ຂ.ອຸດົມໄຊຖນົນເປ່ເພ ຍ້ອນຣົດ ບັນທຸກ

ສຸພັດຕາ
2018.01.04
F-railway ບັນທຸກທີ່ນໍາໃຊ້ ໃນໂຄງການກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ຈີນ
FB friend page

ຣົດບັນທຸກ ຂົນດິນຂົນຊາຍ ແລະຂົນອຸປກອນເຄື່ອງຈັກຕ່າງໆ ຂອງໂຄງການສ້າງທາງຣົດໄຟລາວ-ຈີນ ໄດ້ເຮັດໃຫ້ຫົນທາງ ຣະຫວ່າງ ເມືອງໄຊ ໄປຫາ ເມືອງງາ ແຂວງອຸດົມໄຊ ໃນຣະຍະທາງ ປະມານ 60 ກິໂລແມັດ ເປ່ເພເປັນບາງຈຸດ ຍ້ອນຣົດບັນທຸກ ສ່ວນໃຫຍ່ມີ ນໍ້າໜັກ ເກີນກວ່າມາຕຖານ ທີ່ເສັ້ນທາງຈະສາມາດຮອງຮັບໄດ້ ຈຶ່ງເຮັດໃຫ້ເສັ້ນທາງຊຸດໂຊມ ສົ່ງຜົນໃຫ້ການເດີນທາງ ໄປມາຂອງ ປະຊາຊົນ ມີຄວາມຫຍູ້ງຍາກ, ດັ່ງປະຊາຊົນ ແຂວງອຸດົມໄຊ ຄົນນຶ່ງ ເວົ້າໃນວັນທີ 4 ມົກຣາ ນີ້ວ່າ:

“ເຂົາກະຈົ່ມຫັ່ນແຫຼະ ເຂົາສ້າງນໍ້າໜັກເກີນໄປ ທາງກະເພໝົດແລ້ວ ເຂົາກະຈົ່ມແທ້ອັນນິນະ ທາງໄປນາຄົກ ເມືອງງານີ່ ມັນເພຫຼາຍ ທາງດິນແດງກະຫຼຸດໝົດ ທາງດິນກະແຕກໝົດ ເພເປັນບ່ອນໆ ນະ.”

ທ່ານເວົ້າວ່າຫຼາຍປີຜ່ານມາ ສະພາບເສັ້ນທາງເສັ້ນດັ່ງກ່າວ ບໍ່ຄ່ອຍເປ່ເພຫຼາຍປານໃດ, ນັບຕັ້ງແຕ່ປີກາຍເປັນຕົ້ນມາ ຊຶ່ງມີການກໍ່ສ້າງ ທາງຣົດໄຟ ຢ່າງຂຸ້ນຂ້ຽວ ເຮັດໃຫ້ມີຣົດບັນທຸກແລ່ນໄປມາ ຫຼາຍຄັນໃນແຕ່ລະມື້ ຈົນເຮັດໃຫ້ເສັ້ນທາງມີສະພາບເປ່ເພ ແລະສົ່ງຜົນໃຫ້ ຜູ້ໃຊ້ຣົດໃຊ້ຖນົນ ຕ້ອງເພີ່ມຄວາມຣະມັດຣະວັງ ຍ້ອນສ່ຽງຕໍ່ອຸບັດຕິເຫດຫຼາຍຂຶ້ນ ແຕ່ກໍຍັງບໍ່ເຫັນພາກສ່ວນໃດ ມາສ້ອມແປງເທື່ອ.

ຕໍ່ບັນຫານີ້ ເຈົ້າໜ້າທີ່ຫ້ອງການ ໂຍທາທິການແລະຂົນສົ່ງ ເມືອງງາ ທ່ານນຶ່ງຍອມຮັບວ່າ ສາເຫດທີ່ທາງເສັ້ນດັ່ງກ່າວ ເປ່ເພນັ້ນ ສ່ວນນຶ່ງ ເກີດຍ້ອນຣົດບັນທຸກ ຂອງໂຄງການສ້າງທາງຣົດໄຟແທ້ ແລະໄດ້ແຈ້ງໃຫ້ ບໍຣິສັດຜູ້ຮັບເໝົາ ສ້າງທາງຣົດໄຟ ລົງມາສ້ອມແປງ ເພື່ອໃຫ້ ການເດີນທາງໄປມາ ສະດວກຂຶ້ນ, ດັ່ງທີ່ທ່ານກ່າວວ່າ:

“ສ່ວນຫຼາຍ ກະແມ່ນຣົດບັນທຸກໜັກ ຂອງບໍຣິສັດກໍ່ສ້າງທາງຣົດໄຟ ຫັ່ນແຫຼະຜ່ານ ມີສ່ວນຢູ່ ແຕ່ວ່າເພິ່ນກະສ້ອມແປງ ສ້ອມແປງໄປນຳ.”

ທ່ານກ່າວອີກວ່າ, ສຳລັບການຄຸ້ມຄອງນໍ້າໜັກຂອງຣົດບັນທຸກ ຂອງໂຄງການສ້າງທາງຣົດໄຟນັ້ນ ຍັງບໍ່ຮູ້ຄັກແນ່ວ່າ ຈະສາມາດຄຸ້ມຄອງ ໄດ້ຫຼືບໍ່ ຕ້ອງລໍຖ້າໃຫ້ທາງຂັ້ນເທິງ ເປັນຜູ້ກຳນົດເອງ.

ປັດຈຸບັນ ການສ້າງທາງຣົດໄຟລາວ-ຈີນ ຢູ່ເຂດເມືອງງາ ກຳລັງຢູ່ໃນຊ່ວງເຈາະອຸມົງ ຄືກັນກັບ ເຂດເມືອງໄຊ ແລະເມືອງນາໝໍ້ ແຕ່ຍັງບໍ່ຮູ້ຣາຍຣະອຽດ ຄັກແນ່ວ່າ ຢູ່ເມືອງງາ ມີອຸມົງທັງໝົດ ຈັກແຫ່ງ ຊຶ່ງທົ່ວແຂວງອຸດົມໄຊ ຈະມີອຸມົງ 34 ແຫ່ງ ແລະປັດຈຸບັນ ກຳລັັງເຈາະຢູ່ 24 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.