ຊ່ຽວຊານຫາລືເຣື້ອງ ເຂື່ອນ

ມະນີຈັນ
2015.09.10
F-Donsahong ຊາວໄທ ທີ່ ຕໍ່ຕ້ານ ການສ້າງເຂື່ອນ ດອນສະໂຮງ ແລະ ເຂື່ອນ ໄຊຍະບູຣີ
RFA

ຜູ້ຊ່ຽວຊານ 35 ຄົນ ຈາກ ອົງການ ສະພາບ ແວດລ້ອມ ໃນລາວ ກັມພູຊາ ແລະ ວຽດນາມ, ປຶກສາ ຫາຣື ກັນ ເຣື່ອງ, ການຄຸ້ມຄອງ ການນໍາໃຊ້ ນໍ້າ ແລະ ຜົລກະທົບ ຂອງ ເຂື່ອນ ໄຟຟ້າ ໃນ ວັນທີ 9 ກັນຍາ 2015 ນີ້. ຕາມຣາຍງານ ຂ່າວ VNS.

ໃນ ກອງປະຊຸມ 1 ວັນ ຢູ່ ແຂວງ Dong Thap ເຂດ ປາກ ແມ່ນໍ້າຂອງ, ບັນດາ ຜູ້ເຂົ້າຮ່ວມ ໄດ້ ຫາລືກັນ ເຖິງ ຜົລກະທົບ ຈາກ ເຂື່ອນ, ທີ່ສ້າງ ໃສ່ ແມ່ນໍ້າ ສາຍຕ່າງໆ ໃນ ຂົງເຂດ ອິນໂດຈີນ ຕໍ່ ຊຸມຊົນ ທ້ອງຖິ່ນ ຮວມທັງ ຊຸມຊົນ ຕາມແຄມ ແມ່ນໍ້າຂອງ ນໍາດ້ວຍ.

ນາງ Nguyen Thi Quynh Anh ຈາກ ສູນກາງ ພາກ ເອກຊົນ ວຽດນາມ, ເພື່ອ ການ ຄົ້ນຄວ້າ ແລະ ການພັທນາ CSRD, ຊຶ່ງ ເປັນນຶ່ງ ໃນ 3 ອົງການ ຈັດຕັ້ງ ທີ່ເປັນ ເຈົ້າພາບ ກອງປະຊຸມ ຄັ້ງນີ້ ກ່າວວ່າ ການ ເກັບກັກນໍ້າ ໃນອ່າງ ເກັບນໍ້າ ຂອງ ເຂື່ອນ ໃນ ຣະດູ ຮ້ອນ ກໍ່ໃຫ້ເກີດ ການ ຂາດເຂີນ ນໍ້າ ສໍາລັບ ການ ກະເສດ, ການ ລ້ຽງປາ ແລະ ປູກພືດພັນ ຕ່າງໆ ໃນເຂດ ນັ້ນ. ແຕ່ການ ປ່ອຍນໍ້າ ແບບ ບໍ່ມີແຜນ ໃນ ຣະຍະ ຫຼາຍເດືອນ ທີ່ ຝົນຕົກ ຫຼາຍນັ້ນ ນໍາໄປສູ່ ການເກີດ ນໍ້າຖ້ວມ.

ນອກຈາກ ຜົລກະທົບ ທາງ ສັງຄົມ ແລະ ເສຖກິດ ແລ້ວ, ບັນດາ ຜູ້ ຊ່ຽວຊານ CSRD, ຈາກ ເຄືອຂ່າຍ ແມ່ນໍ້າ ວຽດນາມ VRN ແລະ ອົງການ OXFAM ທີ່ ມີສູນກາງ ຢູ່ ກັມພູຊາ ກໍເວົ້າວ່າ ການສ້າງ ແລະ ດໍາເນີນ ງານ ຂອງ ເຂື່ອນ ໄຟຟ້າ ຍັງເຮັດໃຫ້ ສິດທິ ມະນຸດ ອ່ອນແອ ລົງ ນໍາອີກ ຢູ່ເຂດ ທີ່ໄດ້ຮັບ ຜົລ ກະທົບ.

ທ່ານ ອຸດອນ ແຫັມ ຈາກ ອັອກສແຟັມ ເວົ້າວ່າ ປະຊາຊົນ ລາວ, ໃນເຂດ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ເຂື່ອນ ດອນສະໂຮງ ບໍ່ມີສິດ ມີສຽງ, ທີ່ ຈະເວົ້າເຣື່ອງ ຜົລກະທົບ ຈາກ ໂຄງການ ນັ້ນ. ທ່ານ ດວງພຣະຈັນ ຈໍາປາພອນ ຈາກ ພັນທະມິດ ຊຸມຊົນ ສີຂຽວ CSO ກ່າວເພີ່ມ ຕື່ມວ່າ ຊາວລາວ ຈໍານວນຫຼາຍ ຄັດຄ້ານ ການສ້າງ ເຂື່ອນ ດອນສະໂຮງ ໃສ່ ແມ່ນໍ້າຂອງ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.