ຣັດເຊັຽ, ລາວ ຮ່ວມມື ກູ້ລະ​ເບີດ

ໄມຊູລີ
2019.10.30
f-jars ທັມມະຊາດ ຄວາມງາມ ທົ່ງໄຫຫີນ ແຂວງຊຽງຂວາງ
RFA

ກອງທະຫານຣັດເຊັຽ ຮ່ວມກັບ ທະຫານລາວ ເຣີ່ມເກັບກູ້ລະ​ເບີດ ທີ່ ບໍ່ທັນແຕກອອກຈາກ ພື້ນທີ່່ ທີ່ຈະສ້າງສນາມບິນ ທົ່ງໄຫຫິນ ຢູ່ ເມືອງແປກແຂວຊຽງຂວາງ ໃນວັນທີ 25 ຕຸລາ ນີ້ໃນພື້ນທີ່ທັງໝົດປະມານ 500 ເຮັກຕ້າ​ຣ໌ ແລະ ພົບລະ​ເບີດ ທີ່ບໍ່ທັນແຕກ ສະເລັ່ຽແລ້ວ 27 ໜ່ວຍຕໍ່ 1 ເຮັກຕ້າຣ໌.

ຕາມແຜນແລ້ວ ແມ່ນຈະເກັບກູ້ ໃນໄລ​ຍະ 6 ເດືອນ ແຕ່ຍັງບໍ່ຮູ້ວ່າ ຈະສາມາດເກັບກູ້ ໃຫ້ແລ້ວ ຕາມກໍານົດ ຫລືບໍ, ອິງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເກັບກູ້ລະ​ເບີດ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ຕຸລານີ້:

“ການຮ່ວມມືກັນ ຂອງກອງທັບຣັດເຊັຽ ກັບທະຫານລາວ ຈະກວດກູ້ລະ​ເບີດ ໃຫ້ມີຄວາມປອດພັຍ ເພື່ອກໍ່ສ້າງ ສນາມບິນສາກົນ ສນາມບິນ ທົ່ງໄຫຫິນນີ້ ໄລ​ຍະຕົ້ນ ເຂົາເຈົ້າຈະຮ່ວມມື ກວດລະ​ເບີດ ໃນ 6 ເດືອນ ນີ້ກ່ອນວ່າ ຈະໄດ້ຫລາຍ ປານໃດ ເພາະເນື້ອທີ່ ປະມານ 500 ກວ່າເຮັກຕ້າຣ໌ ສະເລັ່ຽແລ້ວ ໄດ້ 27 ລູກ ຕໍ່ 1 ເຮັກຕ້າຣ໌."

ທ່ານກ່າວຕື່ມວ່າ ສໍາລັບພື້ນທີ່ ທີ່ຈະສ້າງເປັນສນາມບິນ ທົ່ງໄຫຫິນນັ້ນ ເຄີຍເປັນບ່ອນສູ້ຣົບ ໃນສມັຍສົງຄາມມາກ່ອນ ຄື: ເຄີຍເປັນທີ່ໝັ້ນ ຂອງກອງທະຫານລາວ ຢູ່ໃຈກາງຣະຫວ່າງ ບ້ານອ່າງ, ບ້ານມີໄຊ, ແລະ ບ້ານນາໂອ ແລະ ການເກັບກູ້ລະ​ເບີດເທື່ອນີ້ ເປັນການຮ່ວມ ມືກັນຣະຫວ່າງ ທະຫານຣັດເຊັຽ ແລະ ທະຫານລາວ ແຕ່ລະຝ່າຍ ແມ່ນໃຊ້ ງົບປະມານ ຂອງຕົນເອງ:

”ການຮ່ວມມືເຮັດວຽກນໍາກັນຊື່ໆ ແຕ່ງົບປະມານແມ່ນ ຂອງຝ່າຍໃຜຝ່າຍມັນ ຮັບຜິດຊອບ. ເຂົາເຈົ້າຈະບໍ່ຊ່ວຍທາງລາວ, ເບື້ອງກອງທັບລາວ ກໍໃຊ້ງົບປະມານ ຂອງກອງທັບລາວ ເພື່ອກວດກູ້​ລະ​ເບີດ ກອງທັບຣັດເຊັຽ ເຂົາເຈົ້າ ໝົດເທົ່າໃດ ເຂົາເຈົ້າຮັບຜິດຊອບ ພາກສ່ວນມາກວດກູ້ ລະ​ເບີດ ຂອງເຂົາເຈົ້າ ເອງເລີຍ.”

ເຖິງຢ່າງໃດກໍຕາມ, ການເກັບກູ້ລະ​ເບີດ ໃນເທື່ອນີ້ ເປັນການ ຕຽມພື້ນທີ່ ສ້າງສນາມບິນ ທົ່ງໄຫຫິນ ເພື່ອຮອງຮັບ ນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວ ລາວ ຫລາຍຂຶ້ນ ໃນອະນາຄົດນີ້ ພາຍຫລັງທົ່ງໄຫຫິນ ໄດ້ຖືກຮັບຮອງ ເຂົ້າເປັນ ມໍຣະດົກໂລກ ແຫ່ງທີ່ 3 ຂອງ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.