ທາງປູຢາງເມືອງນາໝໍ໊ ຍັງບໍ່ແລ້ວ

ໄຊຍາ
2018.04.06
F-Road ໂຄງການສ້າງທາງ ຈາກ ເມືອງນາໝໍ້ ແຂວງອຸດົມໄຊ ໄປຫາ ຊາຍແດນຈີນ ທີ່ຍັງລ້າຊ້າ.
Citizen Journalist

ໂຄງການສ້າງເສັ້ນທາງປູຢາງສອງຊັ້ນລະຍະທາງ 36 ກິໂລແມັດຈາກຫຼັກ 59 ເມືອງນາໝໍ້ແຂວງອຸດົມໄຊ ໄປຫາຊາຍແດນຈີນຍັງລ້າຊ້າ ຍ້ອນຜູ້ຮັບເໝົາກໍ່ສ້າງ ດຳເນີນການລ່າຊ້າ ພ້ອມທັງສະພາບອາກາດກໍບໍ່ເອື້ອອຳນວຍ. ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ເມສາ ນີ້ວ່າ:

"ມີລັກສນະລ້າຊ້າຫລາຍ ຫລາຍປັດໃຈ ພາຍໃນບໍຣິສັດກະເຂົ້າວຽກລ້າຊ້າໜ້ອຍໜື່ງ ລະກາສະພາບດິນຟ້າອາກາດ ກະບໍ່ອຳນວຍແດ່ ຢູ່ໃນພາກເໜືອປີກ່ອນໆຫັ້ນ ມີພັຍທັມມະຊາດ."

ທ່ານກ່າວຕື່ມວ່າປັດຈຸບັນ ໂຄງການນີ້ມີຄວາມຄືບໜ້າ 30% ກຳລັງຢູ່ໃນລະຍະເປີດກວ້າງໜ້າທາງ ປັບປຸງທໍ່ນໍ້າ ແລະຂົວ ຕາມຄາດໝາຍ ຈະສຳເຣັດພາຍໃນປີ 2020 ແຕ່ຫາກໄດ້ຮັບຜົນກະທົບ ຍ້ອນສະພາບອາກາດ ກໍອາດຈະເລື່ອນເວລາອອກໄປຕື່ມ.

ໂຄງການນີ້ຣັຖບານເປັນຜູ້ອອກ ງົບປະມານຈຳນວນ 200 ຕື້ກີບ ໂດຍໃຫ້ບໍຣິສັດໄຊພັທນາຈຳກັດ ຊຶ່ງເປັນບໍຣິສັດຢູ່ນະຄອນຫລວງວຽງຈັນ ເປັນຜູ້ຮັບເໝົາກໍ່ສ້າງ.

ເສັ້ນທາງດັ່ງກ່າວ ໄດ້ເລີ້ມການກໍ່ສ້າງໃນປີ 1997 ຈົນມາຮອດປີ 2011 ຣັຖບານໄດ້ອະນູມັດ ງົບປະມານໃຫ້ສ້າງເປັນ ເສັ້ນທາງປູຢາງ ຄາດວ່າຈະໃຫ້ສຳເຣັດໃນປີ 2014 ແຕ່ງົບປະມານ ໄດ້ຖືກນໍາໄປໃຊ້ການຕຽມເປັນເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 10.

ຈົນໃນທີ່ສຸດຣັຖບານ ໄດ້ເຂົ້າມາກວດສອບໂຄງການນີ້ ພ້ອມທັງໄດ້ຈັບກຸມພະນັກງານຣັຖ ພາຍໃນແຂວງອຸດົມໄຊ ຫຼາຍຄົນ ນັບຕັ້ງແຕ່ ເຈົ້າແຂວງ, ຮອງເຈົ້າແຂວງ ແລະຫົວໜ້າຜແນກ ທີ່ມີສ່ວນພົວພັນກັບການສໍ້ໂກງຂອງໂຄງການນີ້.

ມາຮອດປີ 2015 ຣັຖບານລາວ ໄດ້ອອກງົບປະມານ ສຳລັບການສ້າງທາງປູຢາງ ເສັ້ນທາງນີ້ ເປັນເທື່ອທີ່ສອງ ຈຳນວນ 200 ຕື້ກີບ ໂດຍໃຫ້ສຳເຣັດພາຍໃນປີ 2018 ແຕ່ການກໍ່ສ້າງໄດ້ແກ່ຍາວ ມາຮອດປັດຈຸບັນ ແລະບໍ່ແລ້ວໃນປີນີ້ ຜ່ານມາປະຊາຊົນ ໃນເຂດດັ່ງກ່າວ ເວົ້າວ່າ ບໍຣິສັດທີ່ເຊັນສັນຍາໂຄງການກັບຣັຖບານ ໄດ້ຂາຍໂຄງການໃຫ້ກັບຫລາຍບໍຣິສັດ ເຮັດໃຫ້ການກໍ່ສ້າງມີຄວາມລ່າຊ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.