ຂ.ເຊກອງຕຽມຮັບມືຣະດູ ໜາວ

ສິດນີ
2017.11.07
f-Sekong ເສັ້ນທາງສາຍຫລັກ ໃນເມືອງທ່າແຕງ ແຂວງເຊກອງ
Screen captured

ຜແນກອຸຕຸນິຍົມວິທຍາ ແລະອຸທົກກະສາດ ແຂວງເຊກອງ ໄດ້ຕັກເຕືອນປະຊາຊົນ ໃຫ້ຕຽມຮັບມື ກັບຣະດູຫນາວ ແລະການຣະບາດ ຂອງ ໂຣຄໄຂ້ຫວັດໃຫຍ່ ຕາມຣະດູການ ທີ່ຈະເກີດຂຶ້ນ ເລີ້ມແຕ່ປາຍເດືອນພຶສຈິກາ ນີ້ເປັນຕົ້ນໄປ ໂດຍສະເພາະ ເມືອງດາກຈືງ ເມືອງກະລືມ ແລະໃນເຂດອື່ນໆ ທີ່ຫ່າງໄກສອກຫລີກ ທີ່ຂາດເຄື່ອງກັນຫນາວ ຍ້ອນວ່າອຸນນະພູມ ອາດຫລຸດລົງເຖິງ 4 ຫາ 1 ອົງສາໂດຍສະເພາະ ໃນ ຊ່ວງທ້າຍເດືອນທັນວາ ຫາເດືອນມົກກຣາ. ດັ່ງເຈົ້າຫນ້າທີ່ ອຸຕຸນິຍົມວິທຍາ ແລະອຸທົກກະສາດ ແຂວງເຊກອງ ທ່ານນຶ່ງ ກ່າວໃນມື້ວັນທີ 7 ພຶສຈິກາ ນີ້ວ່າ:

"ໄທເຮົາກໍເຮັດແບບພຍາກອນແຈ້ງເພິ່ນ ຄືຍາມຣະດູຝົນບໍ ລະດູແລ້ງລະດູຫນາວ ພວກເຮົາກໍໄດ້ແຈ້ງ ຄືປັກກະຕິຫັ້ນແຫຼະ ຄືມັນລົງແຮງໆ ນີ້ ກໍຄືເມືອງດາກຈືງ ຫັ້ນກໍລົງຮອດນຶ່ງ ຮອດສີ່ພຸ້ນແຫລະ ນຶ່ງສອງສາມສີ່ ພຸ້ນແຫລະ ເຊກອງ ຄືກັນຫັ້ນແຫລະ ຍາມນີ້ ຄືຊ່ວງຫນ້າຫນາວ ແຮງໆ ແຕ່ວ່າຢູ່ຊົນນະບົດ ແທ້ກໍຄືເຮົາລົງໄປ ຫັ້ນແຫລ້ວຄັນສິເວົ້າ ເຫັນປະຊາຊົນຂະເຈົ້າ ແຕ່ວ່າຢູ່ເຂດ ທາງຊານເມືອງ ກໍໄຄແດ່ນ້ອຍນຶ່ງ".

ທ່ານກ່າວຕື່ມວ່າ ຫລາຍຄອບຄົວຕ້ອງໄດ້ອົດທົນຢູ່ກັບຄວາມຫນາວ ຍ້ອນຄວາມທຸກຍາກ ບໍ່ມີເສື້ຶ້ອກັນຫນາວຫົ່ມ ບາງຄົນຖ້າມີກໍເກົ່າ ຂາດ ສ້ອຍຫມົດແລ້ວ ຍ້ອນຄອບຄົວ ບໍ່ມີເງິນຊື້ໃຫມ່ ເຮັດໃຫ້ສ່ຽງຕໍ່ ໂຣຄໄຂ້ຫວັດໃຫຍ່ ແລະອັນຕຣາຍຕໍ່ ສຸຂພາບ.

ເຈົ້າຫນ້າທີ່ ສາທາຣະນະສຸກ ແຂວງເຊກອງ ເວົ້າວ່າ ທາງຜແນກ ສາທາຣະນະສຸກ ກໍໄດ້ຕຽມຮັບມືກັບໂຣຄ ດັ່ງກ່າວ ຢູ່ໃນເວລານີ້ ດ້ວຍ ການລົງໄປ ໃຫ້ຄວາມຮູ້ແກ່ ປະຊາຊົນ ໃຫ້ຮັກສາຮ່າງກາຍ ໃຫ້ມີຄວາມອົບອຸ່ນ ຢູ່ຕຣອດເວລາ ຈະເປັນວິທີໃດ ກໍຕາມ ນຶ່ງໃນນັ້ນ ກໍແມ່ນ ການດັງໄຟຝີງ. ດັ່ງທ່ານກ່າວວ່າ:

"ເຮົາກໍເຮັດໂຄສະນາ ສຸຂສຶກສາ ເວົ້າເຣື້ອງພຍາດຕາມຣະດູການ ເຮັດເປັນປົກກະຕິ ມອບໃຫ້ແຕ່ລະເມືອງ ແລ້ວກໍແຂວງ ສົມທົບນຳ ລົງ ໂຄສະນາກ່ຽວກັບ ພຍາດຕາມຣະດູການ ໄຂ້ຫວັດອີ່ຫຍັງຕ່າງໆ ແມ່ນລະ ໄຂ້ຫວັດຫລາຍ".

ພັຍຫນາວຢູ່ແຂວງເຊກອງ ມັກຈະສ້າງບັນຫາ ໃຫ້ກັບປະຊາຊົນ ໂດຍສະເພະຜູ້ທຸກຍາກ ໃນເຂດຫ່າງໄກສອກຫລີກ ຫລາຍກວ່າ 2400 ປາຍຄອບຄົວ ທົ່ວແຂວງ ຍ້ອນບໍ່ມີເສື້ອ ກັນຫນາວຫົ່ມ ໂດຍສະເພາະ ຜູ້ສຸງອາຍຸ ແລະເດັກນ້ອຍ ບາງຄົນ ເສັຽຊີວີດ ຍ້ອນ.

ຣະດູຫນາວໃນລາວ ໃນແຕ່ລະປີ ຈະເລີ້ມຈາກເດືອນພຶສຈິກາ ຫາ ເດືອນມິນາ ຊຶ່ງໃນເວລານີ້ ອຸນນະພູມ ຈະຫລຸດລົງຮອດ 4 ຫາ 1 ອົງສາ ບາງແຂວງ ຫລຸດລົງຕ່ຳກວ່າສູນ ໂດຍສະເພາະ ໃນແຂວງພາກເຫນືອ ຂອງປະເທດ. ປະຊາຊົນ ຄວນຣະວັງ ເປັນພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.