ລາວ ເລີ່ມເຊົາປູກກ້ວຍ

ມະນີຈັນ
2017.04.09
f-banana ຄົນງານລາວ ທີ່ ເຮັດວຽກໃນສວນປູກກ້ວຍ ຂອງນັກລົງທຶນຈີນ
screen captured courtesy of Lao44.org video

ແຂວງຜົ້ງສາລີ ເປັນແຂວງນຶ່ງທີ່ມີການ ປູກກ້ວຍຫຼາຍ, ປັຈຈຸບັນໄດ້ມີຄໍາສັ່ງ ໃຫ້ໂຈະການປູກກ້ວຍ ແລະ ທາງແຂວງ ຈະປຶກສາຫາລືກັນ ເຖິງຜົລກະທົບ ຈາກການໃຊ້ດິນ ເຮັດສວນກ້ວຍຂອງຄົນຈີນ ເພື່ອປັບປຸງ ຄຸນນະພາບຂອງດິນຄືນ ໃຫ້ປູກພືດຊນິດ ອື່ນໄດ້ ດັ່ງເຈົ້າໜ້າທີ່ ສິ່ງແວດລ້ອມແຂວງ  ທ່ານນຶ່ງກ່າວຕໍ່ RFA ໃນວັນທີ 6 ເມສາ ນີ້ວ່າ:

"ກໍາລັງສຶກສາວ່າມີ ວິທີການມາຕການປັບປຸງຄືນໃໝ່ ກ່ຽວກັບການພັທນາ ຟື້ນຟູຄືນເນາະ ມັນມີບາງເມືອງກໍ່ສັ່ງໂຈະ ເມີດແລ້ວເດ໊ ຖ້າວ່າ ໝົດສັນຍາ ທາງແຂວງ ກໍບໍ່ຕໍ່ສັນຍາ ໃຫ້ແລ້ວນະ ມີແຕ່ຊອກຫາ ອາຊີບອື່ນ ໃຫ້ປະຊາຊົນ ທົດແທນ ເພາະຕົວການ ປູກກ້ວຍມີຄວາມ ສ່ຽງຫຼາຍ ຕໍ່ຊີວິດເນາະ ຕໍ່ທັມມະຊາດ".

ທ່ານກ່າວຕື່ມວ່າ ຕອນນີ້ກໍາລັງເອົາດິນ ໄປວິຈັຍເພື່ອຫາທາງ ປັບປຸງດິນ ຫລັງຈາກ ຖືກສານເຄມີ ຈາກການປູກກ້ວຍນັ້ນ. ປັດຈຸບັນ ຢູ່ ແຂວງຜົ້ງສາລີ ຍັງມີສວນກ້ວຍ ເຫລືອຢູ່ເມືອງ ຍອດອູ ແລະເມືອງບຸນໃຕ້ ຊຶ່ງຄາດວ່າ ຈະເຊົາປູກທັງໝົດ ພາຍໃນປີ 2018.

ສໍາລັບຢູ່ເມືອງລອງ ແຂວງຫຼວງນໍ້າທາ ກໍໄດ້ຮັບຜົລກະທົບ ຈາກການປູກກ້ວຍເຊັ່ນກັນ, ສານເຄມີຕົກຄ້າງ ໃນສວນກ້ວຍຫຼາຍ ຊຶ່ງທາງ ອໍານາດ ການປົກຄອງເມືອງ ກໍພວມສົ່ງເສີມ ໃຫ້ປະຊາຊົນ ປູກພືດຊນິດອື່ນແທນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງລອງ:

"ລ່າເຣື່ອງຕົກຄ້າງ ມັນສິຕົກຄ້າງແນ່ນອນຢູ່ແລ້ວ ແຕ່ກໍສິຄ່ອຍໝົດໄປໆນັ້ນລະ ແຕ່ມັນກໍສິໃຊ້ເວລາຍາວ ຈຶ່ງໝົດໄປ ກໍຍັງບໍ່ຮູ້ຈະເຮັດ ແນວໃດ ກໍມີແຕ່ວ່າ ທົດແທນໄປ ກໍຄືປູກອັນອື່ນແທນ ພືດຣະດູການນັ້ນ ເປັນອ້ອຍ ມັນສໍາປະຫລັງແດ່".

ປັດຈຸບັນ ຢູ່ເມືອງລອງ ພື້ນທີ່ປູກກ້ວຍ ຫລຸດລົງ ຍັງເຫລືອ 400 ປາຍເຮັກຕາ ຈາກທີ່ມີ 800 ປາຍເຮັກຕາ ໃນເມື່ອກ່ອນ. ຜົລກະທົບ ຈາກການໃຊ້ ສານເຄມີປູກກ້ວຍ ໃນຫຼາຍແຂວງ ທາງພາກເໜືອຂອງລາວ ເຮັດໃຫ້ ນາຍົກຣັຖມົນຕຣີ ອອກຄໍາສັ່ງໃຫ້ຢຸດ ການປູກກ້ວຍ ທັງໝົດ. ປັດຈຸບັນ ຫຼາຍແຂວງ ທາງພາກເໜືອ ໄດ້ສັ່ງບໍ່ໃຫ້ມີການ ຕໍ່ສັນຍາ ການປູກກ້ວຍ ໃຫ້ແກ່ ນັກລົງທຶນຈີນ ແລະ ສັ່ງໂຈະ ການ ປູກກ້ວຍ ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.