ລາວ-ວຽດນາມ ຈະປາບໄມ້ເຖື່ອນ

ສິດນີ
2015.08.16
F-Logs ນີ້ຄືສ່ວນນຶ່ງ ຂອງ ການລັບລອບ ຕັດໄມ້ ຢູ່ ສປປລາວ
RFA/LX

ກອງປະຊຸມ ທົບທວນ ກ່ຽວກັບ ການ ປະຕິບັດ ບົດ ບັນທຶກ ຄວາມເຂົ້າໃຈ ປະຈຳ ປີ, ຣະຫວ່າງ ກົມ ກວດກາ ປ່າໄມ້ ລາວ ແລະ ວຽດນາມ, ໄດ້ຈັດຂຶ້ນ ໃນ ວັນທີ 11 ສິງຫາ ຜ່ານມາ, ທີ່ ໂຮງແຮມ ເມີກຽວ ນະຄອນ ຫຼວງວຽງຈັນ, ໂດຍການ ເປັນ ປະທານ ຮ່ວມ ຣະຫວ່າງ ທ່ານ ຄຳພຸດ ພັນດານຸວົງ ຫົວຫນ້າ ກົມ ກວດກາ ປ່າໄມ້ ສປປລາວ ແລະ ທ່ານ ໂດ ຈ່ອງກິມ ຫົວຫນ້າ ກົມ ປ່າໄມ້ ສສ ວຽດນາມ ພ້ອມດ້ວຍ ຄນະ ຜູ້ແທນ ທັງສອງ ຝ່າຍ ເຂົ້າຮ່ວມ.

ໃນ ກອງປະຊຸມ ໄດ້ ມີການ ແລກປ່ຽນ ຂໍ້ມູນ ກົດຣະບຽບ ອອກມາ ໃຫມ່,ມີ ນະໂຍບາຍ ການ ປ້ອງກັນ ປ່າໄມ້ ສັດປ່າ ຕລາດ ການ ຄ້າໄມ້ ແລະ ຄຸ້ມຄອງ ປ່າ ຊຶ່ງ ຝ່າຍ ວຽດນາມ ໄດ້ໃຫ້ ຄວາມເຫັນ, ສ້າງຕັ້ງ ແຜນການ ປົກປັກ ຮັກສາ ປ່າ ຮ່ວມກັນ ຣະຫວ່າງ ແຂວງ ທີ່ ມີ ຊາຍແດນ ຕິດກັນ, ປັບປຸງ ການ ຮ່ວມມື ທາງດ້ານ ວິຊາການ ປັບປຸງ ການ ລາດຕາເວນ ແລະ ປາບປາມ ກຸ່ມ ຄ້າ ໄມ້ທ່ອນ ທີ່ ຜິດ ກົດຫມາຍ ຕາມເຂດ ຊາຍແດນ ໃຫ້ ຫຼາຍຂຶ້ນ, ຮ່ວມດ້ວຍ ການຮັກສາ ແລະ ປົກປ້ອງ ສັດປ່າ ຈາກ ກຸ່ມ ໂຮ່ເນື້ອ ຈາກ ສອງ ປະເທດ.

ໃນຂນະ ດຽວກັນ ຝ່າຍລາວ ກໍໄດ້ ໃຫ້ ຄວາມເຫັນ ຈັດຕັ້ງ ປະຕິບັດ ບົດ ບັນທຶກ ຄວາມເຂົ້າໃຈ ຣະຫວ່າງ ປີ 2013-17 ແລະ ການຊຸກຍູ້ ການ ແລກປ່ຽນ ຂໍ້ມູນ ຂ່າວສານ ຄວາມຮູ້ ແລະ ປະສົພການ ໃນການ ປ້ອງກັນ ແລະ ຄວບຄຸມ ການ ຕັດໄມ້ ທີ່ ຜິດ ກົດໝາຍ ປາບປາມ ການ ລ່າ ສັດປ່າ, ການຂາຍ ຜລິຕພັນໄມ້ ແລະ ການ ເຄື່ອນຍ້າຍ ໄມ້ ຂ້າມແດນ ທີ່ ຜິດ ກົດໝາຍ ປະເພດ ຕ່າງໆ.

ວຽດນາມ ແລະ ລາວ ມີຊາຍແດນ ຕິດກັນ ຫຼາຍພັນ ກິໂລແມັດ, ແຕ່ ເຫນືອ ຕລອດໃຕ້, ຊຶ່ງ ການລັກ ຕັດໄມ້ ຈຶ່ງ ເປັນ ການຍາກ ໃນການ ປາບປາມ ແລະ ໄມ້ ສ່ວນໃຫຍ່ ແມ່ນ ລັກຕັດ ໄປ ຈາກ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.