ນໍ້າຖ້ວມ ມ.ຊຳເໜືອ ລໍຖ້າ ການຊ່ອຍເຫຼືອ

ສຸພັດຕາ
2018.09.14
F-Samneua ພາບຄວາມເສັຽຫາຍ ຈາກນ້ຳຖ້ວມເຮືອນ ປະຊາຊົນ ທີ່ ເມືອງຊຳເໜືອ ແຂວງຫົວພັນ ເນື່ອງຈາກ ຝົນຕົກໜັກ ຕິດຕໍ່ກັນຫຼາຍມື້ຜ່ານມາ
Screen captured : https://www.facebook.com/sengaloune.lorsavanh?tn-str=*F

ປັດຈຸບັນ ປະຊາຊົນຫຼາຍຄອບຄົວ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ຫາກໍໄດ້ຮັບຜົນກະທົບ ຈາກພັຍນໍ້າຖ້ວມ ໃນຮອບຫຼາຍປີ ຍັງລໍຖ້າ ເຄື່ອງຊ່ອຍເຫຼືອຈາກທາງການ ເປັນຕົ້ນເຂົ້າສານ, ອາຫານແລະນໍ້າດື່ມ, ເຖິງແມ່ນວ່ານໍ້າໄດ້ບົກແຫ້ງລົງ ແລ້ວກໍຕາມ ແຕ່ປະຊາຊົນ ສ່ວນໃຫຍ່ ຍັງໃຊ້ຊີວິດລຳບາກຢູ່ ເພາະໄດ້ຮັບຜົນກະທົບໜັກ, ດັ່ງ ປະຊາຊົນເມືອງຊຳເໜືອ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ນີ້ວ່າ:

“ຢູ່ຕໍ່ໜ້າເຮືອນອ້າຍຫັ້ນ ຖຽງນາ ເຮືອນກະເປ່ເພ ເປັນຕູ້ເປັນຫຍັງ ມັນກະຖືກນໍ້າແຫຼະ ມັນກະເອົາໄປ ເສັຍໄຮ່ ເສັຍນາ ເຊາະເຈື່ອນ ເຮືອນໄຫຼ ກະມີຈຳນວນນຶ່ງ ຍັງບໍ່ໄດ້ຊ່ວຍຫຍັງ.”

ທ່ານກ່າວຕື່ມວ່າ ເຫດນໍ້າຖ້ວມຄັ້ງນີ້ ຍັງເຮັດໃຫ້ຫຼາຍບ້ານບໍ່ມີໄຟຟ້າໃຊ້ ມາເປັນເວລາ 14 ມື້ ແລະຫາກໍໄດ້ໃຊ້ໄຟຟ້າ ເປັນປົກກະຕິ ໃນວັນທີ 13 ກັນຍາ ນີ້ ນອກຈາກນັ້ນ ຍັງເຮັດໃຫ້ຖນົນຫົນທາງ ຫຼາຍສາຍເປ່ເພ, ເປັນຂຸມເປັນຕົມ ແລະບາງຈຸດກໍມີ ດິນເຈື່ອນຕັນທາງ ສົ່ງຜົນກະທົບໃຫ້ປະຊາຊົນ ທີ່ເດີນທາງໄປມາລຳບາກຫຼາຍ.

ກ່ຽວກັບເຣື້ອງການຊ່ອຍເຫຼືອ ປະຊາຊົນນັ້ນ ເຈົ້າໜ້າທີ່ທາງການ ເມືອງຊຳເໜືອ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ປັດຈຸບັນ ກຳລັງ ສຳຣວດຂໍ້ມູນ ຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ນັ້ນຢູ່ ເພື່ອນຳໄປວາງແຜນຊ່ອຍເຫຼືອ ຄິດວ່າພາຍໃນ ສັປດາໜ້າ ກໍຈະຮູ້ ຂໍ້ມູນຜົນກະທົບ ຢ່າງຣະອຽດ, ດັ່ງທີ່ທ່ານກ່າວວ່າ:

“ຍັງກຳລັງສະຫຼຸບຜົນ ເສັຍຫາຍກວ່າໝູ່ ມີແຕ່ບ້ານເມືອງຍືດ ແຕ່ວ່າດຽວນີ້ຫັ້ນ ກຳລັງກວດກາ ລົງກວດກາທົ່ວເມືອງ ທຸກໂຄງການ ທຸກບັນຫາ ບໍ່ທັນສະຫຼຸບຜົນໄດ້.”

ເຫດພັຍພິບັດນໍ້າຖ້ວມ ກະທັນຫັນຈາກຝົນຕົກໜັກ ແລະນໍ້າປ່າໄຫຼຊຸ ເມື່ອທ້າຍເດືອນສິງຫາ ຜ່ານມານີ້ ຢູ່ແຂວງຫົວພັນ ມີປະຊາຊົນ ພາຍໃນແຂວງ ເສັຍຊີວິດ 8 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.