ໂຮງຮຽນຫຼາຍແຫ່ງໃນລາວ ຍັງປິດ

ໄຊຍາ
2018.09.14
F-flood-khammouan ຣະດັບນໍ້າ ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ
ຖອນຮູປພາບໂດຍ; ຄນະກັມມະການຄວບຄຸມ ແລະປ້ອງກັນພັຍພິບັດ ແຂວງຄຳມ່ວນ / Screen captured : Khammouan rescue mission

ຄນະກຳມະການປ້ອງກັນ ແລະຄວບຄຸມພັຍພິບັດແຫ່ງຊາດ ໄດ້ແຈ້ງໃຫ້ຮູ້ວ່າມີ 16 ແຂວງ ແລະ ນະຄອນຫລວງວຽງຈັນ ໄດ້ຮັບຜົລກະທົບ ຈາກພັຍຊພິບັດນໍ້າຖ້ວມ ແລະດິນເຊາະເຈື່ອນ. ມີຜູ້ເສັຍຊີວິດທັງໝົດ 48 ຄົນ ແລະ ຫາຍສາບສູນ 97 ຄົນ ໃນນັ້ນ ເມືອງສນາມໄຊ ແຂວງອັດຕະປື ແມ່ນເສັຍຫາຍໜັກກວ່າໝູ່ ເນື່ອງຈາກ ໄດ້ຮັບຜົລກະທົບໂດຍກົງ ຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ.

ຈາກເຫດການພັຍພິບັດນໍ້າຖ້ວມ ອັນຮ້າຍແຮງຄັ້ງນີ້ ໂຮງຮຽນຊັ້ນປະຖົມ ແລະມັັທຍົມ ເສັຍຫາຍທັງໝົດ 99 ແຫ່ງ ໃນນັ້ນລວມມີ ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງສວັນນະເຂດ, ແຂວງເຊກອງ, ແຂວງຈຳປາສັກ, ແຂວງອັດຕະປື, ແຂວງອຸດົມໄຊ ແລະ ແຂວງຫົວພັນ, ດັ່ງ ຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກ່າວວ່າ:

"ສະເພາະປີນີ້ພວກເຮົາກາມີພັຍພິບັດ ອັນຮ້າຍແຮງ ຢູ່ເມືອງສນາມໄຊ ແຂວງອັດຕະປື ແລະກໍ່ມີນໍ້າຖ້ວມ ຢູ່ເມືອງອື່ນໆ ກໍ່ເຮັດໃຫ້ໂຮງຮຽນ ຂອງພວກເຮົາມີຄວາມເສັຍຫາຍ 99 ແຫ່ງ ພວກເຮົາກາໄດ້ມີເງິນ ທີ່ວ່າຣະດົມໄດ້ຫັ້ນຈະໃຫ້ໂຮງຮຽນລະ 5 ລ້ານກີບ ໃຫ້ພາກສ່ວນທີ່ ລົງໄປສົມທົບກັບເມືອງ ທາງໂຮງຮຽນ ຂື້ນແຜນມາຈະຕ້ອງການ ສັງກະສີບໍ່ ຫລືເຫລັກຕະປູບໍ່ ກໍ່ໃຊ້ຈ່າຍຕາມຫັ້ນ."

ຖ້າສົມທຽບຈາກທາງການລາວ ຣາຍງານ ຜົນເສັຍຫາຍຈາກພັຍພິບັດນໍ້າຖ້ວມ ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບ ໂດຍກົງ ຈາກເຂື່ອນເຊປຽນ ເຊນໍ້ານ້ອຍ ແຕກນັ້ນ ນັບວ່າເປັນການສູນເສັຍ ຄັ້ງທີ່ຮ້າຍແຮງ ຂອງປະເທດລາວ ທີ່ບໍ່ເຄີຍ ມີມາກ່ອນ ຈົນມາເຖິງປະຈຸບັນ ຍັງບໍ່ສາມາດປະເມີນ ຜົນເສັຍຫາຍໄດ້.

ກໍ່ເຊັ່ນດຽວກັນ  ການເປີດສົກຮຽນຂອງ ເມືອງສນາມໄຊ ປີນີ້ ສາຍສາມັນ ບໍ່ສາມາດເປີດໄດ້ ທັງໝົດ ມີພຽງແຕ່ ຣະດັບມັທຍົມ ມ4 ແລະ ມ7 ເທົ່ານັ້ນ ທີ່ເປີດຮຽນກ່ອນສ່ວນທີ່ເຫລືອແມ່ນເລື່ອນໄປກ່ອນ. ດັ່ງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກ່າວຕື່ມວ່າ:

"ສະເພາະໄຂສົກຮຽນໃໝ່ຢູ່ເມືອງ ສນາມໄຊ ນີ້ພວກເຮົາບໍ່ສາມາດເປີດໄດ້ເບິດ ທຸກໆຫ້ອງບໍ່ແມ່ນ ຈະເປີດຂັ້ນມັທຍົມ ມ4 ແລະ ມ7 ສຳລັບຄູຫັ້ນກາໄດ້ກຽມເບີ່ງວ່າ ຜູ້ໃດມີສະພາບ ເຈັບເປັນ ຫລືວ່າມີຂໍ້ຫຍຸ້ງຍາກ ບໍ່ທັນຕຽມພ້ອມຕໍ່ການສອນ ພວກເຮົາ ກໍ່ໄດ້ກຽມຄູ ຈາກ ວິທຍາໄລ ຄູ ຈຳປາສັກ ໄປຊ່ວຍສອນ ສະເພາະນາຍຄູ 17 ຄົນ ຢູ່ເມືອງສນາມໄຊ ຫັ້ນຈະໄດ້ຊ່ອຍເຫລືອ ເຂົາເຈົ້າຜູ້ລະ 1 ລ້ານກີບ ຖືວ່າເປັນເງິນ ທີ່ພວກເຮົາຣະດົມມາ ອັນນີ້ເປັນອັນສະເພາະ ທີ່ຊ່ອຍຄູ ລະກາເຄື່ອງຂອງ ຈຳນວນນຶ່ງ ວ່າຈະເອົາໄປຊ່ອຍ ໂຮງຮຽນ ທີ່ຖືກພັຍນໍ້າຖ້ວມ ແລ້ວຢູ່ເມືອງສນາມໄຊ ຫັ້ນ ສະເພາະນັກຮຽນ ປື້ມແບບຮຽນຄູ່ມືຄູຕ່າງໆ ແລ້ວ ກໍ່ຍັງໄດ້ມີປື້ມຂຽນ ຂອງນັກຮຽນ ມີບິກ ຖົງໃສ່ປື້ມ ແລະ ກາຊຸດນັກຮຽນ ໃຫ້ເຂົາເຈົ້າຫັ້ນ ເພື່ອໄດ້ໄຂສົກຮຽນໃໝ່ ທົ່ວປະເທດ."

ທ່ານ ກ່າວຕື່ມວ່າ ສຳລັບບັນຫາເດັກກຳພ້າ ເມື່ອໄປລົມທາງເມືອງ ທາງໂຮງຮຽນແລ້ວ ເດັກນ້ອຍແມ່ນບໍ່ຢາກໜີຈາກພໍ່ແມ່ ຖືວ່າທາງທ່ານ ເຈົ້າເມືອງ ເພີ່ນຊິລະບາຍປະຊາຊົນ ອອກຈາກໂຮງຮຽນມັທຍົມ ສົມບຸນ ຂອງເມືອງສນາມໄຊ ນັ້ນແມ່ນໃຫ້ນັກຮຽນ ໄດ້ຮຽນ ບ່ອນພັກໃຫ້ເອົາເດັກນ້ອຍ ໄປໃສ່ເລີຍເພາະ ຫ້ອງຮຽນມີ 30 ຫ້ອງ ກໍ່ໜ້າຈະພໍຈຳນວນ 106 ຄົນ ມີແຕ່ວ່າພວກເຮົາ ຈະເບິ່ງແຍງການກິນຢູ່ຄືແນວໃດ ຖ້າເຂົາເຈົ້າຢູ່ຫັ້ນມັນກາຄ້າຍ ໆ ຄືເປັນໂຮງຮຽນກິນນອນ.

ສ່ວນຄຣູສອນ ທີ່ເມືອງສນາມໄຊ ໄດ້ຮັບຜົລເສັຍຫາຍ ຈາກພັຍພິບັດ ຈຳນວນ 67 ຄົນ ນັ້ນ ທາງກະຊວງສຶກສາທິການ ແລະກິລາ ໃນເບື້ອງຕົ້ນກໍ່ໄດ້ນໍາເງິນ ໄປຊ່ວຍເຫລືອຈຳນວນ ຄົນລະ 1 ລ້ານກີບ.

ໃນຂນະດຽວກັນ ບັນດາແຂວງທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມ ກໍ່ປະສົບກັບຄວາມຫຍຸ້ງຍາກ ໃນການເປີດສົກຮຽນ ເຊັ່ນດຽວກັນ ມີບາງໂຮງຮຽນ ເສັຍຫາຍທັງໝົດ, ດ່ັງແຂວງຄຳມ່ວນ 10 ເມືອງ ຖືກນໍ້າຖ້ວມ ຢ່າງໜັກໜ່ວງ ມີໂຮງຮຽນ 4 ແຫ່ງ ຖືກນໍ້າຖ້ວມບໍ່ສາມາດ ເປີດການຮຽນໄດ້ທັນ ຕາມກຳນົດຂອງທາງການ ດັ່ງເຈົ້າໜ້າຜແນກສຶກສາທິການ ແລະກິລາ ແຂວງຄຳມ່ວນກ່າວຕໍ່ ວິທຍຸເອເຊັຍເສຣີ ວ່າ:

"ບາງໂຮງຮຽນເຂົາເປີດ ບາງເມືອງຫັ້ນຫະບໍ່ທັນໄດ້ເພາະວ່າ ເມືອງລະນາມເຂົາເປີດວັນທີ 01 ເດືອນກັນຍາ ຍັງມີບາງໂຮງຮຽນຢູ່ ມັນຂື້ນນໍາອັນນັ້ນຫັ້ນແຫລະ ມັນຫ່າງໄກສອກຫລີກແນ່ ແລະ ມັນມີການຫ້າງຫາ ກະກຽມບໍ່ທັນ."

ທ່ານກ່າວຕື່ມວ່າ ອີກສາເຫດນຶ່ງ ທີ່ພາໃຫ້ການເປີດການຮຽນລ່າຊ້າ ຍ້ອນເສັ້ນທາງ ທີ່ຖືກນໍ້າຖ້ວມ ຖືກຕັດຂາດ ເປ່ເພເສັຍຫາຍ ເຮັດໃຫ້ການ ໄປ-ມາ ລຳບາກ ໂດຍສະເພາະ ຢູ່ທີ່ຢູ່ຫ່າງໄກນອກເມືອງ ແມ່ນບໍ່ສາມາດໄປຮຽນໄດ້.

ສ່ວນແຂວງ ອຸດົມໄຊເປັນນຶ່ງໃນແຂວງ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍວັນ ຣະວ່າງເດືອນ ກໍຣະກະດາ ຫາເດືອນສິງຫາ ເມືອງໄຊ ເມືອງຫລາ ເມືອງນາໝໍ້ ເປັນເມືອງທີ່ເສັຍຫາຍ ຫລາຍທີ່ສຸດ. ເຊັ່ນ ເມືອງຫລາ ໂຮງຮຽມ ມັທຍົມຕົ້ນ ໄດ້ຮັບຜົລເສັຍຫາຍໝົດຫລັງ ໂຮງຮຽນປະຖົມສົມບູນ ບ້ານມົກຕົ້ນ ເມືອງຫລາ ກໍ່ເສັຍຫາຍໜັກ ເປີດການຮຽນບໍ່ໄດ້. ໂດຍທາງແຂວງ, ເມືອງ ແລະກະຊວງ ໄດ້ສ້າງໂຮງຮຽ ນຊົ່ວຄາວໃຫ້ແກ່ນັກຮຽນ.

ນອກຈາກນີ້ ຍັງມີຄອບຄົວຄຣູສອນ ໄດ້ຮັບຜົລກະທົບ ຈຳນວນນື່ງ ທາງການກໍ່ໄດ້ມອບເງິນຊ່ອຍເຫລືອ ເບື້ອງຕົ້ນ ຄົນລະ 1 ລ້ານກີບ.

ສ່ວນ ແຂວງຫົວພັນ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າຜແນກ ສຶກສາທິການ ແລະກິລາ ໃຫ້ຮູ້ວ່າການເປີດສົກຮຽນໃນແຂວງ ໂດຍສ່ວນຫລາຍ ແມ່ນເປີດທັນ ກຳນົດການ ວັນທີ 03 ເດືອນກັນຍາ ສ່ວນໂຮງຮຽນທີ່ເປ່ເພ ຈາກໄພພິພັດ.

ທາງຄນະຕ້ານພັຍພິບັດແຂວງ ໄດ້ໃຫ້ການຊ່ອຍເຫລືອ ພໍ່ແມ່ນັກຮຽນ ໂດຍມອບເຄື່ອງນຸ່ງຫົ່ມ, ອຸປກອນການສຶກສາ ແລະສ້ອມແປງໂຮງຮຽນ ຖ້າສ້ອມແປງສຳເຣັດ ທາງຜແນກສຶກສາ ຈະໄດ້ເພີ່ມຊົ່ວໂມງຮຽນ ແລະ ເພີ່ມມື້ຮຽນ ໃຫ້ກັບໂຮງຮຽນ ທີ່ເປີດ ລ່າຊ້າ.

ແຂວງຊຽງຂວາງ ທ່ານ ທອງເພັດ ອິນທະໄຊ ຮອງຜແນກສຶກສາທິການ ແລະກິລາ ຣາຍງານວ່າ ປີນີ້ພິເສດ ໂຮງຮຽນທີ່ຢູ່ອ້ອມຂ້າງເທສບານ ແຂວງ ແມ່ນໄດ້ເປີດການຮຽນ ຕັ້ງແຕ່ວັນທີ 16 ເດືອນສິງຫາ 2018 ແລະ ຈະຢຸດການຮຽນ ໃນເດືອນຕຸລາ ເພື່ອກຽມໃສ່ກິລາ ແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ. ແຕ່ກໍ່ມີໂຮງຮຽນເຖີງ 4 ແຫ່ງ ທີ່ໄດ້ຮັບຄວາມເສັຍຈາກນໍ້າຖ້ວມ ເຮັດໃຫ້ອຸປກອນການຮຽນ ການສອນເສັຍຫາຍທັງໝົດ ບໍ່ສາມາດເປີດຮຽນໄດ້ຕ້ອງເລື່ອນອອກໄປ ໂດຍນັກຮຽນ ຈຳນວນນຶ່ງ ອາດຈະໄປຝາກຮຽນຢູ່ແຂວງຫົວພັນ.

ເຖິງແນວໃດກໍ່ຕາມ ມາເຖິງປະຈຸບັນ ຍັງບໍ່ສາມາດ ປະເມີນຜົລເສັຍຫາຍໄດ້ ທັງໝົດ ທາງການລາວພຽງ ແຕ່ແກ້ໄຂ ບັນຫາ ໃຫ້ໄດ້ເປີດສົກຮຽນໃຫ້ນັກຮຽນ ໄດ້ຮຽນໄປກ່ອນ. ແຕ່ກໍ່ຍັງບໍ່ມີ ແຜນການທີ່ຊັດເຈນວ່າຈະແກ້ໄຂແນວໃດຕໍ່ກັບແຂວງທີ່ໄດ້ຮັບຜົລກະທົບ ຈາກໄພນໍ້າຖ້ວມທີ່ບໍ່ສາມາດເປີດການຮຽນໄດ້ .  ທົ່ວປະເທດຍັງມີໂຮງຮຽນ ບໍ່ຕໍ່າກ່ວາ 100 ແຫ່ງ ຍັງເລື່ອນການເປີດສົກຮຽນ .  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.