ຜົນກະທົບຈາກເຂື່ອນຂອງລາວ

ຈໍາປາທອງ
2015.05.24
f-image ຜົນກະທົບຈາກການສ້າງເຂື່ອນ ຂອງ ສປປລາວ
RFA

40 ປີ ມານີ້ ສປປລາວ ມີ ເຂື່ອນ ແລະ ໂຮງ ໄຟຟ້າ 29 ແຫ່ງ ທີ່ ຜລິດ ກະແສ ໄຟຟ້າ ໄດ້ 3,320 MW, ໃນ ຂນະທີ່ ເຂື່ອນ ເຫຼົ່ານັ້ນ ໄດ້ ສ້າງ ຄວາມ ເສັຽຫາຍ ໃຫ້ ຄົນ ແລະ ສິ່ງ ແວດລ້ອມ ຢ່າງ ໃຫຍ່ຫຼວງ. ຊຶ່ງ ອົງການ Terra ເວົ້າວ່າ, ເຂື່ອນ ແຫ່ງ ນີ້ ສ້າງ ຜົລ ກະທົບ ໃສ່ ປະຊາຊົນ ລາວ ເຖິງ 150,000 ຄົນ ເປັນຕົ້ນ ຜູ້ທີ່ ຢູ່ ແຄມ ເຊບັ້ງໄຟ. ເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ອື່ນໆ ໃນ ແມ່ນ້ຳຂອງ ຮວມທັງ ເຂື່ອນ ດອນສະໂຮງ ກໍຈະມີ ຜົລ ກະທົບ ຕໍ່ ປະຊາຊົນ ກວ່າ 60 ລ້ານ ຄົນ ທີ່ ອາສັຍ ຢູ່ແຄມ ແມ່ນ້ຳຂອງ ຕອນລຸ່ມ.

ເວົ້າ ສະເພາະ ເຂື່ອນ ໄຟຟ້າ ໄຊຍະບູຣີ ຂນາດ 1,260 MW ທີ່ ກຳລັງ ກໍ່ສ້າງ ຢູ່ນີ້, ກໍຈະ ເຮັດໃຫ້ ນ້ຳຂອງ ຂຶ້ນ-ລົງ ຜິດ ປົກກະຕິ, ຊຶ່ງ ກອງທຶນ ເພື່ອ ຊີວິດ ສັດປ່າ ແລະ ອົງການ ແມ່ນ້ຳ ສາກົນ ຖແລງ ວ່າ ເຂື່ອນ ແຫ່ງນີ້ ຈະ ທຳລາຍ ປາ ແລະ ຣະບົບ ນິເວດ ຂອງ ແມ່ນ້ຳຂອງ, ຣັຖບາລລາວ ແລະ ໄທ ບໍ່ຄວນ ສ້າງ ເພາະ ແມ່ນ້ຳຂອງ ຖືກ ທຳລາຍ ຈາກ ເຂື່ອນ ຂອງຈີນ ຢູ່ ພາກເໜືອ ນັ້ນ ຫລາຍ ແລ້ວ.

ສູນ ບໍຣິຫານ ສະພາບ ແວດລ້ອມ ສາກົນ ໄດ້ ເວົ້າວ່າ, ຖ້າ ມີການ ສ້າງ ເຂື່ອນ ເຖິງ 11 ແຫ່ງ ໃສ່ ແມ່ນ້ຳຂອງ ຈຳນວນ ປາ ຈະ ສູນພັນ ໄປເຖິງ 42 ສ່ວນຮ້ອຍ ຂອງ ຈໍານວນ ປາ ທີ່ ມີຢູ່ ໃນ ປັດຈຸບັນ. ເຖິງ ຈະເປັນ ຄື ແນວນັ້ນ ກໍຍັງ ຈະມີ ໂຄງການ ສ້າງ ເຂື່ອນ ໄຟຟ້າ ແລະ ພລັງງານ ອື່ນໆ ທີ່ ທາງ ຣັຖບາລ ລາວ ໄດ້ ອະນຸຍາດ ໃຫ້ ທັງ ບໍຣິສັດ ຕ່າງ ປະເທສ ຄົ້ນຄວ້າ ສຳຣວດ ແລະ ພັທນາ ອີກ 71 ໂຄງການ ຮວມທັງ ເຂື່ອນ ນ້ຳຊັນ 1 ຂນາດ 45 MW ຢູ່ ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ ຊຶ່ງ ຈະ ສາມາດ ຜລິດ ກະແສ ໄຟຟ້າ ໄດ້ ທັງໝົດ 21,668 MW.

ທາງການ ລາວ ມີແຜນ ທີ່ ຈະສ້າງ ໃຫ້ລາວ ເປັນ ໝໍ້ໄຟ ແຫ່ງ ເອເຊັຽ ແລະ ວ່າ, ການສ້າງ ເຂື່ອນ ຕໍ່ໄປນີ້ ຈະເອົາ ຊ່ຽວຊານ ມາເບິ່ງ ຄັກແນ່ ແລະ ເຫັນວ່າ ທີ່ ຜ່ານມາ ຕົນເຮັດ ໄດ້ດີ ສົມຄວນ ແລ້ວ, ດັ່ງທີ່ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ກ່າວ ຜ່ານສື່ ມວນຊົນ ຂອງ ທາງການ ລາວ ວ່າ:

"ເຮົາຊິມີ ຊ່ຽວຊານ ມາເບິ່ງ ເບິດ ທຸກດ້ານ ຮອບດ້ານ ອີ່ຫລີ ແຕ່ລະ ຣະຍະ ອີກ ວ່າເຮົາເຮັດ ໄດ້ດີ ໄດ້ໜ້ອຍ ສໍ່າໃດ ພວກເຮົາ ເອງ ກໍມີ ຄວາມໝັ້ນໃຈ ວ່າ ເຮົາເຮັດ ໄດ້ດີ ເຕີບ ໃນຫລາຍ ໂຄງການ ຜ່ານມາ ນີ້ ຕັ້ງແຕ່ ຊຸມຕົ້ນໆ ທີ່ເຮົາ ພັທນາ ເຂື່ອນ ນໍ້າງື່ມ 1 ເຂື່ອນ ເຊຣະບໍາ 1970 ຫາ 1990 ອັນ ນັ້ນມັນ ໃນຣະຍະ ຕົ້ນ ເຮົາ ກໍປະສົບ ຜົລ ສໍາເຣັດ ບໍ່ຫລາຍ ຈົນ ມາຮອດ 1990 ມີ ຕັ້ງແຕ່ ປະມານ 200 ເມກາວັດ".

ການ ຜລິດ ໄຟຟ້າ ທາງການ ລາວ ເວົ້າ ຢູ່ໃນ ກອງ ປະຊຸມ ໃຫຍ່ ຄັ້ງທີ 9 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ເມື່ອ 5 ປີ ກ່ອນວ່າ ໄດ້ ສຳເຣັດ ການສ້າງ ເຂືຶ່ອນ ໄຟຟ້າ 5 ເຂື່ອນ ຄື: ເຂື່ອນ ນ້ຳມັງ 40 MW, ເຂື່ອນ ນ້້ຳທີນ2- 1,088 MW.
ເຂື່ອນ ເຊເສັດ2 - 76 MW; ເຂື່ອນ ນ້ຳລີກ1ແລະ2 -100MW; ແລະ ເຂື່ອນ ນ້ຳງື່ມ2 - 615 MW. ຮວມ ທັງໝົດ 5 ເຂື່ອນ ຜລິດ ກະແສ ໄຟຟ້າ ໄດ້ 1,919 MW. ຕາມ ແຜນການ 5 ປີ ຄື ແຕ່ປີ 2011 ຫາປີ 2015 ຈະ ສຳເຣັດ ການສ້າງ ໂຮງງານ ຜລິດ ໄຟຟ້າ 8 ແຫ່ງ ດ້ວຍ ກຳລັງ ຕຶດຕັ້ງ 2,685,2 MW. ລົງມື ກໍ່ສ້າງ ເຂື່ອນ ຂນາດ ໃຫຍ່ 10 ໂຄງການ, ລວມ 5,015 MW. ກໍ່ສ້າງ ເຂື່ອນ ຂນາດ ນ້ອຍ ແລະ ຂນາດກາງ ຈຳນວນ ນຶ່ງ ແລະ ທັງວ່າ ຮອດປີ 2010 72 ສ່ວນຮ້ອຍ ຂອງ ຄອບຄົວ ໃນ ທົ່ວ ປະເທສ ໄດ້ ໃຊ້ ໄຟຟ້າ ແລະ ໃນປີ 2015 ຮັບ ປະກັນ ໃຫ້ 80 ສ່ວນຮ້ອຍ ຂອງ ຈຳນວນ ຄອບຄົວ ໃນ ທົ່ວ ປະເທສ ໄດ້ ມີ ໄຟຟ້າ ໃຊ້ ຂນະທີ່ ປະຊາຊົນ ລາວ ຜູ້ ຂໍ ສງວນ ຊື່ ທີ່ ຕິດຕາມ ເຣື່ອງ ເຂື່ອນ ໄຟຟ້າ ໃນລາວ ຢ່າງ ໃກ້ຊິດ ຕລອດ ມາ ເວົ້າວ່າ ເປັນໜ້າ ຄ້ອຍໃຈ ນໍາ ທີ່ ບໍ່ມີ ໂອກາດ ໄດ້ ໃຊ້ ໄຟຟ້າ ນັ້ນ: ສຽງ

ເວົ້າ ເຖິງການ ສ້າງ ເຂື່ອນ ຢູ່ ສປປລາວ ທ່ານ ກໍມີ ຄວາມເຫັນ ວ່າ: …ສຽງ

ຕາມ ຂໍ້ມູນ ຢູ່ ໃນ ບົດສລຸບ ຂອງ ທາງການ ລາວ ກ່ຽວກັບ ການ ຈັດຕັ້ງ ປະຕິບັດ ແຜນ ພັທນາ ເສຖກິດ ສັງຄົມ 5 ປີ ເຫັນວ່າ ໂຄງ ປະກອບ ເສຖກິດ ຂອງ ລາວ,  ຂແນງ ອຸດສາຫະກັມ ກວມເອົາ ພຽງ 28 ສ່ວນຮ້ອຍ ໃນ ຂນະທີ່ ບໍ່ແຮ່ ແລະ ພລັງງານ ໄຟຟ້າ ກວມເຖິງ 42 ສ່ວນຮ້ອຍ ຂອງ ຂແນງ ອຸດສາຫະກັມ ທັງໝົດ ແລະ ຂແນງ ພລັງງານ ບໍ່ແຮ່ ກວມເອົາ 12 ສ່ວນຮ້ອຍ ຂອງ ລວມຍອດ ມູນຄ່າ ຜລິຕພັນ ພາຍໃນ, ຊຶ່ງ ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ຂອງ ລາວ ແລ້ວ ແມ່ນວ່າ ມັນສ້າງ ຄວາມສ່ຽງ ຕໍ່ການ ຂຍາຍຕົວ ຂອງ ເສຖກິດ ໃນ ຣະຍະ ຍາວ.

ສິ່ງ ດັ່ງກ່າວ ມີການ ວິພາກ ວິຈານ ກັນວ່າ ແນວທາງ ການ ພັທນາ ເສຖກິດ ຂອງ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ບໍ່ຖືກທິດ, ຕ້ອງໄດ້ ວາງ ທິດທາງ ໃໝ່ ໃຫ້ ມີການ ຂຍາຍ ເສຖກິດ ທີ່ ມີຄວາມ ຫລາກຫລາຍ ຂຶ້ນ ກວ່າເກົ່າ ຮວມທັງ ການສ້າງ ມູນຄ່າ ເພິ່ມ ຈາກ ແຮງງານ ແລະ ສະຕິ ປັນຍາ ໃຫ້ ຫຼາຍຂຶ້ນ ໃຫ້ ມີຄວາມ ສົມດູນ ຕາມທິດ ຍືນຍົງ ເພື່ອ ຫລຸດຜ່ອນ ການ ເອື່ອຍອີງ ໃສ່ແຕ່ ການ ຂຸດຄົ້ນ ແລະ ສົ່ງອອກ ຊັພຍາກອນ ທັມຊາດ ເປັນ ສ່ວນໃຫຍ່ ຊຶ່ງ ຜູ້ນໍາ ສູງສຸດ ຂອງລາວ ເອງ ກໍຍອມ ຮັບ ມາ ຕັ້ງແຕ່ 5 ປີ ກ່ອນ ຢູ່ໃນ ກອງ ປະຊຸມ ໃຫຍ່ ຄັ້ງທີ 9 ຂອງ ພັກ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.