ນໍ້າຈາກເຂື່ອນລາວລົງສູ່ ນໍ້າຂອງ

ອຸ່ນແກ້ວ ສຸກສະຫວັນ
2016.03.29
F-Nam-Ou ສາຍນໍ້າອູ ໃນເຂດແຂວງຜົ້ງສາລີ
Screen captured hot Asia video

ປະຊາຊົນ ລາວ ຍິນດີນໍາ ທີ່ ທາງການລາວ ໄດ້ປ່ອຍນໍ້າ ອອກຈາກ ເຂື່ອນ ນໍ້າອູ, ນໍ້າຄານ, ນໍ້າງື່ມ ແລະ ນໍ້າເທີນ ລົງສູ່ ແມ່ນໍ້າຂອງ ເພື່ອບັນເທົາ ຄວາແຫ້ງແລ້ງ ໃຫ້ແກ່ ປະເທດ ເພື່ອນບ້ານ, ການປ່ອຍນໍ້າ ໄດ້ເລີ້ມແຕ່ ວັນທີ 24 ມິນາ ເປັນຕົ້ນມາ.

ຣະດັບນໍ້າຂອງ ຢູ່ ນະຄອນຫຼວງ ວຽງຈັນ ລົດລົງ ຖ້າທຽບໃສ່ ປີ ທີ່ຜ່ານມາ, ຕາມຄໍາເວົ້າ ຂອງ ປະຊາຊົນ ເມືອງ ປາກງື່ມ ນະຄອນຫຼວງ ວຽງຈັນ ຕໍ່ ເອເຊັຽເສຣີ ໃນວັນທີ 28 ມິນາ ນີ້:

"ຍັງໆ ຍັງບໍ່ທັນໄດ້ ຍິນຂ່າວ ເອີ ພວກເຮົານີ້ ກໍບໍ່ມີ ບັນຫາ ອີ່ຫຍັງດອກ ຄັນວ່າ ບ່ອນໃດ ມັນຂາດ ມັນແລ້ງ ກໍປ່ອຍ ໃຫ້ກັນໃຊ້ ກໍ ບໍ່ເປັນຫຍັງ ຍິນດີນໍາ ລະນີ້ ເປັນ ລະດູ ແລ້ງ".

ປະຊາຊົນ ທ່ານນີ້ ກ່າວອີກວ່າ ເມື່ອ ບໍ່ດົນມານີ້ ຣະດັບ ນໍ້າຂອງ ກໍເລີ້ມ ສູງຂຶ້ນ ຫລັງຈາກ ທີ່ ຈີນ ປ່ອຍນໍ້າ ອອກຈາກ ເຂື່ອນ. ປັດຈຸບັນນີ້ ບໍ່ ສະເພາະແຕ່ ປະເທດ ເພື່ອນບ້ານ ຂອງລາວ ທີ່ປະສົບ ກັບພັຍ ແຫ້ງແລ້ງ, ແຕ່ຢູ່ ແຂວງ ພາກເໜືອເອງ ກໍປະສົບ ພັຍ ແຫ້ງແລ້ງ ເຊັ່ນດຽວກັນ ໂດຍສະເພາະ ຢູ່ເມືອງ ປາກແບງ ແຂວງ ອຸດົມໄຊ, ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ໂອ້! ແລ້ງຢູ່ ແລ້ງຫຼາຍກວ່າ ປີກ່ອນເດີ ປີນີ້ ໂອ້! ປີນີ້ ເຂົ້າຍາມ ໜ້າແລ້ງ ນໍ້າບໍ່ພຽງພໍ ແລ້ວ ເອີ ຄັນດູດມາໃຊ້ ພໍປູກພືດຜັກ ໄດ້ຢູ່ ຄັນຖ້າເອົາ ຄັນຖ້າເອົາ ມາຕາມ ຄອງເຮືອນນີ້ ເຮັດບໍ່ໄດ້ແລ້ວ ມັນແຫ້ງເດີ".

ໃນ ປັຈຈຸບັນນີ້ ນະຄອນຫຼວງ ວຽງຈັນ ກໍຂາດແຄນ ນໍ້າປະປາໃຊ້ ໂດຍສະເພາະ ຢູ່ ເຂດຊານເມືອງ ປະຊາຊົນ ຕ້ອງພາກັນ ໂຕ່ງນໍ້າ ປະປາໄວ້ ໃນຍາມ 12 ໂມງ ທ່ຽງຄືນ ຈົນເຖິງ 5 ໂມງເຊົ້າ ເພາະວ່າ ຕອນກາງເວັນ ນໍ້າປະປະ ບໍ່ມາ.

ຣາຍງານຂ່າວ ຂອງ ໜັງສືພີມ Vientiane Times ຂອງລາວ ແຈ້ງວ່າ ລາວ ປ່ອຍນໍ້າ ອອກຈາກເຂື່ອນ ໃນ ປະຣິມານ 1,000 ແມັດກ້ອນ ຕໍ່ວິນາທີ ລົງສູ່ ແມ່ນໍ້າຂອງ ນັບຕັ້ງ ແຕ່ວັນ ທີ 23 ມິນາ ເປັນຕົ້ນໄປ ໄປຮອດ ທ້າຍເດືອນ ພຶສພາ 2016 ເພື່ອ ຊ່ວຍເຫລືອ ປະເທດ ລຸ່ມ ແມ່ນໍ້າຂອງ ເປັນຕົ້ນ ໄທ, ວຽດນາມ ແລະ ກໍາພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.