ສັມພາດອົງການອະນຸຣັກ ສັຕປ່າ ສັດນໍ້າ

ສົມເນ
2014-06-24
ອີແມວລ໌
ຄໍາເຫັນ
Share
ພິມ
 ສັມພາດອົງການອະນຸຣັກ ສັຕປ່າ ສັດນໍ້າ
ສັມພາດອົງການອະນຸຣັກ ສັຕປ່າ ສັດນໍ້າ
RFA

 

ອົງການ ອະນຸຣັກ ສັຕປ່າ ສັດນໍ້າ WWF ສະແດງ ຄວາມ ເປັນ ຫ່ວງ ນໍາຜົນ ຂອງ ກອງ ປະຊຸມ ຄະນະ ມົນຕຣີ ແມ່ນໍ້າຂອງ ໃນ ອາທິດ ນີ້ວ່າ ຈະອອກມາ ໃນ ຮູບໃດ.  ຄະນະ ມົນຕຣີ ແມ່ນໍ້າຂອງ ບໍ່ຄວນ ປ່ອຍໃຫ້ ຜົນປໂຍດ ຂອງ ແຕ່ຝ່າຍດຽວ ນັ້ນທໍາລາຍ ການຮ່ວມມື ໃນ ພູມີພາກ ໃນ ເຣື້ອງການ ຈັດການນໍ້າ ໃນ ແມ່ນໍ້າຂອງ ແລະ ວ່າ ການສ້າງ ເຂື່ອນ 2 ແຫ່ງ ຂອງລາວ ອາດສ້າງ ຄວາມເສັຽຫາຍ ແກ່ ຄວາມ ປອດພັຍ ດ້ານ ອາຫານ ແລະ ເປັນ ອັນຕຣາຍ ຕໍ່ ປາ ໂລມາ. ສົມເນ ໄດ້ນໍາເອົາ ການ ສັມພາດ ທ່ານ  Marc Goichot  ນັກ ຊ່ຽວຊານ ຈາກ ອົງການ ອະນຸຮັກ ສັດນໍ້າ ສັດປ່າ ມາສເນີ ທ່ານ.

ຈາກວັນທີ 26 27 ມີຖຸນາ ນີ້ ຣັຖມົນຕຣີ ແມ່ນໍ້າຂອງ ຈາກ ສປປ ລາວ ກໍາພູຊາ ວຽດນາມ ແລະ ໄທ ຈະເປີດ ປະຊຸມ ປະຈໍາປີ ຢູ່ ທີ່ບາງກອກ ເຣື້ອງ ການໃຊ້ ແລະ ຈັດການ ແມ່ນໍ້າຂອງ  ຮ່ວມທັງ ນະໂຍບາຍ ຂອງ ກັມມາທິການ ແມ່ນໍ້າຂອງ MRC ດ້ວຍ. ພິເສດ ໃນ ກອງປະຊຸມ ປີນີ້ ຄະນະ ມົນຕຣີ ແມ່ນໍ້າຂອງ ຈະໄດ້ສຶກສາ ເບິ່ງຜົນ ສລຸບ ຂອງ ກອງປະຊຸມ ຄະນະ ກັມມະການ ຮ່ວມ MRC ເມື່ອເດືອນ ມົກກະຣາ ຜ່ານມາ ທີ່ ບໍ່ສາມາດ ຕັດສີນໃຈ ໄດ້ວ່າ ເຣື້ອງ ເຂື່ອນ ດອນສະໂຮງ ນີ້ ຈະຕ້ອງ ເຂົ້າຢູ່ໃນ ຂັ້ນຕອນ ປຶກສາ ຫາຣື ຮ່ວມກັນ ຕາມທີ່ 3 ປະເທດ ສເນີ ນັ້ນ ບໍ່ (prior consultation) ຫລືວ່າ ແຈ້ງການ ໃຫ້ຊາບ ແລ້ວ ກໍພໍ (notification) ພາຍໃຕ້ ຂໍ້ຕົກລົງ MRC ປີ 1995 ຕາມທີ່ ຝ່າຍລາວ ຢືດໝັ້ນ ເພາະ ລາວ ເຫັນວ່າ ເຂື່ອນ ແຫ່ງນີ້ ບໍ່ໄດ້ຢູ່ ໃນ ແມ່ນໍ້າຂອງ ສາຍ ຫລັກ.

ຫລາຍ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ພຍາຍາມ ຊຸກຍູ້ ຢາກໃຫ້ ການ ສ້າງເຂື່ອນ ດອນສະໂຮງ ເຂົ້າຢູ່ໃນ ຂັ້ນຕອນ ປຶກສາ ຫາລື ຮ່ວມກັນ ຂອງ 4 ປະເທດ ກ່ອນການ ຕັດສິນໃຈ ດໍາເນີນ ການກໍ່ສ້າງ. ອົງການ ອະນຸຮັກ ສັດປ່າ ສັດນໍ້າ WWF ກໍເປັນນຶ່ງ ໃນຫລາຍ ອົງການ ນານາ ຊາຕ ທີ່ ໄດ້ອອກ ຖແລງການ ສະແດງ ຄວາມເປັນຫ່ວງ ນໍາ ໂຄງການ ສ້າງເຂື່ອນ 2 ແຫ່ງ ໃສ່ ແມ່ນໍ້າຂອງ ຂອງລາວ  ຄື ເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ດອນສະໂຮງ.

ທ່ານ Marc Goichot ນັກຊ່ຽວຊານ ຈາກ ອົງການ WWF ທີ່ ເຮັດວຽກ ໃນ ໂຄງການ ພັທນາ ແມ່ນໍ້າຂອງ ແບບ ຍືນຍົງ ໃນອານຸ ພູມີພາກ ຖແລງວ່າ ແມ່ນໍ້າຂອງ ເປັນ ແມ່ນໍ້າ ທີ່ ຫລາຍ ປະເທດໃຊ້ ຮ່ວມກັນ ຊຶ່ງ 4 ປະເທດ ມີ ພັນທະ ພາຍໃຕ້ ຂໍ້ຕົກລົງ ຂອງ ກັມມາທິການ ແມ່ນໍ້າຂອງ ໃນການ ຕັດສີນໃຈ ຮ່ວມກັນ ກ່ອນຈະສ້າງ ເຂື່ອນ ທີ່ີ ສົ່ງຜົນ ກະທົບ ຕໍ່ ປະເທດ ເພື່ອນບ້ານ. ຖ້າບໍ່ມີ ການຮ່ວມມື ກັນແບບມີ. ປະສິທິພາບ ຂອງ ພູມີພາກ ແລ້ວ ຄວາມ ປອດພັຍ ທາງດ້ານ ອາຫານ ສໍາລັບ ພົລເມືອງ 60 ລ້ານ ຄົນ ກໍຈະຕົກ ຢູ່ໃນ ອັນຕຣາຍ.

ເຖິງຢ່າງໃດ ກໍດີ ໃນເມື່ອ ເຂື່ອນ ໄຊຍະບູຣີ ກໍໄດ້ ລົງມື ສ້າງ ແລະ ສໍາເຮັດ ໄປແລ້ວ ປະມານ 20 ສ່ວນຮ້ອຍ ແລະ ເຂື່ອນ ດອນສະໂຮງ ກໍມີການ ສ້າງ ຖນົນ ຫົນທາງ ສ້າງຂົວ ເຂົ້າ ໄປຫາ ສະຖານທີ່ ສ້າງ ເຂື່ອນ ແລະ ກະຕຽມ ຫລາຍດ້ານ ແລ້ວ ຫລັງຈາກ ທີ່ ຣັຖບານ ລາວ ໄດ້ ປະກາດ ເມື່ອ ເດືອນ ກັນຍາ ປີ 2013 ຜ່ານມາ ວ່າ ລາວ ຕັດສີນໃຈ ລົງມື ສ້າງ ເຂື່ອນ ຢ່າງເປັນ ທາງການ ໃນທ້າຍ ປີ 2014 ນີ້. ເອເຊັຍ ເສຣີ ກໍເລີຍ ມີໂອກາດ ສັມພາດ ທ່ານ  Marc Goichot  ໃນ ຄໍາຖາມ ທີ່ວ່າ ດັ່ງ ທີ່ທ່ານຮູ້ ແລ້ວວ່າ ຣັຖບານ ລາວ ໄດ້ ຕັດສີນໃຈ ແລ້ວເດ ທ່ານ ມີຄວາມເປັນ
ຫ່ວງແນວ ໃດອີກ? ທ່ານກໍຕອບວ່າ:

"ເຈົ້າກໍຮູ້ດີ ວ່າ ເຂື່ອນ ດອນສະໂຮງ ທີ່ສ້າງ ໃສ່ແມ່ນໍ້າ ສາຍຫລັກ ເປັນເຣື້ອງ ທີ່ ໜ້າ ເປັນຫ່ວງ ຍ້ອນວ່າ ມັນມີ ທ່າແຮງສູງ ສົ່ງຜົນ ກະທົບ ຕໍ່ ຝູງປາ ໂລມາ ແລະ ການຂຶ້ນລົງ ຂອງ ຝູງປາ ຊນິດ ອຶ່ນໆ. ຂ້ອຍມີ ຄວາມ ເປັນຫ່ວງ ຍ້ອນວ່າ ຂັ້ນຕອນ ແຈ້ງການ ແລະ ປຶກສາ ຫາຣື ຮ່ວມກັນ ບໍ່ຖືກ ຈັດຕັ້ງ ປະຕິບັດ ເພາະວ່າ ຝ່າຍສ້າງ ເຂື່ອນ ອ້າງວ່າ ກໍຣະນີ ເຂື່ອນ ນີ້ ບໍ່ໄດ້ຢູ່ ໃນ ແມ່ນໍ້າ ສາຍຫລັກ".

ເອເຊັຍ ເສຣີ ຖາມວ່າ ທາງການ ລາວ ໄດ້ເວົ້າຢໍ້າ ຫລາຍເທື່ອ ແລ້ວວ່າ ເຂື່ອນ ດອນສະໂຮງ ຈະບໍ່ສົ່ງ ຜົນກະທົບ ຮ້າຍແຮງ ຕໍ່ການໄຫລ ຂອງ ແມ່ນໍ້າຂອງ ຕໍ່ການໄຫລ ຂອງ ຝຸ່ນຂີ້ຕົມ ແລະ ຕໍ່ການ ຂຶ້ນລົງ ຂອງ ປາ. ນອກນັ້ນ ຝ່າຍ ພັທນາ ເຂື່ອນ ໄດ້ລົງມື ຂຸດແລວນໍ້າ ໃຫ້ເລິກ ແລະ ກວ້າງອອກ 2 ລ່ອງນໍາ ຄື ຮູສະດໍາ ແລະ ຮູຊ້າງເຜືອກ ເພື່ອໃຫ້ເປັນ ທາງຂຶ້ນລົງ ຂອງປາ ມີຫຍັງອີກ ທີ່ ທ່ານເຫັນວ່າ ບໍ່ແຈບໃຈ?
ທ່ານ ກໍຕອບວ່າ:

"ອັນນີ້ ບໍ່ແຈບໃຈ, ແມ່ນຢູ່ວ່າ ການໄຫລ ຂອງ ນໍ້າຂອງ ແລະ ການໄຫລ ຂອງ ຝຸ່ນຂີ້ຕົມ ມີ ຜົນກະທົບ ນ້ອຍ ຈາກ ເຂື່ອນນີ້ ແຕ່ມີຄວາມ ເປັນຫ່ວງນໍາ ການໄຫລ ຂອງນໍ້າ ແລະ ຝຸ່ນຂີ້ຕົມ ຈາກເຂື່ອນ ແຫ່ງອື່ນ ທີ່ ມີຜົນກະທົບ ຕໍ່ ການຂຶ້ນລົງ ຂອງປາ ໂດຍ ສະເພາະ ຕໍ່ ປາ ໂລມາ ໂຕນີ້ ແມ່ນວ່າ ເປັນ ຫ່ວງຫລາຍ. ພວກເຮົາ ບໍ່ເຊື່ອວ່າ ການປະເມີນ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ເອກກະສານ ອື່ນໆ ທີ່ສຶກສາ ເຣື້ອງນີ້ ເພື່ອ ສນັບສນູນ ໃຫ້ມີການ ສ້າງ ເຂື່ອນ ຈະໃຫ້ ຄໍາຕອບ ໝົດທຸກຢ່າງ ແລະ ບໍ່ເຊື່ອວ່າ ກໍຣະນີ ການສ້າງ ຂັ້ນໃດ ຂື້ນລົງ ຂອງປາ ຈະໄດ້ຜົນ".

ທ່ານວ່າ ພວກທ່ານ ໄດ້ ສຶກສາ ເຣຶ້ອງນີ້ ຢ່າງ ຄັກແນ່ ແລ້ວກັບ ນັກ ຊ່ຽວຊານ ເຣື້ອງ ທາງຜ່ານ ຂອງປາ ບໍ່ແມ່ນສຶກສາ ກັບ ນັກຊ່ຽວຊານ ການ ປະໂມງ. ນັກຊ່ຽວຊານ ສຶກສາ ທາງຜ່ານ ຂອງປາ ນີ້ແມ່ນ ອີງຕາມ ການທົດລອງ ຢູ່ ອະເມຣິກາ ເໜືອ ແລະ ອະເມຣິກາ ໃຕ້ ບ່ອນທີ່ ຄວາມ ທ້າທາຍ ມີສູງ ແລະ ການເຮັດ ທາງຜ່ານ ຂອງປານີ້ ບໍ່ໄດ້ຜົນ. ທ່ານວ່າ ການເຮັດ ທາງຜ່ານ ຂອງປາ ນີ້ ຕ້ອງພິສູດ ໃຫ້ເລິກເຊິ່ງ ວ່າໄດ້ຜົນ ເສັຽກ່ອນ ກ່ອນຈະເລີ້ມ ລົງມື ສ້າງ. ການສຶກສາ ທີ່ ເຮັດມານີ້ ມີຂອບເຂດ ຈໍາກັດ ວ່າຈະໄດ້ ຜົນ.

ເມື່ອຖາມ ເຖິງ ການທົດລອງ ເຮັດຂັ້ນໃດ ທາງຂື້ນລົງ ຂອງປາ ຢູ່ເຂື່ອນ ໄຊຍະບູຣີ ວ່າ ດຽວນີ້ ບໍຣິສັດ ຮ່ວມພັທນາ ເຂື່ອນ ເຊັ່ນວ່າ ບໍຣິສັດ pyroid ໄດ້ ທົດລອງ ສ້າງຂັ້ນໃດ ເພື່ອໃຫ້ປາ ຂຶ້ນລົງ ທ່ານຄິດວ່າ ຈັ່ງໃດ ແລະ ໄດ້ເຂົ້າເຖິງ ຂໍ້ມູນ ນີ້ ຫລືບໍ່? ທ່ານ ກໍຕອບວ່າ:

"ພວກທ່ານ ມີຄວາມ ເປັນຫ່ວງນໍາ ເຂື່ອນ ໄຊຍະບູຣີ ຍ້ອນວ່າ ສິດທິ ຂອງ ປະເທດ ທີ່ ມີປາ ໂລມາ ເຫັນວ່າ ການສຶກສາ ບໍ່ໄດ້ ເບິ່ງ ຢ່າງຣະອຽດ ກ່ຽວກັບ ຜົນກະທົບ ຕໍ່ ປາໂລມາ ແລະ ຕໍ່ການໄຫລ ຂອງ ຝຸ່ນ ຂີ້ຕົມ. ເມື່ອ ກາງປີ 2012 ໃນເວລາ ສເນີ ສ້າງ ເຂື່ອນ ນັ້ນ ເຂົາຄົງມີ ເງິນທຶນ 1200 ລ້ານ ໂດລາ ໃນການ ອອກແບບ ໃໝ່ ເພື່ອແກ້ໄຂ ຄວາມ ເປັນຫ່ວງ ຂອງບັນດາ ປະເທດ ທີ່ ມີປາ ໂລມາ, ແຕ່ວ່າ ມາຮອດ ທຸກວັນນີ້ ກ່າບໍ່ໄດ້ ແກ້ໄຂ ຫຍັງໝົດ ການກໍ່ສ້າງ ກ່າດໍາເນີນ ໄປເລື້ອຍໆ ແລະ ສອງ ປີ ມາແລ້ວ ແລະ ມາຮອດ ດຽວນີ້ ກ່າຍັງ ເວົ້າວ່າ ກໍາລັງ ທົດລອງ ທາງຜ່ານ ຂອງ ປາ ຢູ່ວ່າຊັ້ນ. ຕາມຂັ້ນຕອນ ແລະ ປຣັຊຍາ
ຂອງ  MRC ນັ້ນ ເຈົ້າຕ້ອງ ສະແດງ ແລະ ພິສູດ ໃຫ້ເຫັນ ເສັຍກ່ອນ ວ່າ ການທົດລອງ ນັ້ນໄດ້ຜົນ ກ່ອນຈະເລີ້ມ ການກໍ່ສ້າງ".

ຕໍ່ ຄໍາຖາມວ່າ ຢູ່ໃນ ຖແລງການ ຂອງທ່ານນັ້ນ ເວົ້າວ່າ ມັນບໍ່ທັນ ຫລ້າສວາຍ ທີ່ ຈະໂຈະ ການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ກ່ອນ ຄວາມເສັຽຫາຍ ທີ່ຕ່າວປີ້ນ ຄືນບໍໄດ້ ນັ້ນ ເກີດຂຶ້ນໃນ ຕົ້ນປີໜ້າ. ຄໍາຖາມ ຂອງຂ້ອຍ ກໍຄືວ່າ ມີມາຕການ ອັນໃດ ເພື່ອ ເຮັດໃຫ້ ການກໍ່ສ້າງ ເຂື່ອນ ຢຸດ ສງັກລົງ ໃນເມື່ອ ວຽກງານ ກໍ່ສ້າງ ທັງໝົດ ໄດ້ ເລີ້ມ ແລະສໍາເຣັດ ໄປແລ້ວ ປະມານ 20 ສ່ວນຮ້ອຍ? ທ່ານ ກໍຕອບວ່າ:

"ການກໍ່ສ້າງ ໄດ້ ເລີ້ມແຕ່ ປີ 2012 ຢູ່ທາງຝັ່ງ ຂວາ ຂອງນໍ້າຂອງ ຊຶ່ງ ເປັນ ເບື້ອງທີ່ ນໍ້າຈະຖ້ວມ ເພາະວ່າມີ ທາງນໍ້າໄຫລ ອອກໃນ ຣະດູ ຝົນ. ທ່ານວ່າ ມັນຍັງມີ ເວລາ ຫລາຍຢູ່ ທີ່ຄວນ ປ່ຽນການ ຕັດສີນໃຈ ໃນການ ສ້າງທາງ ນໍ້າໄຫລ ທີ່ ສ້າງ ຜົນກະທົບ ຕໍ່ທາງລຸ່ມ ເຂື່ອນ. ອີກ ປະການນຶ່ງ ບັນຫາ ຜົນກະທົບ ຕໍ່ເຂດ ສາມຫ່ລຽມ ແມ່ນໍ້າຂອງ ບໍ່ໄດ້ນໍາ ມາ ປຶກສາ ຫາຣື ກັນເລີຽ. ທ່ານເວົ້າ ຕໍໄປວ່າ ໂຄງການ ເຂື່ອນ ໄຊຍະບູຣີ ມີຄວາມສ່ຽງ ຫລາຍຢ່າງ ຕໍ່ເຈົ້າຂອງ ເຂື່ອນ ຕໍ່ຜູ້ ລົງທຶນ ແລະ ຕໍ່ຜູ້ໃຫ້ ເງິນກູ້ຢືມ.

ຕໍ່ຄໍາຖາມວ່າ ແມ່ນຄໍາຕອບ ອັນໃດ ທີ່ ເຈົ້າຄາດ ຫວັງຈາກ ຝ່າຍລາວ ຢູ່ທີ່ ກອງ ປະຊຸມ ຄະນະ ມົນຕຣີ ແມ່ນໍ້າຂອງ ວັນທີ່ 26 27 ມີຖຸນາ ນີ້? ເຊັ່ນວ່າ ການຍິນຍອມໃຫ້ເອົາ ໂຄງການ ເຂື່ອນ ດອນສະໂຮງ ເຂົ້າ ຢູ່ໃນ ຂັ້ນຕອນ ປຶກສາ ຫາຣື ຮ່ວມກັນ ຊັ້ນບໍ່? ທ່ານ ກໍຕອບວ່າ:

"ກອງປະຊຸມ ຄະນະ ມົນຕຣີ ແມ່ນໍ້າຂອງ ເປັນ ກອງປະຊຸມ ຣະດັບສູງ ຂອງ ກັມມາທິການ ແມ່ນໍ້າຂອງ. ກອງປະຊຸມ ສຸດຍອດ ແມ່ນໍ້າຂອງ ຢູ່ ນະຄອນ ໂຮ່ຈິມິນ ເມື່ອເດືອນ ເມສາ ຜ່ານມາ ໄດ້ມີການ ຮ້ອງຂໍ ຢ່າງ ຊັດແຈ້ງ ແລ້ວຈາກ ນາຍົກ ຣັຖມົນຕຣີ ວຽດນາມ ແລະ ກໍາພູຊາ ໃນເວລາ ຖແລງຕໍ່ ສີື່ ມວນຊົນ ຄືວ່າ ຂໍໃຫ້ ຣັຖບານ ລາວ ປະຕິບັດ ຕາມຂັ້ນ ຕອນ MRC ຢ່າງ ເຄັ່ງຄັດ ກໍຣະນີ ເຂື່ອນ ດອນສະໂຮງ ນີ້. ກ່ອນໜ້າ ນີ້້ ກໍໄດ້ຍົກ ບັນຫານີ້ ຂຶ້ນມາ ສົນທະນາ ກັນຢູ່ ກອງ ປະຊຸມ ຂອງ ຄະນະ ກັມມະການ ຮ່ວມ ແລະ ຢູ່ ກອງປະຊຸມ ຄະນະ ມົນຕຣີ ທີ່ ຈະມີຂື້ນ ໃນວັນ ທີ 26 ມີຖຸນາ ຢູ່ບາງກອກ ນີ້ ພວກທ່ານ ຫວັງວ່າ ທັງ 4 ປະເທດ ລາວ ກໍາພູຊາ ວຽດນາມ ແລະ ປະເທດໄທ ຈະຖືເອົາ ຄວາມຮັບ ຜິດຊອບ ແລະ ຕາມທີ່ ເຂົ້າໃຈນີ້ ຂໍ້ຕົກລົງ ຂັ້ນຕອນ ການແຈ້ງ ໃຫ້ຊາບ ການປຶກສາ ຫາຣື ຮ່ວມກັນ ຈະຖືກນໍາ ປະຕິບັດ ໃນ ໂຄງການ ເຂື່ອນ ດອນສະໂຮງ".

ນັ້ນຄືການ ໃຫ້ ສັມພາດ ຂອງທ່ານ  Marc Goichot  ນັກຊ່ຽວຊານ ຈາກ ອົງການ ອານຸຮັກ ສັດປ່າ ສັດນໍ້າ WWF.

ເຕັມຫນ້າ