ສປປ ລາວ ຕັ້ງເປົ້າໝາຍປູກຕົ້ນໄມ້ ໃຫ້ໄດ້ 34 ລ້ານປາຍເບ້ຍ

ຈຳປາທອງ
2024.06.05
ສປປ ລາວ ຕັ້ງເປົ້າໝາຍປູກຕົ້ນໄມ້ ໃຫ້ໄດ້ 34 ລ້ານປາຍເບ້ຍ ຊາວບ້ານ ທີ່ຕັ້ງເຮືອນຢູ່ແຄມທາງ ແລະ ມີວິຖີວິດ ຕິດພັນກັບທຳມະຊາດ ໃນແຂວງໜຶ່ງ ທາງພາກເໜືອຂອງລາວ. ເດືອນຕຸລາ 2022.
RFA

ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດຂອງ ສປປ ລາວ ທຸກປີ ໃນວັນດັ່ງກ່າວ ລັດຖະບານ ໄດ້ກຽມເບ້ຍໄມ້ ເພື່ອປູກໄມ້ ໃນທົ່ວປະເທດ ເປັນຈໍານວນຫລວງ ຫລາຍ ແລະໃນປີ 2024 ນີ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ຊຶ່ງເປັນວັນເດັກນ້ອຍສາກົນ ຄົບຮອບ 100 ປີນີ້ ທາງການ ສປປ ລາວ ກໍໄດ້ກຽມເບ້ຍໄມ້ໄວ້ປູກ 3 ລ້ານປາຍເບ້ຍ ດັ່ງທີ່ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ກ່າວວ່າ ໃນປີ 2024 ນີ້ ໄດ້ກະກຽມເບ້ຍໄມ້ໄວ້ ຈໍານວນ 3,500,000 ເບ້ຍ ເພື່ອປູກໃນທົ່ວປະເທດ ແລະຈະລະດົມຂະແໜງການຕ່າງໆ ປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 3,500 ເຮັກຕ້າຣ໌.

ທ່ານກ່າວຕື່ມວ່າ ໃນປີ 2024 ນີ້ ປະເທດລາວ ຕັ້ງເປົ້າໝາຍປູກຕົ້ນໄມ້ໃຫ້ໄດ້ 34 ລ້ານປາຍເບ້ຍ ໃນເນື້ອທີ່ 42,000 ເຮັກຕ້າຣ໌ ເພື່ອໃຫ້ບັນລຸເປົ້າໝາຍ ການປົກຫຸ້ມຂອງປ່າໄມ້ ກວມ 70% ຂອງເນື້ອທີ່ທົ່ວປະເທດ ໂດຍສະເພາະໃນເນື້ອ ທີ່ປ່າໄມ້ 3 ປະເພດ ຄື: ປ່າປ້ອງກັນ, ປ່າສະຫງວນ ແລະປ່າຜະລິດ.

ຫລາຍພາກສ່ວນ ຫລາຍຂະແໜງການ ແລະຢູ່ຫລາຍເມືອງ ຫລາຍແຂວງຂອງ

ລາວ ກໍໄດ້ກະກຽມ ແລະປູກຕົ້ນໄມ້ ຮວມທັງຢູ່ນະຄອນຫລວງວຽງຈັນ ຊຶ່ງປະຊາຊົນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ພຶດສະພາ ທີ່ຜ່ານມານີ້ວ່າ ນອກຈາກໜ່ວຍງານພາກລັດແລ້ວ ພາກເອກກະຊົນ ແລະປະຊາຊົນທົ່ວໄປ ກໍມີສ່ວນຮ່ວມ ໃນວັນປູກຕົ້ນໄມ້ແຫ່ງຊາດນີ້ ແລະວ່າ ເຖິງແມ່ນ ຈະຍັງບໍ່ຮອດວັນທີ 1 ມິຖຸນາ ແຕ່ບາງພາກສ່ວນ ກໍໄດ້ເລີ່ມປູກຕົ້ນໄມ້ແລ້ວ ໂດຍປູກຕາມແຄມທາງ, ຕາມບໍລິເວນຫ້ອງການແລະໃນພື້ນທີ່ປ່າສະຫງວນ.

ຂະເຈົ້າຈະເລີ້ມປູກຕັ້ງແຕ່ມື້ນີ້ໄປ ບາງຫ້ອງການ ໂຮງຮຽນ ຕໍາຫລວດຕໍາຫລຽດຫັ້ນນ່າ ມື້ນີ້ເຂົາເຈົ້າກໍເລີ້ມປູກກັນແລ້ວ ປູກຮອບເມືອງ ປູກຢູ່ຫ້ອງການ ປູກນໍາແຄມທາງແດ່ ປູກນໍາປ່າແດ່ ຫ້ອງການແຕ່ລະບໍລິສັດ ໄປປູກຫັ້ນນ່າ ເຈົ້າ ແຕ່ວ່າເຫັນເຂົາປູກທຸກປີ ຢູ່ແຖວປ່າສະຫງວນ ເຂົາເຈົ້າປູກຕະຫລອດ.

ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ ໄດ້ປູກທັງໄມ້ປະດັບ ຮວມທັງກົກຝາງແດງ ຊຶ່ງຈະປູກຢູ່ຕາມແຄມທາງ ຮອບຕົວເມືອງນະຄອນຫລວງພະບາງ ແລະປູກຕົ້ນໄມ້ ຮວມທັງໄມ້ດູ່, ໄມ້ແຕ້ຂ່າ ຢູ່ບໍລິເວນບ້ານຫລັກ 8 ເພື່ອປູກທົດແທນຕົ້ນໄມ້ ທີ່ຖືກຕັດໄປ. ໃນແຕ່ລະປີ ຫ້ອງການກະສິກໍາ ແລະປ່າ ໄມ້ ຈະເລືອກບໍລິເວນປູກຕົ້ນໄມ້ໃໝ່ທຸກປີ ຍ້ອນແແຕ່ລະປີ ພື້ນທີ່ປ່າໄມ້ ຖືກບຸກລຸກບ່ອນໃໝ່ໄປເລື້ອຍໆ ອີງຕາມຄໍາເວົ້າ ຂອງຈົ້າໜ້າທີ່ກະສິກໍາ ແລະປ່າ ໄມ້ ຢູ່ນະຄອນຫລວງພະບາງ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶດສະພາ ທີ່ຫາກໍ່ຜ່ານມານີ້.

ປູກທຸກປີ ຕົ້ນໄມ້ປະດັບຫວາ ເປັນປະເພດດອກໄມ້ ກົກຝາງແດງ ແຕ່ວ່າຕົວນີ້ເຮົາຈະປູກອ້ອມລ້ອມຢູ່ໃນເມືອງນີ້ເນາະ ຄັນວ່າເຮົາໄປປູກຢູ່ໃນປ່າ ແມ່ນຈະເປັນປະເພດໄມ້ດູ່, ໄມ້ຂ່າ, ໄມ້ຄົມຝານ ໄປປູກເຂດບ້ານຫລັກ 8 ເດ້ເພາະວ່າມີຜູ້ບຸກລຸກ, ຖາງປ່າເຮັດຜິດລະບຽບຫັ້ນນ່າ. ເຮົາໄປຍຶດເປັນຂອງລັດແລ້ວເຮົາໄປປູກທົດແທນ ຂະເຈົ້າຖາງຂຶ້ນໄປເທິງຊື່ໆ ກາຍແດນຂຶ້ນໄປ ໄປກວມປ່າແກ່ຊື່ໆ ໄປບ່ອນໃໝ່ເພາະວ່າມັນບໍ່ມີທີ່ເຂົາຈະບໍ່ບຸກລຸກຫັ້ນນ່າ. ຂະເຈົ້າບຸກລຸກທຸກໆປີຫັ້ນນ່າ ເຮົາຕ້ອງໄດ້ປູກທົດແທນ.

ແຕ່ກໍມີບັນຫາ ເລື່ອງງົບປະມານ ໃນການບົວລະບັດ ຮັກສາຕົ້ນໄມ້ ທີ່ໄດ້ປູກໄປແລ້ວ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທຸກປີ ຄືບໍ່ມີງົບປະມານພຽງພໍ.

ດັ່ງທີ່ທ່ານກ່າວຕື່ມວ່າ:

ເຮົາບໍ່ມີງົບປະມານ ເວົ້າເລື້ອງການໄປດູແລ ຮັກສາ ເຮົາປູກແລ້ວມີແຕ່ວ່າໃຫ້ພະນັກງານ ຫ້ອງການເຮົາໄປຕິດຕາມ. ໂຕໃດມັນຕາຍ ແລ້ວໂຕໃດມັນຕາຍກໍໄປແຈ້ງໃຫ້ພໍ່ບ້ານ ໄປຊອກດິນເນາະ. ສ່ວນຫລາຍເຮົາປູກ ມັນຕາຍນີ້ປະມານ 30% ຫັ້ນແຫລະ. ມັນກໍຈະໄດ້ຮອດ 70% ຖ້າວ່າຖືກຊ້ວງລະດູຝົນ ມັນມີຝົນຫລາຍ ກໍບໍ່ຕາຍຫລາຍ. ພຽງແຕ່ວ່າມັນແລ້ງນີ້ແຫລະ ແລ້ວເຮົາບໍ່ມີງົບປະມານໄປໃຊ້ລົດ ເອົານໍ້າໄປຫົດມັນຫັ້ນນ່າ.

ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ເຈົ້າໜ້າທີ່ ຫ້ອງການກະສິກໍາ ແລະປ່າໄມ້ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢູ່ເມືອງໜອງບົກນີ້ ກໍໄດ້ມີການປູກຕົ້ນໄມ້ ໃນວັນດັ່ງກ່າວ ຊຶ່ງໃນປີນີ້ ໄປປູກຕົ້ນໄມ້ປະດັບ ຢູ່ບ້ານຊຽງຫວາງທົ່ງ ໂດຍມີອໍານາດການປົກຄອງເມືອງ ສົມທົບກັບອໍານາດການປົກຄອງບ້ານ ໃນການປູກເທື່ອນີ້.

ແມ່ນ ໄດ້ໄປຫັ້ນແຫລະ ເພິ່ນກໍາລັງກຽມ ວັນເສົານີ້ເດ້ວັນທີ 1 ເລີຍເພິ່ນຈັດໃສ່ ເພິ່ນຈະໄປປູກຢູ່ບ້ານຊຽງຫວາງທົ່ງ ອອກເທດສະບານປະມານ 7 ຫລັກ ຫລາຍສະນິດຢູ່ ໄມ້ປະດັບໄມ້ອິນຊີ ເພິ່ນຮ່ວມກັບບ້ານໄດ໋ ຄືສົມມຸດໄປປູກຢູ່ໂຮງຮຽນ ກໍມອບໂຮງຮຽນເປັນຜູ້ຮັກສາຊີ້ນ່າ.

ເວົ້າເຖິງເລື່ອງການປູກ, ການດູແລ ແລະບົວລະບັດຕົ້ນໄມ້ ທີ່ໄດ້ປູກໄປແລ້ວ ປະຊາຊົນຢູ່ເມືອງວັງວຽງ ແຂວງວຽງຈັນ ຜູ້ນຶ່ງ ໄດ້ເວົ້າວ່າ ການປູກຕົ້ນໄມ້ຢູ່ປະເທດລາວ ໂຕຈິງແມ່ນ ປູກບໍ່ໄດ້ຮອດເປົ້າໝາຍທີ່ວາງໄວ້ ປູກໄດ້ບໍ່ຮອດເຄິ່ງ, ເບ້ຍໄມ້ ທີ່ນໍາໄປປູກ, ປູກແລ້ວກໍປະໄວ້ ບໍ່ມີການເບິ່ງແຍງ ດູແລ, ປູກແລ້ວ ກໍບໍ່ໃຫຍ່ ມັນຕາຍ.  ແລະຕົ້ນໄມ້ທີ່ມີຢູ່ ກໍຖືກຕັດທຸກມື້ໆ ເຮັດໃຫ້ປະຊາຊົນຫລາຍຄົນ ຮູ້ສຶກວ່າ ປູກຕົ້ນໄມ້ໄປແລ້ວ ກໍບໍ່ສ້າງຄວາມປ່ຽນແປງຫຍັງ ແລະກໍໝົດກໍາລັງໃຈ.

ປູກບໍ່ຮອດເປົ້າໝາຍທີ່ຂະເຈົ້າກໍານົດຫັ້ນນ່າ ສົມມຸດວ່າຕັ້ງເປົ້າໄວ້ 10 ເຮັກຕ້າ ຂະເຈົ້າປູກບໍ່ 4 ເຮັກຕ້າຫລືວ່າ 2 ເຮັກຕ້າ ເຫລືອນັ້ນຂະເຈົ້າກໍເອົາເບິດເລີຍ ຍ້ອນຄໍລັບຊັນຂະເຈົ້າຫັ້ນແຫລະ ເພາະວ່າຕົ້ນໄມ້ທີ່ປູກທົດແທນຫັ້ນ ເປັນຕົ້ນໄມ້ຍາວນານເນາະ ເຮົາຕ້ອງໄດ້ຮັກສາຈົນມັນກາຍຫົວເຮົາຊີ້ມັນຈັ່ງຄ່ອຍລອດຕາຍ ປະເລີຍຊີ້ກໍຫຍ້າປີນຶ່ງທົບ ມັນກໍຕາຍເອງ ປ່ອຍໃຫ້ມັນໂຕເອງໄດ້ ແຕ່ວ່າຍາມຝົນຕ້ອງໄດ້ໄປຕັດຫຍ້າ ຫລາຍຄົນເຂົາເຈົ້າເວົ້າຢູ່ ເຂົາເຈົ້າບໍ່ຢາກປູກ ເຫັນແຕ່ຄົນຕັດ ໝົດກໍາລັງໃຈ.

ການປູກຕົ້ນໄມ້ ໃນວັນທີ 1 ມິຖຸນາຂອງທຸກໆປີ ຖືເປັນວາລະແຫ່ງຊາດຂອງລັດຖະບານລາວ ຊຶ່ງໄດ້ຮ່າງຍຸດທະສາດປ່າໄມ້ ສະບັບໃໝ່ ໄລຍະປີ 2021-2030 ກໍານົດເປົ້າໝາຍ ທີ່ຈະເຮັດໃຫ້ປ່າໄມ້ ປົກຫຸ້ມ ໃຫ້ໄດ້ 70% ໃນປີ 2030 ຊຶ່ງເມື່ອກ່ອນໜ້ານີ້ ກະຊວງກະສິກໍາ ແລະປ່າໄມ້ ໄດ້ລາຍງານ ເມື່ອເດືອນພະຈິກ 2022 ທີ່ຜ່ານມາວ່າ ທາງການລາວກຽມຮ່າງຍຸທສາດ ປ່າໄມ້ສະບັບໃໝ່ ເພື່ອສນີໃຫ້ສະພາແຫ່ງຊາຕຮັບຮອງ ໂດຍມີເປົ້າໝາຍຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຄືເລື່ອນເວລາອອກໄປຕື່ມອີກ.

ເຖິງມີການປູກຕົ້ນໄມ້ ແບບທີ່ຜ່ານໆມານັ້ນ  ກໍອາດຈະບໍ່ເຮັດໃຫ້ລາວ ມີພື້ນທີ່ປ່າໄມ້ ປົກຫຸ້ມເຖິງເປົ້າໝາຍ ທີ່ຕັ້ງເອົາໄວ້ ຍ້ອນປັດຈຸບັນ ຍັງມີການຕັດໄມ້ທໍາລາຍປ່າຢູ່ຕໍ່ໄປ. ສ່ວນຕົ້ນໄມ້ ທີ່ປູກໃນວັນປູກຕົ້ນໄມ້ແຫ່ງຊາດນີ້ ກໍບໍ່ໄດ້ຮັບການຮັກສາ ເບິ່ງແຍງ ແລະກໍບໍ່ມີການເກັບກໍາຂໍ້ມູນ ຢ່າງເປັນທາງການ ກ່ຽວກັບອັດຕາການຢູ່ລອດຂອງຕົ້ນໄມ້ ທີ່ໄດ້ປູກໄປນັ້ນ.

ດັ່ງເຈົ້າໜ້າທີ່ ພາກປະ ຊາສັງຄົມ ດ້ານສິ່ງແວດລ້ອມ ແລະການພັດທະນາຊົນນະບົດທ່ານນຶ່ງ ກ່າວເຖິງເລື້ອງນີ້ວ່າ:

ມັນກໍານົດເປັນສາລະແຫ່ງຊາດ ອັນນີ້ຫັ້ນນ່າ ປູກຫັ້ນມັນຊິຂຶ້ນບໍ່ຂຶ້ ບໍ່ຮູ້ ບໍ່ໄດ້ເຮັດການປະເມີນຈັກເທື່ອ ຂະເຈົ້າບໍ່ມີການບົວລະບັດຮັກສາ ຕິດຕາມຫົດນໍ້າອີ່ຫຍັງຫັ້ນນ່າ ຂຸດດິນແລ້ວປູກ ແຕ່ວ່າໂຕຢູ່ໃນປ່າຫັ້ນ ມັນດີ ມັນມີຄວາມຊຸ່ມຊື້ນ ອັດຕາການຕາຍສິບໍ່ສູງປານເຮົາໄປປູກໃສ່ດິນພຽງຊື່ໆ ຢູ່ລາວນີ້ນ່າ ບໍ່ຈໍາເປັນປູກກໍໄດ້ ຕາມຄວາມຄິດຂອງຂ້ອຍຫັ້ນນ່າ ບໍ່ຕ້ອງປູກກໍໄດ້ ແຕ່ວ່າບໍ່ຂຸດຖິ້ມ ໄຮ່ນີ້ຂະເຈົ້າຖາງໄຮ່ຫັ້ນນ່າເນາະ ສຶກສາແລ້ວປະມານ 7 ຫາ 15 ປີແມ່ຂຶ້ນເປັນດົງຄືເກົ່າ ຄັນເອົາລົດໄປໄຖເບິດກໍຕາຍເບິດ ຮຽບຮ້ອຍ.

ຕາມຂໍ້ມູນ ຂອງກະຊວງກະສິກໍາ ແລະປ່າໄມ້ ເມື່ອປີ 2023 ທີ່ຜ່ານມາ, ໃນປີ 1940 ການປົກຫຸ້ມປ່າໄມ້ ໃນລາວ ມີປະມານ 70% ຂອງເນື້ອທີ່ທົ່ວປະເທດ, ມາຮອດປີ 2018 ເນື້ອທີ່ປ່າໄມ້ ຍັງເຫລືອພຽງແຕ່ 40% ແລະ ຄ່ອຍໆຫລຸດລົງໄປ ໃນແຕ່ລະປີ.

ແຕ່ປີ 2013 ຫາປີ 2022 ລັດຖະບານລາວ ໄດ້ໃຫ້ສໍາປະທານທີ່ດິນ-ປ່າໄມ້ ທີ່ສະພາແຫ່ງຊາຕຮັບຮອງ ທັງໝົດ 306 ໂຄງການ, ກວມເອົາເນື້ອທີ່ ປະ ມານ 610,149 ເຮັກຕ້າຣ໌.

ອີງຕາມຂໍ້ມູນ ຂອງອົງການສິ້ງຊອມ ປ່າໄມ້ໂລກ (Global Forest Watch) ສະເພາະໃນປີ 2023, ຢູ່ລາວ ປ່າໄມ້ ຖືກຖາງເຮັດໄຮ່ ເຖິງ 164,000 ເຮັກຕ້າຣ໌ ແລະມີການຕັດໄມ້ ທຳລາຍປ່າ ເຖິງ 94,700 ເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.