ຜູ້ເຈັບ ຍ້ອນສານເຄມີ ສວນກ້ວຍຈີນ ຫຼຸດລົງ

ມະນີຈັນ
2018.10.05
f-chemical ເຄມີ ເຫຼົ່ານີ້ ເປັນພາສາຈີນ ທັງໝົດ ຊຶ່ງສ່ວນຫຼາຍ ແມ່ນນໍາເຂົ້າຈາກຈີນ ແລະ ນໍາມາໃຊ້ ໃນສວນປູກກ້ວຍ ຂອງນັກລົງທຶນຈີນ
RFA

ປະຊາຊົນເມືອງສິງ ແຂວງຫລວງນໍ້າທາ ທີ່ໄດ້ຮັບຜົລກະທົບຈາກສານເຄມີ ທີ່ຈີນໃຊ້ຢ່າງຫຼວງຫຼາຍ ໃນສວນກ້ວຍ ຫຼຸດລົງຫຼາຍແລ້ວ ຫຼັງຈາກ ທາງການເມືອງສິງ ໄດ້ເຂັ້ມງວດ ເຣື່ອງການໃຊ້ສານເຄມີຫຼາຍຂຶ້ນ. ແຕ່ກ່ອນ ປະຊາຊົນ ທີ່ເຈັບເປັນ ຍ້ອນສານເຄມີ ຖືກນໍາໄປປິ່ນປົວ ຢູ່ໂຮງໝໍເມືອງສິງ ສເລັ່ຽ 10 ຫາ 15 ຄົນຕໍ່ເດືອນ.

ປັດຈຸບັນ ປາກົດວ່າ ບໍ່ມີໃຜຖືກນໍາສົ່ງໂຮງໝໍ ຍ້ອນສາເຫດດັ່ງກ່າວ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ໂຮງໝໍເມືອງສິງ ຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໃນມື້ວັນທີ 4 ຕຸລານີ້.

"ຄົນທີ່ວ່າ ມີອາການ ເນາະຈາກສວນກ້ວຍ ກະເດືອນນຶ່ງປະມານ 10 ຫາ 15 ຄົນຫັ້ນແຫຼະ ສເລັ່ຽເບິ່ງຫັ້ນນະ ຫລຸດຜ່ອນລົງຫຼາຍແລ້ວ ດຽວນີ້ນະ ປັດຈຸບັນນີ້ ຮອດເດືອນນີ້ ກະບໍ່ມີແລ້ວເນາະ ຂະເຈົ້າ ກະຖືກວ່າ ຍົກເລີກໄປແລ້ວ ສວນກ້ວຍຫັ້ນນະ ມີບາງສ່ວນເລັກໆນ້ອຍໆຊື່ໆ."

ທ່ານກ່າວວ່າ ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກສານເຄມີດັ່ງກ່າວ ມີທັງຜູ້ທີ່ໄປເຮັດວຽກ ໃນສວນກ້ວຍຈີນ ແລະ ຜູ້ທີ່ອາສັຍຢູ່ໃກ້ສວນກ້ວຍ. ຜູ້ໄດ້ຮັບ ຜົລກະທົບຈາກສານເຄມີ ສ່ວນຫຼາຍ ມີອາການວິນຫົວ ແລະ ບາງຄົນ ກໍເປັນຕຸ່ມ ຕາມຮ່າງກາຍ ຍ້ອນແພ້ສານພິດ ເຄມີ ຊນິດຮຸນແຮງ. ແຕ່ບັນຫານີ້ ໄດ້ຫຼຸດລົງຫຼາຍແລ້ວ ຊຶ່ງສ່ວນນຶ່ງ ກໍເປັນຍ້ອນ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ໄປກວດກາ ໃນສວນກ້ວຍ ແລະ ໄດ້ສັ່ງ ບໍ່ໃຫ້ ເຮັດສວນກ້ວຍ ຢູ່ໃກ້ໂຮງຮຽນ.

ທ່ານກ່າວຕື່ມວ່າ ນອກຈາກຄົນລາວ ທີ່ຖືກຜົລກະທົບແລ້ວ ຄົນຈີນ ທີ່ເຮັດວຽກໃນສວນກ້ວຍ ກໍໄດ້ຮັບຜົລກະທົບ ເຊັ່ນກັນ ແຕ່ບໍ່ຮູ້ຈໍານວນ ເພາະຄົນຈີນ ທີ່ເຈັບເປັນ ຈາກສານເຄມີນັ້ນ ໄດ້ກັບໄປປິ່ນປົວຢູ່ປະເທດຈີນ.

ເຖິງແມ່ນການປູກກ້ວຍ ຢູ່ເມືອງສິງ ບໍ່ໄດ້ຂຍາຍເນື້ອທີ່ ປູກອອກໄປຕື່ມອີກ ແລະ ຈະຫຼຸດລົງນຳເລື້ອຍໆ ເມື່ອໝົດສັນຍາສຳປະທານ ເຖິງໃນ ປັດຈຸບັນ ບໍຣິສັດຈີນ ຍັງມີສວນກ້ວຍ ໃນເນື້ອທີ່ຢູ່ເກືອບ 1,600 ເຮັກຕາຣ໌ ກໍຕາມ ແຕ່ກໍຈະໝົດສັນຍາເຊົ່າ ໃນປີໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.