ຣົຖເມ ວຽງຈັນ-ປາກເຊ ຕົກຂົວ

ໄມຊູລີ
2019.04.22
f-bus ຣົຖເມ ສາຍວຽງຈັນ-ປາກເຊ ຕົກຂົວ ຢູ່ເມືອງປາກກະດິງ ແຂວງບໍລິຄໍາໄຊ
ຮູບພາບຈາກ : ນັກຂ່າວພົລເມືອງ

ຣົຖເມສາຍ ວຽງຈັນ-ປາກເຊ ເສັ້ນທາງ 13 ເກີດອຸບັດຕິເຫດ ຕົກຂົວ ຢູ່ເຂດ ບ້ານງູນ້ອຍງູໃຫຍ່ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ເຈົ້າໜ້າທີ່ ສັນນິຖານວ່າ ອາດເກີດຈາກ ຄົນຂັບຫລັບໃນ ເຮັດໃຫ້ຣົຖເມຕໍາຂົວ ແລ້ວຕົກລົງໄປກາງຂົວ ສະພາບຣົຖເປ່ເພ. ອຸບັດຕິເຫດ ຄັ້ງນີ້ເກີດຂຶ້ນ ໃນຣະຫວ່າງ 10 ໂມງເຄິ່ງ ຕອກກາງຄືນ ຂອງວັນທີ 20 ເມສາ ຜ່ານມາ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໂຍທາທິການ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທ່ານນຶ່ງ ໃນວັນທີ 22 ເມສາ ນີ້:

“ໂຕນີ້ ອາດຈະຫລັບໃນແລ້ວເຈີດໄປໃສ່ຮາວແລ້ວ ກໍໄປຕໍາ ອັນນັ້ນແລ້ວຫົວຣົຖໂຫງ້ຍຖິ້ມລົງ ໄປເລີຍເນາະ ຕົກຢູ່ກາງຂົວເລີຍເດ່ ຂົວນັ້ນ ມັນມີທັງຮາວ ບັງຕິນຢູ່ແລ້ວ ຍັງມີຮາວກັນຕົກຢູ່ເທິງນັ້ນອີກເນາະ ສູງປະມານ 80 ຄືວ່າຄົນຂັບເສັຽຊີວິດ ຕາມຣາຍງານ ຢູ່ນັ້ນ.”

ທ່ານກ່າວຕື່ມວ່າ ມີຜູ້ເສັຽຊີວິດ 6 ຄົນ, ໃນນັ້ນຄືຜູ້ຂັບຣົຖເມ ແລະມີຜູ້ບາດເຈັບ 16 ຄົນ ເຈົ້າໜ້າທີ່ໄດ້ນໍາສົ່ງ ໂຮງໝໍແຂວງແລ້ວ ແລະ ອີກ ສາເຫດນຶ່ງ ທີ່ພາໃຫ້ ຣົຖຕົກຂົວ ເຈົ້າໜ້າທີ່ ສັນນິຖານວ່າ ຣົຖເມຄັນດັ່ງກ່າວ ໄດ້ນໍາໄປກວດ ສະພາບຂອງ ຣົຖ ປະຈໍາປີ ຫຼືບໍ, ຊຶ່ງຍັງລໍຖ້າ ເອກກະສານຢູ່ ແລະຄວາມເສັຽຫາຍທັງໝົດ ທາງບໍຣິສັດຣົຖເມ ຈະເປັນຜູ້ຮັບຜິດຊອບ ໂດຍກົງ:

“ໂຕນີ້ຂຶ້ນຢູ່ກັບສັນຍາ ຣະຫວ່າງ ໂຊເຟິຣົຖ ກັບເຈົ້າຂອງຣົຖເນາະ ຮັບປະກັນຊີວິດ ສັບສິນຂອງຜູ້ໂດຍສານ ໃນເມື່ອໂຊເຟິຣົຖເສັຽຊີວິດ ກໍຕ້ອງແມ່ນເຈົ້າຂອງຣົຖ ເປັນຜູ້ຮັບຜິດຊອບທັງໝົດ, ໃນກໍຣະນີຜູ້ເສັຽຫາຍ ຖ້າວ່າເຂົາເຈົ້າປະກັນພັຍ, ປະກັນພັຍ ຕ້ອງເລັ່ງມາສ້ອມແປງ ຈ່າຍຄ່າສ້ອມແປງໃຫ້ໄທເຮົາ.”

ທ່ານກ່າວມ້ວນທ້າຍວ່າ ສໍາລັບ ຜູ້ທີ່ຈະມາຂັບຣົຖໂດຍສານນັ້ນ ຕ້ອງເຫັນຄວາມປອດພັຍ ຂອງຜູ້ໂດຍສານເປັນຫລັກ ທັງຕ້ອງຮັບຜິດຊອບ ຊັບສິນຂອງຜູ້ໂດຍສານນໍາ ແລະຕ້ອງມີໃບຂັບຂີ່ຕາມກົດໝາຍ, ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ຕິດຕໍ່ ເຈົ້າໜ້າທີ່ຕໍາຣວດ ຈາຣະຈອນ ຢູ່ນະຄອນຫລວງວຽງຈັນ ເພື່ອ ສອບຖາມຣາຍຣະອຽດ ເພີ້ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ຢ່າງໃດກໍຕາມ ໃນປີ 2019 ນີ້ ອິງຕາມຣາຍງານ ຂອງກະຊວງປ້ອງກັນຄວາມສງົບ ເປິດເຜີຍວ່າພາຍໃນ 3 ເດຶອນ ຕົ້ນປີຜ່ານມາ ທົ່ວ ປະເທດ ເກີດອຸບັດຕິເຫດ ມີຜູ້ເສັຽຊີວິດ 315 ຄົນ, ຂນະດຽວກັນ ໃນໄລຍະບຸນປີໃໝ່ລາວ ທີ່ຜ່ານມາ ມີຜູ້ເສັຽຊີວິດ 37 ຄົນ ທົ່ວປະເທດ ຍ້ອນເມົາແລ້ວຂັບ ແລະຝ່າຝືນກົດຈາຣະຈອນ. ສ່ວນປີ 2018 ມີຄົນເສັຽຊີວິດ 29 ຄົນ ໃນທົ່ວປະເທດ ແລະ ໃນປີ 2017 ມີຜູ້ເສັຽຊີວິດ 22 ຄົນ ຕາມຣາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.