ຂ.ໄຊສົມບູນຈະຊ່ອຍຜູ້ ເຄາະຮ້າຍ

ໄມຊູລີ
2017.10.03
f-nam-out-dam ສະພາບຄວາມເສັຽຫາຍ ຢູ່ເຂດເມືອງທ່າໂທມ ຈາກ ເຂື່ອນນໍ້າເອົ້າແຕກ ໃນວັນທີ 11 ກັນຍາ 2017
Screen captured LNTV video

ທາງການແຂວງໄຊສົມບູນ ຕຽມຢາຍເຂົ້າສານ ໃຫ້ຄອບຄົວ ທີ່ໄດ້ຮັບ ຜົນກະທົບ ຈາກເຂື່ອນນໍ້າເອົ້າ ແຕກ ເພື່ອຊ່ອຍເຫລືອ ປະຊາຊົນ ບໍ່ໃຫ້ອຶດຫິວ ເນື່ອງຈາກ ຂີ້ຕົມໄດ້ໄຫລ ຖົມນາ ພື້ນທີ່ໄຮ່ນາເຂົ້າ ຂອງເຂົາເຈົ້າ ເຮັດໃຫ້ຜົນຜລິດເສັຍຫາຍ ກ່ອນຈະມີການເກັບກ່ຽວ. ດັ່ງ ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງທ່າທົມ ທ່ານນື່ງ ກ່າວໃນມື້ວັນທີ່ 2 ຕູລາ ນີ້ວ່າ:

“ສິສນອງເຂົ້າໃຫ້ຕາມເນື້ອທີ່ ຕົວຈິງ ທີ່ຜລິດເຂົ້າໄດ້ນັ້ນ ເພາະວ່າທາງການແຂວງ ໄຊສົມບູນ ເພີ່ນກໍໃຫ້ເອົາລາຍມື ຂື້ນໄປພຸ້ນ ແລ້ວເພີ່ນ ຈະໄດ້ຂໍຄວາມຊ່ວຍເຫຼືອ ນໍາເຂົ້າມາໃຫ້ ປະຊາຊົນ ທີ່ວ່າຖືກ ຜົນເສັຍຫາຍ ຮ້ອຍເປີເຊັນ ເພາະວ່າເຂົ້າ ກໍາລັງງາມເດ່ ກໍາລັງສີກ່ຽວແລ້ວ ຂີ້ຕົມຖົມເມີດ”.

ເຈົ້າໜ້າທີ່ທ່ານນີ້ ກ່າວຕຶ່ມວ່າ ປັຈຈຸບັນ ຄນະຮັບຜິດຊອບ ກໍາລັງລົງໄປຮິບໂຮມຂໍ້ມູນ ປະຊາຊົນ ທີ່ໄດ້ຮັບຄວາມເສັຍຫາຍ ຫລ້າສຸດສໍາ ເຣັດໄປແລ້ວ ຈໍານວນ 4 ບ້ານຍັງເຫລືອ 4 ບ້ານ ທີ່ຍັງບໍ່ທັນໄປ ເກັບຂໍ້ມູນ ຄາດວ່າຈະສໍາເຣັດ ພາຍໃນສັປດານີ້.

ສໍາລັບເນື້ອທີ່ນາເຂົ້າ ທີ່ເສັຍຫາຍ ແລະຈໍານວນຄອບຄົວ ທີ່ໄດ້ຮັບຜົນກະທົບ ຍັງບໍ່ທັນເປິດເຜີຍ ເປັນຕົວເລກທີ່ ແນ່ນອນເທື່ອ ຍ້ອນຕ້ອງ ລໍຖ້າ ການສໍາຣວດ ອີກເທື່ອໜື່ງ, ສ່ວນ ປະຊາຊົນ ອີກຈໍານວນໜື່ງ ທີ່ສູນເສັຍ ສັດລ້ຽງ ແລະ ສີ່ງຂອງ ພາຫະນະສ່ວນຕົວ ເປັນຕົ້ນຣົຖ ຈັກ ແລະອື່ນໆ ຈາກເຫດການ ເຂື່ອນແຕກ ຄັ້ງນີ້ ຈະໄດ້ຮັບການ ຊ່ວຍເຫລືອຕາມ ພາຍຫລັງ.

ທ່ານວ່າ ສະພາບນາເຂົ້າຂອງປະຊາຊົນ ທີ່ໄດ້ຮັບຄວາມເສັຍຫາຍ ປັຈຈຸບັນນີ້ ຍັງມີກອງຂີ້ຕົມຖົມຢູ່ ຈົນແຫ້ງເປັນດິນ ໄປແລ້ວຄາດວ່າ ຕ້ອງໃຊ້ເວລາຫຼາຍ ກ່ອນຈະປັບປຸງ ໃຫ້ຄືນສູ່ ສະພາບເດີມ ເພາະຕ້ອງໃຊ້ຣົຖຈົກ ມາຈົກດິນ ອອກຈາກພື້ນທີ່ ຊື່ງທາງການ ຍັງບໍ່ໄດ້ ເຣີ້ມລົງມື ແຕ່ຢ່າງໃດ.

ເຫດການເຂື່ອນນໍ້າເອົ້າແຕກ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ເມື່ອວັນທີ່ 11 ກັນຍາ ຜ່ານມາເຮັດໃຫ້ຂີ້ຕົມ 5 ແສນແມັດກ້ອນ ໄຫຼລົງມາ ສ້າງຄວາມເສັຍຫາຍ ໃຫ້ພື້ນທີ່ໄຮ່ນາ ຂອງປະຊາຊົນ ເມືອງທ່າໂທມ ແຂວງໄຊສົມບຸນ ສ່ວນເນື້ອທີ່ ການຜລິດ ຢູ່ເມືອງຜາໄຊ ທີ່ຢູ່ໃກ້ກັບ ເຂື່ອນດັ່ງຂ່າວ ບໍ່ໄດ້ຮັບ ຄວາມເສັຍຫາຍ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.