ນໍ້າຖ້ວມຫຼາຍບ້ານຢູ່ ມ.ມະຫາໄຊ

ສິດນີ
2017.08.11
f-flood-mahaxay ສາຍນໍ້າເຊບັ້ງໄຟ
Citizen journalist

ຣະດັບນ້ຳເຊບັງໄຟ ຢູ່ເມືອງມະຫາໄຊ ແຂວງຄຳມ່ວນ ສູງຂຶ້ນເຖີງ 14 ແມັດ 63 ຊັງຕີແມັດ ເກີນຂີດອັນຕຣາຍ ປະມານ 14 ແມັດ 50 ຊັງຕີແມັດ ເຮັດໃຫ້ນ້ຳລົ້ມຝັ່ງໄຫຼເຂົ້າຖ້ວມ ບ້ານເຮືອນ ແລະທົ່ງນາ ຂອງປະຊາຊົນ ໃນຈຳນວນ 18 ບ້ານໃນເນື້ອທີ່ກວ່າ 935 ເຮັກຕາ. ດັ່ງເຈົ້າຫນ້າທີ່ ເມືອງມະຫາໄຊ ແຂວງຄຳມ່ວນ ທ່ານນຶ່ງເວົ້າວ່າ:

"ນ້ຳມັນເລີ້ມຢູ່ແລ້ວດຽວນີ້ ວານນີ້ລະໄດ້ລາຍງານ ຫົວຫນ້າຜແນກ ແລະກໍລາຍງານ ໄປທາງເຈົ້າເມືອງເພີ່ນ ນ້ຳຖວ້ມເມືອງມະຫາໄຊ ກໍ ປະມານ 935 ເຮັກຕາ ເສັຽຫາຍ ຍັງບໍ່ທັນ ໄດ້ຮູ້ ເພາະວ່ານ້ຳ ກຳລັງຢູ່ນີ້ຫຼະ ກໍມີ 18 ບ້ານ ກໍຖ້ວມຫມົດ ວ່າງມື້ຫລັງນີ້ ຖືວ່າບໍ່ເຫັນ ດຽວນີ້ມັນ ກໍຄ່ອຍບົກລົງມາ ນ້ອຍນື່ງ ກໍຊີ່ເຫັນ ປາຍເຂົ້າ ກໍຊີ່ບໍ່ຕາຍດອກ".

ທ່ານວ່າ ເຫດນ້ຳຖ້ວມເທື່ອນີ້ ເຮັດໃຫ້ປະຊາຊົນ ວິຕົກກັງວົນຫລາຍ ເພາະຢ້ານນ້ຳຖ້ວມຂັງດົນ ຊື່ງໃນປັດຈຸບັນ ນ້ຳໄດ້ຖ້ວມທົ່ງນາ ເປັນ ເວລາສີ່ມື້ແລ້ວ ຖ້າຫາກ ຣະດັບນ້ຳ ຍັງບໍ່ລົດລົງ ຕົ້ນເຂົ້າທີ່ກຳລັງເຕີບໃຫຍ່ ໃນເວລານີ້ ກໍຈະເສັຽຫາຍໝົດ.ຊາວບ້ານໂພວາ ເມືອງມະຫາ ໄຊ ທ່ານນຶ່ງຜູ້ທີ່ອາສັຍຢູ່ ແຄມນ້່ຳເຊບັ້ງໄຟ ເວົ້າວ່າ ໃນຣະຍະ  2-3 ປີມານີ້ ນ້ຳໄດ້ຖ້ວມແຮງ ແລະດົນຍ້ອນວ່າ ນ້ຳບໍ່ລະບາຍອອກໄດ້ ໄວຄືແຕ່ກອ່ນ ເພາະມີໂຮງງານ ຊີເມັນ ສ້າງຕັນຮ່ອງ ຣະບາຍນ້ຳ:

"ນ້ຳຖ້ວມແລ້ວເພີ່ນພວມ ເລາະເບີ່ງນ້ຳຢູ່ນີ້ ເພີ່ນພວມເບີ່ງນ້ຳ ອັ່ງຢູ່ໃນບ່ອນຫນ້າເຮືອນ ເຮົານີ້ ໄຮ່ນາເຮົາກໍຖ້ວມຫລາຍຢູ່ ຕໍ່ແຄມບ້ານນີ້ ມັນອັ່ງຕົວ ຕີນບ້ານ ກັບມາໃສ່ ໂຮງງານມັນ ບໍ່ມີທາງອອກ ຫລາຍ ຕະກີ້ລະທາງ ມັນໄປທາງ ນັ້ນຫລາຍ".

ປະຊາຊົນບ້ານໂພວາ ບ້ານນາເກືອ ແລະບ້ານແດງ ເມືອງມະຫາໄຊ ປະມານ 1 ພັນປາຍ ຄອບຄົວ ເປັນຜູ້ໄດ້ ຮັບຜົລກະທົບ ລາຍໃຫຍ່ ໃນເຫດນ້ຳຖ້ວມ ໃນແຕ່ລະປີ ຍ້ອນຕັ້ງຢູ່ ແຄມເຊບັງໄຟ ແລະ ເຂື່ອນນ້ຳເທີນສອງ ປ່ອຍນ້ຳອອກຈາກ ຫນ້າເຂື່ອນ ລົງໃສ່ ເຊບັງໄຟ ໃນຍາມຝົນຕົກແຮງ ເພາະຢ້ານເຂື່ອນແຕກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.