ມ.ສະໜາມໄຊຍັງສືບຕໍ່ ຊອກຫາ ຜູ້ເຄາະຮ້າຍ

ໄມຊູລີ
2018.07.24
f-rescue ເຂດເມືອງສະໜາມໄຊ ເຈົ້່າໜ້າທີ່ທາງການອອກ ຊ່ອຍເຫຼືອນໍາເອົາປະຊາຊົນ ໄປສູ່ບ່ອນທີ່ປອດພັຍ
Screen captured : Attapeu Atp

ເຈົ້າໜ້າທີ່ຄນະຮັບຜິດຊອບ ຊ່ອຍເຫຼືອຜູ້ປະສົພພັຍນ້ຳຖ້ວມ ທີ່ເມືອງສນາມໄຊ, ແຂວງອັດຕະປື ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນຕອນບ່າຍ ຕາມເວລາທ້ອງຖິ່ນ ໃນມື້ນີ້ວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງສືບຕໍ່ຊ່ອຍເຫຼືອ ຊາວບ້ານຜູ້ປະສົພພັຍນ້ຳຖ້ວມ ອອກຈາກເຂດອັນຕະລາຍນັ້ນຢູ່ ເພາະຍັງມີຊາວບ້ານບາງສ່ວນ ທີ່ປົບໜີນ້ຳຖ້ວມ ແລະຍັງຕິດຄ້າງຕາມຫຼັງຄາເຮືອນ, ຕາມກົກໄມ້ ແລະເສົາໄຟຟ້າ, ຊຶ່ງເຈົ້າໜ້າທີ່  ກຳລັງ ປະຕິບັດໜ້າທີ່ ຊ່ອຍເຫຼືອ ພວກເຂົາມາສູ່ເຂດປອດພັຍ. ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:

“ຍັງອອກກູ້ຢູ່ ເພາະວ່າຍັງຈຳນວນນຶ່ງ ທີ່ຍັງຕິດຢູ່ຫຼັງຄາເຮືອນ ຕິດຢູ່ກົກໄມ້ ຫຼືວ່າຍັງຢູ່ນຳເສົາໄຟຟ້າມີຫຍັງນີ້ແຫຼະ ທີ່ວ່າພວກເຮົາຍັງຕ້ອງ ເກັບຄືນ ຍັງສືບຕໍ່ເກັບຢູ່. ດຽວນີ້ກຳລັງມີຍົນ ທາງກອງທັບ ເພິ່ນລົງມາຊ່ວຍ 2 ລຳ ຊິໄປຊ່ອຍກູ້ຕື່ມ."

ທ່ານກ່າວຕື່ມວ່າ ນັບຕັ້ງແຕ່ໄດ້ ປະຕິບັດການຊ່ອຍເຫຼືອ-ກູ້ພັຍ ມາແຕ່ມື້ຄືນວານນີ້ມາ ແມ່ນຍັງບໍ່ສາມາດຢືນຢັນໂຕເລຂ ຜູ້ຫາຍສາບສູນ ຫຼືເສັຽຊີວິຕ ໄດ້ເທື່ອ, ແຕ່ຄາດວ່າຈະ ມີຜູ້ເສັຽຊີວິຕ ຢ່າງແນ່ນອນ ເພາະເວລານ້ຳທັ່ງມາແຮງ ລູກເມັຽ ຫຼາຍຄົນກໍຫລຸດມື ໄຫລໄປນຳນ້ຳ.

“ໂຕນີ້ບໍ່ທັນຊັດເຈນ ທ່ານ, ເພາະວ່າພວກເຮົາຍັງບໍ່ທັນໄດ້ຂໍ້ມູນ ລະອຽດທີ່ຊັດເຈນ, ຜູ້ສູນຫາຍມີແທ້, ແຕ່ວ່າມັນຊິໜ້ອຍຊິຫຼາຍ ປານໃດຫັ້ນ ບໍ່ທັນສາມາດຢືນຢັນໄດ້ ອັນນັ້ນບໍ່ທັນເຫັນ ແນ່ນອນຕ້ອງເສັຽ ຍ້ອນວ່າລູກຫຼືເມັຽນີ້ເວລາຈູງກັນຂ້າມ ຫຼືວ່າຈູງກັນຂ້າມເຮືອ ຫຼືວ່າເຮືອຫຼົ້ມນີ້ ຫຼຸດມືຫຼຸດອີ່ຫຍັງໄປນີ້ ກະຖືວ່າ ກະແນ່ນອນແລ້ວວ່າບໍ່ຍັງແລ້ວ ວ່າຊັ້ນສາ."

ປະຈຸບັນ, ຄນະຮັບຜິດຊອບຊ່ອຍເຫຼືອ ຜູ້ປະສົພພັຍນ້ຳຖ້ວມ ທີ່ເຂດເມືອງສະຫນາມໄຊ, ແຂວງອັດຕະປື ສາມາດປະຕິບັດການຊ່ອຍເຫຼືອ ຊາວບ້ານອອກຈາກພື້ນທີ່ ພັຍພິບັດ ໃຫ້ມາຢູ່ເຂດທີ່ປອດພັຍ ໄດ້ເປັນສ່ວນໃຫຍ່ແລ້ວ, ຊຶ່ງໄດ້ນຳຊາວບ້ານ ທີ່ປະສົພພັຍມາເຕົ້າໂຮມກັນ ທີ່ສະໂມສອນ ຂອງເມືອງສະຫນາມໄຊ ເພື່ອຊ່ອຍເຫຼືອ ບັນເທົາທຸກໃນເບື້ອງຕົ້ນ ແກ່ພວກເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.