ລາວຂາດງົບປະມານ ກູ້ຣະເບີດ

ອະວາຣີ
2019.04.12
F-UXO ຂ.ຊຽງຂວາງ ມີເສດເຫຼືອ ຂອງຣະເບີດ ຢ່າງຫຼວງຫຼາຍ ຊາວບ້ານນໍາມາໝຸນໃຊ້ ເປັນປໂຍດ
RFA/PX

ປີນີ້ ໜ່ວຍງານເກັບກູ້ຣະເບີດທີ່ຍັງບໍ່ແຕກ ຂາດເຂີນງົບປະມານ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ກ່ຽວຂ້ອງໃນຫລາຍແຂວງ; ຕົວຢ່າງ ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຊຽງຂວາງ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ເວົ້າກັບວິທຍຸເອເຊັຍເສຣີ ເມື່ອວັນທີ່ 3 ເດືອນເມສາ ປີ 2019 ນີ້ວ່າ:

“ໂອ່ ມັນຕ້ອງການຫລາຍຫັ່ນແຫລະງົບປະມານນະ ປີນີ້ໄດ້ແຕ່ລ້ານກວ່າຫລຽນ ທັມມະດາມັນຕ້ອງໄດ້ສອງລ້ານປາຍຂຶ້ນໄປ; ອຸປສັກໜັກ ປ່າດົງຕຶບໜາ ການຖາກຖາງ ບໍ່ມີແຮງງານ ເງິນທຶນບໍ່ມີ ຈ້າງເຂົາ.”

ເຈົ້າໜ້າທີ່ ທ່ານດຽວກັນນັ້ນ ເວົ້າຕື່ມວ່າ ໃນເມື່ອໄດ້ຮັບ ງົບປະມານໜ້ອຍ, ໜ່ວຍເກັບກູ້ຣະເບີດ ແຂວງຊຽງຂວາງ ກໍປະສົບກັບອຸປສັກ ຫຼາຍຢ່າງ ໃນການປະຕິບັດງານ.

"ປັດຈຸບັນນີ້ ຍ້ອນວ່າທຶນ ເຮົານ້ອຍແລະເຮົາບໍ່ສາມາດຂຍາຍທິມກວດກູ້ ແລະທິມສຳຣວດໄດ້ຕື່ມ ເຮົາຍັງຕ້ອງການໂຄງການອື່ນມາ ຊ່ວຍເຫລືອ ດ້ານນີ້ຕື່ມ ແຕ່ວ່າມັນຍັງມີໜ້ອຍ.”

ທິມເກັບກູ້ຣະເບີດແຂວງຄຳມ່ວນ ກໍເຊັ່ນດຽວກັນ ຍັງຂາດອຸປກອນ ເກັບກູ້ຣະເບີດເກືອບທຸກຢ່າງ ແລະຕ້ອງການຄົນງານເພິ້ມຕື່ມ, ດັ່ງ ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຄຳມ່ວນ ທ່ານນຶ່ງ ໄດ້ກ່າວກັບວິທຍຸເອເຊັຍເສຣີ ເມື່ອບໍ່ດົນຜ່ານມາວ່າ:

“ດຽວນີ້ປະມານ 160 ຄົນ ພະນັກງານເຮົາເນາະ ລະຕ້ອງການອີກປະມານ 60 ພຸ້ນແຫລະ ອີກ 6 ທິມນະ ໝາຍຄວາມວ່າ ທິມນຶ່ງສິບຄົນ ໃນທິມມັນຕ້ອງການອຸປກອນຄົບຊຸດ ມີເຄື່ອງກວດ 6-7 ເຄື່ອງຣົດຄັນນຶ່ງ ຈັກຕັດຫຍ້າ 2 ແລະກໍ GPS ຄອມພິວເຕີ ແລະບັນດາອີຫຍັງ ຕ່າງໆ.”

ເຈົ້າໜ້າທີ່ທ່ານນີ້ ກໍເວົ້າຕື່ມວ່າ ຕາມປົກກະຕິ ແຂວງຄຳມ່ວນ ຈະໄດ້ເງິນທຶນເພື່ອເກັບກູ້ຣະເບີດ ຢ່າງໜ້ອຍສອງລ້ານດອນລາ ສະຫະຣັດ ຕໍ່ປີ ແຕ່ປີນີ້ໄດ້ພຽງແຕ່ ນຶ່ງລ້ານດອນລາ.

ແຂວງຫຼວງພຣະບາງ ກໍຂາດເຂີນງົບປະມານ ເພື່ອ ເກັບກູ້ຣເບີດຄືກັນ; ເຈົ້າໜ້າທີ່ເກັບກູ້ຣະເບີດ ແຂວງດັ່ງກ່າວ ໃຫ້ຂໍ້ມູນກັບວິທຍຸເສຣີ ເມື່ອວັນທີ່ນຶ່ງເດືອນສີ່ນີ້ວ່າ ໜ່ວຍງານເກັບກູ້ຣະເບີດ ແຂວງຫລວງພະບາງ ກໍຂາດເຂີນງົປມານຢ່າງໜັກ ເຖິງຂັ້ນພະນັກງານ ເກັບກູ້ ຣະເບີດ 72 ຄົນ ບໍ່ໄດ້ຮັບເງິນເດືອນ ເປັນເວລາສາມເດືອນ:

“ດຽວນີ້ ເງິນເດືອນເຮົາບໍ່ໄດ້ສາມເດືອນຫັ່ນໜາ ຕັ້ງແຕ່ເດືອນນຶ່ງຫາເດືອນສາມ; ເຮົາຍັງບໍ່ທັນໄດ້ເງິນເດືອນ ເທື່ອນະ ອ້າຍນ້ອງເຮົາເຮັດລ້າ ດຽວນີ້ ບໍ່ຮູ້ນຳກະຊວງ ນຳບ່ອນໃຫຍ່ເພິ່ນພຸ້ນແລ້ວ ເພິ່ນເວົ້າກັນແນວໃດ ເຣື່ອງເອກກະສານ ຂອງເພິ່ນ ຂອງຜູ້ໃຫຍ່ ຄ້າງນຳຜູ້ໃຫຍ່ ພຸ້ນແຫລະ.”

ອາທິດນຶ່ງຕໍ່ມາ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ແຂວງຫລວງພະບາງ ກໍຊີ້ແຈງໃຫ້ວິທຍຸເອເຊັຍເສຣີ ຊາບວ່າຄົນງານ 72 ຄົນນັ້ນໄດ້ ຮັບເງິນເດືອນ ແລ້ວ:

“ຂະເຈົ້າກໍວ່າ ໄດ້ຮັບຂ່າວວ່າ ຂະເຈົ້າວ່າ ຂ່າວວິທຍຸເອເຊັຍເສຣີວ່າ ເກັບກູ້ຣະເບີດ ຫລວງພະບາງ ສາມເດືອນ ບໍ່ໄດ້ເງິນເດືອນ ແມ່ນ ເປັນຄວາມຈິງແນວນັ້ນ ແຕ່ໄດ້ຮັບມື້ວານນີ້ ໄດ້ຄົບໝົດທຸກຄົນ ຂະເຈົ້າກໍໄລ່ຕາມເງິນເດືອນ ຂະເຈົ້າແລ້ວ ຜູ້ນຶ່ງໄດ້ສອງລ້ານ ກໍສາມເດືອນ ກໍຫົກລ້ານ; ຜູ້ນຶ່ງສາມລ້ານ ສາມເດືອນ ກໍເກົ້າລ້ານ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ໂທຣະສັບແລະອີແມວຖາມສະຖານທູດນໍເວ ທີ່ບາງກອກ ປະເທດໄທ ວ່າເປັນຫຍັງ ນໍເວ ຈຶ່ງໃຫ້ ເງິນຊັກຊ້າ. ແຕ່ເຈົ້າໜ້າທີ່ ສະຖານທູດຕອບວ່າ:

“ເຣື່ອງນີ້ເປັນເຣື່ອງໃຫຍ່ ຍັງບໍ່ສາມາດ ຕອບໄດ້ເທື່ອ.”

ແຕ່ອີງຕາມແວບໄຊຕ໌ຂອງໂຄງການເກັບກູ້ຣະເບີດ ທີ່ບໍ່ທັນແຕກ ເພື່ອມະນຸສທັມສາກົນ ຊຶ່ງເປັນອົງການຂື້ນກັບ ຣັຖບານປະເທດ ນໍເວ, ໂຄງການດັ່ງກ່າວ ໄດ້ໃຫ້ເງິນຊ່ວຍເຫລືອ ສີ່ແສນດອນລ່າ ສະຫະຣັດ ເພື່ອເກັບກູ້ຣະເບີດ ຢູ່ສອງແຂວງ ຄືແຂວງຫລວງພະບາງ ແລະ ຊຽງຂວາງ ໃນຣະຍະເວລາ ແຕ່ປີ 2018 ເຖິງປີ 2020.

ສ່ວນເຈົ້າໜ້າທີ່ແຂວງຫລວງພຣະບາງ ຕອບຄຳຖາມນັ້ນວ່າ:

“ກໍເພາະວ່າ MOU ເກົ່າມັນໝົົດໃນເດືອນ 12 ປີ 2018 ບັດທີນີ້ນັບແຕ່ເດືອນນຶ່ງຫາເດືອນສາມ MOU ໃໝ່ ມັນຕ້ອງແລ່ນເອື້ນວ່າລໍຖ້າ ອະນຸມັດ ຈາກຣັຖບານແນ່, ເວົ້າເຣື່ອງການຕໍ່ລອງ ໃນສັນຍາ ກັນມັນກໍຍັງມີເງື່ອນ ໄຂກໍມີຢູ່ ກໍໃຊ້ເວລາແດ່ຫັ່ນໜ໋າ.”

ໃນຣະດັບຊາດ ໜັງສືພິມພາສາອັງກິດວຽງຈັນໄທມ໌ ຂອງທາງການລາວຣາຍງານວ່າ ອົງການເກັບກູ້ຣະເບີດແຫ່ງຊາດລາວ ຂາດເຂີນ ງົບປະມານ ສີ່ລ້ານຫ້າແສນ ດອນລ່າ ສຳຣັບວຽກງານ ເກັບກູ້ຣະເບີດ ໃນທົ່ວປະເທດ ໃນປີ 2019 ນີ້.

ນັກຂ່າວເຮົາໄດ້ຕິດຕໍ່ເຖິງອົງການເກັບກູ້ຣະເບີດ ແຫ່ງຊາດລາວ ແລະໄດ້ຮັບຄຳຕອບວ່າ ສະເພາະປີນີ້ ແລະສະເພາະວຽກງານ ເກັບກູ້ ຣະເບີດ ໃນແຂວງພາກໃຕ້ ເຊັ່ນແຂວງເຊກອງ ສາຣະວັນ ແລະ ອັດຕະປື ອົງການເກັບກູ້ຣະເບີດ ຂາດງົບປະມານ ຢູ່ປະມານນຶ່ງລ້ານ ແລະຫ້າແສນດອນລ່າ. ທາງອົງການຕ້ອງການເງິນ ຈຳນວນນີ້ ເພື່ອຊື້ອຸບປະກອນໃໝ່ ແທນອຸບປະກອນເກົ່າ ທີ່ເປ່ເພ ແລ້ວ.

ໃນເມື່ອໜ່ວຍງານເກັບກູ້ຣະເບີດຢູ່ລາວຂາດເຂີນງົບປະມານ ສະຫະຣັດອະເມຣິກາເດ໋ ໄດ້ສືບຕໍ່ຊ່ວຍເກັບກູ້ຣະເບີດ ຢູ່ລາວແນວໃດ, ທ່ານ Jerry Guilbert ຫົວໜ້າຫ້ອງການເກັບກູ້ ແລະຫຼຸດຜ່ອນ ອາວຸດ ກະຊວງການຕ່າງປະເທດ ສະຫະຣັດອະເມຣິກາ ໄດ້ຕອບຄຳຖາມນັ້ນ ຂອງນັກຂ່າວວິທຍຸເອເຊັຍເສຣີ ໃນໂອກາດບັລຍາຍ ເຖິງບັນຫາ ການເກັບກູ້ຣະເບີດ ໃນຫລາຍປະເທດ ທົ່ວໂລກ ເມື່ອວັນທີ່ 3 ເດືອນເມສາ ປີ 2019 ນີ້ວ່າ:

ທ່ານກ່າວວ່າ “ເມື່ອປີ 2018 ທີ່ຜ່ານມາ ສະຫະຣັດໄດ້ໃຫ້ເງິນຊ່ວຍເຫລືອ ແກ່ລາວ 30 ລ້ານດອນລ່າ ເພື່ອເກັບກູ້ຣະເບີດ ທີ່ຕົກຄ້າງ ຈາກສມັຍສົງຄາມ. ເງິນຈຳນວນ 30 ລ້ານນັ້ນ ແມ່ນເງິນງວດ ສຸດທ້າຍ ຂອງການຊ່ວຍເຫລືອທັງໝົດ 90 ລ້ານດອນລ່າ ໃນຣະຍະສາມປີ ນັບແຕ່ປີ 2016 ເປັນຕົ້ນມາ. ນອກຈາກນັ້ນໃນປີ 2019 ນີ້ ຣັຖສະພາ ສະຫະຣັດ ຍັງໄດ້ຕົກລົງ ຈະໃຫ້ເງິນຊ່ວຍເຫລືອ ແກ່ລາວ ຕື່ມອີກ 30 ລ້ານດອນລ່າ ເພື່ອເກັບກູ້ຣະເບີດໃນຣະຍະສາມປີຂ້າງໜ້າ.”

ເຈົ້າໜ້າທີ່ອົງການເກັບກູ້ຣະເບີດແຫ່ງຊາດລາວ ເປີດເຜີຍຕື່ມວ່າ ປີນີ້ ຕ່າງປະເທດ ແລະອົງການຊ່ວຍເຫລືອສາກົນ ຢາກໃຫ້ປະເທດລາວ ເກັບກູ້ຣະເບີດໄດ້ເຖິງ 10,000 ເຮັກຕາຣ໌ ແຕ່ລາວ ຈະສາມາດເກັບກູ້ໄດ້ ພຽງແຕ່ 3,500 ເຮັກຕາຣ໌ ໃນຈຳນວນທັງໝົດສາມແສນ ເຮັກຕາຣ໌ ເພາະບໍ່ມີງົບປະມານພຽງພໍ.

ອີງຕາມຕົວເລກ ຈາກອິນເຕີແນັດ ນັບແຕ່ປີ 1999 ເປັນຕົ້ນມາ ລາວສາມາດເກັບກູ້ຣະເບີດໄດ້ທັງໝົດແລ້ວ 35 ພັນເຮັກຕາຣ໌, ມີຄົນເສັຽ ຊີວິດ 800 ຄົນ ແລະໄດ້ຮັບບາດເຈັບ 2,000 ຄົນ ຍ້ອນ ຣະເບີດຕົກຄ້າງແຕກໃສ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.