ດິນເຈື່ອນທັບເສັຽຊີວິດ 3 ຄົນ

ຈໍາປາທອງ
2017.09.19
f-landslide ເຈົ້າໜ້າທີ່ ເລັ່ງຄົ້ນຫາ ຜູ້ທີ່ຖືກດິນເຈື່ອນທັບ ຢູ່ເມືອງແມດ ແຂວງວຽງຈັນ
Courtesy of tholakhong

ເກີດດິນເຈື່ອນຢູ່ຣະຫວ່າງບ້ານນ້ຳຍອນ ແລະບ້ານຫາດຍາວ ໃນເຂດເມືອງແມດ ແຂວງວຽງຈັນ ທັບປະຊາຊົນ ທີ່ກຳລັງຂັບຣົດຢູ່ ເສັຍຊີວິດ 3 ຄົນ ໃນມື້ວັນທີ 18 ກັນຍາ 2017. ຫລັງເກີດເຫດ ໃນຕອນເຊົ້າ ຂອງມື້ຕໍ່ມາ ເຈົ້າໜ້າທີ່ ຂຸດດິນຫາພົບ 2 ຄົນ ທີ່ເສັຍຊີວິດ ແລະຍັງ ຂຸດຫາ ອີກຄົນນຶ່ງ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ເມືອງແມດ ໃນມື້ວັນທີ 19 ກັນຍາ:

"ພວກເຮົາກໍເຮັດການຂຸດຄົ້ນຢູ່ເນາະ ແຕ່ວ່າເພີ້ງເຈິໄດ້ ສອງສົບແລ້ວ ຍັງອີກສົບນຶ່ງ ກຳລັງຂຸດຄົ້ນຢູ່ ແຈ້ງແລ້ວ ແຕ່ມັນໄດ້ສາມມື້ແລ້ວໜ່າ ຝົນລິນຕລອດ ຣະຫວ່າງ ບ້ານນ້ຳຍອມ ກັບບ້ານຫາດຍາວ".

ຜູ້ເຄາະຮ້າຍ 3 ຄົນ ທີ່ວ່ານັ້ນ ເປັນປະຊາຊົນ ເມືອງກາສີ ແຂວງວຽງຈັນ ຄົນນຶ່ງ ແລະ ເຈົ້າໜ້າທີ່ ຕຳຣວດ 2 ຄົນ ຊຶ່ງສັນນິຖານ ກັນວ່າ ໜ້າຈະເສັຍຊີວິດ ທັງ 3 ຄົນ ຂະນະທີ່ ມີການຂຸດຫາ ຄົນທີ 3 ນັ້ນຢູ່.  ກ່ອນໜ້ານັ້ນ 2-3 ວັນມີຝົນຕົກຕິດຕໍ່ ກັນຫລາຍມື້. ຄົນນຶ່ງທີ່ຍັງ ເອົາຣົດຈົກ 2 ຄັນຂຸດຫາ ແລະລະດົມປະຊາຊົນ ໃນພື້ນທີ່ຊ່ວຍ ຂຸດຫານັ້ນ ເປັນເຈົ້າໜ້າທີ່ ຕຳຣວດ.

ທ່ານກ່າວຕື່ມວ່າ ດິນເຈື່ອນໃນເຂດເມືອງແມດ ທີ່ເຮັດໃຫ້ຄົນເສັຍຊີວດ 3 ຄົນຄັ້ງນີ້ ເປັນຄັ້ງທຳອິດ ແລະຮ້າຍແຮງທີ່ສຸດ ຊຶ່ງທີ່ຜ່ານມາກໍ ເຄີຍມີດິນເຈື່ອນ ແຕ່ບໍ່ຮ້າຍແຮງຊ່ຳນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.