ຈີນ ຂຸດທອງ ນ້ຳມະເປັນ ມົລພິດ

ຈໍາປາທອງ
2016.03.31
F-Nam-ma ສາຍນໍ້າມະ ເມືອງລອງ ແຂວງ ຫຼວງນໍ້າທາ
RFA/VD

ບໍຣິສັດ ຂຸດຄົ້ນ ບໍໍ່ທອງແດງ ຂອງຈີນ ຢູ່ເມືອງລອງ ແຂວງ ຫຼວງນ້ຳທາ ລັກ ປ່ອຍນ້ຳເສັຽ ລົງສູ່ ນ້ຳມະ ເປັນປະຈຳ ເຮັດໃຫ້ ປາຕາຍ ແລະ ເວລາ ຊາວບ້ານ ລົງອາບ ກໍເປັນຕຸ່ມຄັນ ຕາມຕົນຕົວ. ຕາມການບອກເລົ່າ ຂອງ ຊາວບ້ານ ທີ່ອາສັຍ ຢູ່ຕາມແຄມ ນ້ຳມະ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 30 ມິນາ 2016 ນີ້ວ່າ:

"ປີນຶ່ງ ເຂົາ ຈະລັກປ່ອຍນ້ຳ ເສັຽຮອດ 4 ເທື່ອ ພຸ້ນໃດ ສ່ວນຫຼາຍ ເຂົາມັກປ່ອຍ ຍາມ ຝົນຕົກແຮງ ເວລານໍ້ານອງ ນ້ຳຂຸ່ນ ເຂົາອາໄສ ປ່ອຍ ໃນຊ່ວງນີ້ແຫຼະ ເພາະວ່າ ເຂົາຢ້ານ ອ່າງເກັບນ້ຳ ເຂົາແຕກ".

ຊາວບ້ານ ເວົ້າຕື່ມວ່າ ໃນເວລາ ທີ່ເຂົາ ປ່ອຍນໍ້າເສັຽ ລົງມາ ບາງຄັ້ງ ກໍ່ມີ ປາຕາຍ ໄຫລມາຕາມ ລໍານ້ຳ. ເຂົາມັກປ່ອຍນ້ຳເສັຽ ນັ້ນລົງມາ ນໍ້າມະ ເວລາທີ່ ອ່າງເກັບນ້ຳເສັຽ ຂອງເຂົາ ມີຫຼາຍເກີນ ທີ່ ຈະຮັບໄດ້. ນໍ້າມະ ເປັນ ນ້ຳສາຍຫລັກ ຂອງ ປະຊາຊົນ ເມືອງລອງ ແລະ ເມືອງສິງ.

ການຂຸດຄົ້ນ ບໍ່ທອງແດງ ໄດ້ເລີ່ມມາ ຕັ້ງແຕ່ປີ 2004 ໂດຍແມ່ນ ບໍຣິສັດ ຂອງຈີນ ເປັນຜູ້ ສຳປະທານ. ແຕ່ ແຮ່ທອງແດງ ທີ່ຂຸດຄົ້ນ ຂຶ້ນມານັ້ນ ບໍ່ໄດ້ກັ່ນ ຢູ່ ເມືອງລອງ, ເຂົາໃສ່ຣົດ ຂົນໄປ ປະເທດຈີນ ເລີຍ. ດັ່ງນັ້ນ ຫຼາຍຄົນ ຈຶ່ງ ສົງໄສວ່າ ແຮ່ທີ່ວ່າ ແມ່ນແຮ່ ທອງແດງ ຊຶ່ງ ຈີນຂຸດຄົ້ນ ຂຶ້ນມານັ້ນ ແມ່ນແຮ່ຄຳ ເຖິງແມ່ນວ່າ ຈະມີ ພະນັກງານ ຂອງຣັດ ປະຈຳຢູ່ ທີ່ນັ້ນ ກໍ່ຕາມ, ເພາະໄດ້ຢູ່ ແຕ່ທາງນອກ ເຂດ ຂຸດຄົ້ນ, ຈີນ ບໍ່ອະນຸຍາດ ໃຫ້ເຂົ້າໄປ ທາງໃນ.

ສ່ວນເຣື້ອງ ການຕິດຕາມ ການປ່ອຍນ້ຳເສັຽ ລົງໃສ່ ນ້ຳມະ ນັ້ນ ເຖິງວ່າຈະມີ ພະນັກງານ ທາງການລາວ ກໍາກັບ ປະຈຳຢູ່ ແຕ່ຂ່າວວ່າ ມີການຊື້ຈ້າງ. ໂຄງການ ຂຸດຄົ້ນ ບໍ່ທອງແດງ ແຫ່ງນີ້ ຂຶ້ນກັບ ສູນກາງ, ສ່ວນອໍານາດ ການປົກຄອງ ເມືອງ ແລະ ແຂວງນັ້ນ ບໍ່ມີສິດ ເຂົ້າໄປກວດກາ, ມີແຕ່ໄປ ປະຈຳການ ຢູ່ຕາມ ຣະບຽບການ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.