດາມ ແດັບບີສ ແບັງຄສ ບອກວ່າ:

"ພວກເຮົາບໍ່ໄດ້ໄປເຂດເສຖກິດພິເສດນັ້ນ ນັບຕັ້ງແຕ່ສະຫະຣັຖອາເມຣິກາ ຂຶ້ນບັນຊີດໍາເຂດ ດັ່ງກ່າວ."

ຊຶ່ງເປັນໜ້າສົນໃຈ ທີ່ເຫັນກຸ່ມບໍຣິສັດດັ່ງກ່າວ ແລະການທຸຣະກິດ ໃນທີ່ນັ້ນໂຕ້ຕອບ ແລະຈະເຫັນວ່າສິ່ງນັ້ນ ຈະຖືກກໍາຈັດໄປແທ້ ຫລື ແນວໃດ. ການຄ້າສັດປ່າຜິດກົດໝາຍ ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ແດັບບີສ ແບັງຄສ ເວົ້າວ່າມີການບັນທຶກ ໄວ້ເປັນຢ່າງດີ ຊຶ່ງປະຕິເສດ ບໍ່ໄດ້:

"ພວກເຮົາບໍ່ແມ່ນອົງການດຽວ ຫາກມີອົງການອື່ນໆ ແລະນັກຂ່າວອີກ ທີ່ໄດ້ໄປເຫັນ ແລະຖ່າຍ ວີດີໂອ ແລະມີຫລັກຖານເປັນ ຮູບພາບ ຖ່າຍເອົາການຄ້າສັດປ່າ ຜິດກົດໝາຍ ໃນທີ່ນັ້ນ ຊຶ່ງປະຕິເສດບໍ່ໄດ້."

ແລະການທີ່ສະຫະຣັຖອາເມຣິກາ ຂຶ້ນບັນຊີດໍາ ກາຊີໂນ ຄິງສໂຣມັນສ ຈ້າວເຫວີຍ ນັ້ນ ເປັນບາດກ້າວໄປຂ້າງໜ້າ ທີ່ສໍາຄັນ. ມັນຈະເປັນ ໜ້າສົນໃຈທີ່ຈະເຫັນວ່າສິ່ງນັ້ນ ຖືກກໍາຈັດໃຫ້ໝົດໄປ -ແດັບບີສ ແບັງຄສ ກ່າວໃນທີ່ສຸດ.

ການສັມພາດມາດາມ ແດັບບີສ ແບັງ ເຈົ້າໜ້າທີ່ອາວຸໂສ ປະຈໍາອົງການສືບສວນສະພາບແວດລ້ອມ EIA ຊຶ່ງເປັນຜູ້ນຶ່ງທີ່ໄດ້ໄປເຫັນເຂດ ເສຖກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວນັ້ນ ມີຂຶ້ນຜ່ານທາງໂທຣະສັບ ຈາກກຸງລອນດອນ ປະເທດອັງກິດ ໃນມື້ວັນທີ 23 ກຸມພາ 2018 ນີ້. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.