ລາວ, ອາເມຣິກາ ຮ່ວມມື ດ້ານຊັພຍາກອນນ້ຳ

0:00 / 0:00

ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ຫຼື Mississippi River Commission ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ເດີນ​ທາງ​ມາ​ຢ້ຽມ​ຢາມ ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ຄື ລາວ ແລະ ກັມ​ພູ​ຊາ ລະ​ຫວ່າງ ວັນ​ທີ 10-16 ກໍ​ຣະ​ກະ​ດາ 2022 ເພື່ອ​ເສີມ​ສ້າງ​ຄ​ວາມ​ຮ່ວມ​ມື ໃນ​ການ​ພັ​ທ​ນາ ແລະ ຈັດ​ການ​ຊັ​ພ​ຍາ​ກອນ​ນ້ຳ, ປະ​ສິ​ດ​ທິ​ພາບ ແລະ ການ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ​ຫຼາຍ​ຂຶ້ນ.

ການ​ຮ່ວມ​ມື​ຄັ້ງ​ນີ້ ຈະ​ຊ່ວຍ​ຍົກ​ລະ​ດັບ​ການ​ບໍ​ຣິ​ຫານ ຈັດ​ການ​ແມ່​ນ້ຳ​ຂ້າມ​ພົມ​ແດນ, ການ​ຫຼຸດ​ຄວາມ​ສ່ຽງ ຈາກ​ພັຍ​ພິ​ບັດ ແລະ ການ​ພັ​ທ​ນາ​ທີ່​ຍືນ​ຍົງ ເພື່ອ​ສ້າງ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ.

ພົນ​ຕ​ຣີ Diana M. Holland ປະ​ທານ​ຄະ​ນະ​ກັມ​ມາ​ທິ​ການ​ແມ່​ນ້ຳ ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ກ່າວ​ຜ່ານ​ທາງ​ເຟ​ສ​ບຸກຄ໌ໄລ​ວ໌ ຂອງ​ສະ​ຖານ​ທູນ​ອາ​ເມ​ຣິ​ກາ ປະ​ຈຳ​ລາວ ໃນ​ວັນ​ທີ 12 ກໍ​ຣະ​ກະ​ດາ ວ່າ:

" ເຮົາ ບໍ່ ໄດ້ ກັງ ວົນ ກັບ ເຣື່ອງ ອື່ນ ແຕ່ ເຮົາ ຄິດ ເຖິງ ສິ່ງ ສຳ ຄັນ ສຳ ລັບ ຊຸມ ຊົນ ທີ່ ເຮັດ ວຽກ ແລະ ອາ ໄສ ຢູ່ ຕາມ ແມ່ ນ້ຳ ຂອງ ເພື່ອ ຮັບ ປະ ກັນ ວ່າ ຈະ ຊ່ວຍ ປົກ ປັກ ຮັກ ສາ ຄວາມ ປອດ ພັຍ ຂອງແມ່ ນ້ຳ ໃຫ້ ກັບ ທຸກ ຄົນ ໃນ ໂລກ ໂດຍ ສະ ເພາະ ຢ່າງ ຍິ່ງ ປະ ເທດ ຂອງ ເຮົາ , ມັນ ເປັນ ໂອ ກາດ ດີ ທີ່ ວກ ເຮົາ ຈະ ຮ່ວມ ມື ກັນ ແລະ ເພື່ອໃຫ້ ທຸກ ຄົນ ມີ ຄວາມ ເຂົ້າ ໃຈດີ ຂຶ້ນກວ່ານີ້ ."

ສຳ​ລັບ​ການ​ເດີນ​ທາງ​ມາ ຢ້ຽມ​ຢາມ ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ຄື ສ​ປ​ປ​ ລາວ ຄະ​ນະ​ກັມ​ມາ​ທິ​ການແມ່​ນ້ຳ ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ໄດ້​ປະ​ຊຸມ​ກັບ 3 ໜ່ວຍ​ງານ ທີ່​ມີ​ຄວາມ​ສຳ​ຄັນ ແລະ ກ່ຽວ​ຂ້ອງ​ກັບ​ການ​ບໍ​ຣິ​ຫານ​ນ້ຳ​ຂ​ອງ ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ຮ່ວມ​ກັນ ເຊິ່ງ​ສະ​ຖານ​ທູດຕອາ​ເມ​ຣິ​ກາ ປະ​ຈຳ​ລາວ ໃຫ້​ການ​ຕ້ອນ​ຮັບ ແລະ ສ​ນັບ​ສ​ນູນ​ຂໍ້​ມູນ​ຕ່າງໆ.

ເຈົ້າ​ໜ້າ​ທີ່​ສ​ຖານ​ທູດ​ອາ​ເມ​ຣິ​ກາ ປະ​ຈຳ​ລາວ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣິ​ກະ​ດາ ວ່າ:

"ທາງ ຄະ ນະ ຜູ້ແທນ ເພິ່ນ ກະ ມາ ຢ້ຽມ ຢາມ 3 ບ່ອນ ຫັ້ນ ນ່າ ເຈົ້າ ໄປ ພົບ ຄະ ນະ ກັມ ມາ ທິ ການ ແມ່ນນ້ຳຂອງ ສາ ກົ , ກະ ຊວງ ຊັ ຍາ ກອນ ທັມ ມະຊາຕ ແລະ ສິ່ງ ແວດ ລ້ອມ, ແລ້ວ ກະ ຊວງ ລັງ ງານ ແລະ ບໍ່ ແຮ່ ເນາະ. ສ ຖານ ທູຕ ພວກ ເຮົາ ກະ ເປັນ ນຶ່ງ ໃນ ນັ້ນ ທີ່ ໄດ້ ຮັບ ຮອງ ແລ້ວ ກໍ ນັບ ນູນ ເຮື່ອງ Media ສື່ ຕ່າງໆ ."

ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳ​​ມິສ​ຊິ​ສຊີບ​ປີ້ ຍັງ​ໄດ້​ເຊັນ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ ຮ່ວມ​ກັນ ກັບ​ຄະ​ນ​ະ​ກັມ​ມາ​ທິ​ການ​ແມ່​ນ້ຳ​ຂອງສາ​ກົນ ໂດຍ ມີ​ເປົ້າ​ໝາຍ 11 ດ້ານ ປະ​ກອບ​ມີ ການ​ປັບ​ໂຕ ​ຕໍ່​ການ​ປ່ຽນ​ແປງ​ຂອງ​ ສະ​ພາບ​ດິນ​ຟ້າ​ອາ​ກາດ, ການ​ຈັດ​ການ​ຊັ​ພ​ຍາ​ກອນ​ນ້ຳ​ ແບບ​ບູ​ຣະ​ນາ​ການ, ການ​ຈັດ​ການ​ພັຍ​ແລ້ງ, ການ​ພະ​ຍາ​ກອນ​ ອຸ​ທຸກພັຍ, ກາ​ນ​ພັ​ທ​ນາ​ໄຟ​ຟ້າ​ ພ​ລັງ​ງານ​ນ້ຳ ແລະ ການ​ປະ​ເມີນ​ຜົ​ລ​ກະ​ທົບ, ຄວາມ​ຕ້ອງ​ການ ແລະ ໃຊ້​ການ​ກະ​ເສ​ຕ ແລະ ຄວາມ​ໝັ້ນ​ຄົງ​ ດ້ານ​ສະບຽງ​ອາ​ຫານ, ປັບ​ປຸງ​ກາ​ນຳ​ທາງ, ທາງ​ຜາ​ຜ່ານ, ຄຸນ​ນະ​ພາບ​ນ້ຳ ແລະ ພື້ນ​ທີ່​ລຸ່ມ​ນ້ຳ.

ແຕ່​ລະ​ຂົງ​ເຂດ ມີ​ຄວາມ​ກ່ຽວ​ຂ້ອງ ແລະ ຮີບ​ດ່າວນ​ສຳ​ລັບ​ແມ່​ນ້ຳ​ຂອງ ຍ້ອນ​ວ່າ ຫຼາຍ​ປີ​ຜ່​ານ​ມາ ມີ​ການ​ໃຊ້​ນ້ຳ​ເພື່ອ​ຜ​ລິດ​ໄຟ​ຟ້າ, ພັຍ​ນ້ຳ​ຖ້ວມ ແລະ ພັຍ​ແຫ້ງ​ແລ້ງ ທີ່​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ ​ຂອງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ລະ​ດັບ​ນ້ຳ​ຂອງ, ການ​ໄຫຼ​ຂອງ​ຕະ​ກອນ ຫຼື ຝຸ່ນ​ຕົມ, ການ​ອົ​ບ​ພະ​ຍົບ​ຂອງ​ປາ, ຄວາມ​ເຄັມ​ທີ່​ເພີ່ມຂຶ້ນ ທີ່​ສົ່ງ​ຜົ​ລ​ຕໍ່​ການ​ດຳ​ລົງ​ຊີ​ວິຕ ແລະ ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານ ຂອງ​ຄອບ​ຄົວ​ຊາວ​ປະ​ມົງ ແລະ ຊາວ​ກະ​ເສ​ຕກອນ ຫຼາຍລ້ານ​ຄອບ​ຄົວ ໃນ​ພື້ນ​ທີ່​ຕອນ​ລຸ່ມ​ແມ່​ນ້ຳ​ຂອງ.

ໃນ​ຄວາມ​ຄິດ​ເຫັນ ​ຂອງ​ຊາວ​ບ້ານ​ແລ້ວ, ການ​ຮ່ວມ​ມີ​ແບບນີ້ ກໍ​ເປັນ​ສິ່ງ​ທີ່​ມີ​ປ​ໂຍດ ເພື່ອ​ຈະ​ໄດ້​ມາ​ໃຊ້​ໃຫ້​ເກີດ​ຜົ​ລ.

ຊາວ​ນະ​ຄອນ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣະ​ກະ​ດາ ວ່າ:

"ແມ່ນ ແລ້ວ ເປັນ ເຣື່ອງ ທີ່ ດີ ທີ່ ສຸດ ເພິ່ນ ຊ່ວຍ ທຶນ ຊ່ວຍ ຮອນ ຊ່ວຍ ຄວາມ ຮູ້ ບົດ ຮຽນ ປະ ສົບ ການ ຂອງ ເພິ່ນ ກະ ດີ ລະ ບໍ່ ຊ່ວຍ ກັນ ເຮົາ ກະ ເອົາ ຄວາມ ຮູ້ ນຳ ເພິ່ນ ຄັນ ແມ່ນບໍ່ ເໝາະ ສົມ ກັບ ບ້ານ ເຮົາ ກະ ພະ ຍາ ຍາມ ດັດ ແປງ ມັນ ."

ການ​ສ້າງ​ເຂື່ອນ ​ມີ​ຜົ​ລ​ຕໍ່​ລະ​ບົບ​ນິ​ເວດ ແຕ່ ຊາວ​ບ້ານ​ຢູ່​ປະ​ເທດ​ລາວ ​ກໍ​ຄັດ​ຄ້ານ​ເຣື່ອງ​ເຂື່ອນບໍ່​ໄດ້.

ຊາວ​ປະ​ມົງ ​ຢູ່ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣະ​ກະ​ດາ ວ່າ:

"ອ້າຍ ກະ ເປັນ ປະ ມົງ ນີ້ ແຫຼະ ຢູ່ ນ້ຳ ຂອງ ຄື ກັນ ຫາ ປາ ຄື ກັນ ມີ ຜົ ກະ ທົບ ເຣື່ອງ ລະ ບົບ ນິ ເວດ ເຂື່ອນນີ້ ສຳ ຄັນ ​ທີ່ ສຸດ ເຮົາ ກະ ເວົ້າບໍ່ ໄດ້ ເນາະ ເຮົາ ເວົ້າ ງ່າຍໆ ຄື ສ່ຽງ ໜ້ອຍໆ ."

ແຕ່​ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມ​ກໍ​ເຫັນ​ວ່າ ຄະ​ນະ​ກັມ​ມາ​ທິ​ການ​ ແມ່​ນ້ຳ​ມິສ​ຊິ​ສຊີບ​ປີ້ ຄວນ​ສົ່ງ​ເສີມ​ພາກ​ປະ​ຊາ​ສັງ​ຄົມ ໃຫ້​ມີ​ການ​ແລກ​ປ່ຽນ​ຄຳ​ຄິດ, ຄຳ​ເຫັນ ​ໃນ​ລະ​ດັບ​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ໃນ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ໃຫ້​ມີ​ບົດ​ບາດ​ ໃນ​ການ​ບໍ​ຣິ​ຫານ​ຊັ​ພ​ຍາ​ກອນ​ນ້ຳ.

ທ່ານ ຫານ​ນະ​ລົງ ເຍົາ​ວະ​ເລີດ ປະ​ທານ​ມູນ​ນິ​ທິ ຈັດ​ການ​ນ້ຳ​ແບບ​ບູ​ຣະ​ນາ​ການ ປະ​ເທດ​ໄທ​ຍ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ກໍ​ຣະ​ກະ​ດາ ວ່າ:

"ຂ້ອຍ ຄິດ ວ່າ ມັນ ໜ້າ ຈະ ເປັນ ການ ແລ ປ່ຽນ ຂອງ ພາກ ປະ ຊາ ຊົນ ຕໍ່ ການ ຈັດ ການ ແມ່ ນ້ຳ ຂອງ ເພື່ອ ໃຫ້ ຮູ້ ທັນ ກັບ ການກໍ່ ສ້າງ ທີ່ ມັນ ເກີດ ຂຶ້ນ ລອດ ເວ ລາ ໃນ ແມ່ ນ້ຳ ຂອງ ບໍ່ ວ່າ ຈະ ເປັນ ເຣື່ອງ ເຂື່ອນ , ເຣື່ອງ ກັນ ເຈື່ອ ຖ້າ ເປັນ ການ ແລ ປ່ຽນ ໃນ ປະ ເດັນ ແບບນີ້ ຂ້ອຍ ຄິດ ວ່າ ໜ້າ ຈະ ເປັນ ໂຍດ ກັບ ການ ຈັດ ການ ແມ່ ນ້ຳ ຂອງ , ກໍ ລະ ນີ MRC ໃນ ເຣື່ອງ ຂອງ ທາງ ເລືອກ ແລ້ວ ກະ ການ ຈັດ ການ ນ້ຳ ຄວນ ຈະ ດຶງ ເອົາ ພາກ ປະ ຊາ ສັງ ຄົມ ເຂົ້າ ມາ ມີ ສ່ວ ຮ່ວມ ນຳ ດ້ວຍ ."

ສ່ວນ​ວ່າ ດ​ຣ. ອາ​ນຸ​ລັກ ກິດ​ຕິ​ຄຸນ ຫົວ​ໜ້າ​ກອງ​ເລ​ຂາ ຄະ​ນະ​ກັມ​ມາ​ທິ​ການ​ ແມ່​ນ້ຳ​ຂອງ​ສາ​ກົ​ລ ກ່າວ​ໃນ​ວັນ​ທີ 13 ກໍ​ຣະ​ກະ​ດາ ວ່າ ຄວາມ​ຮ່ວມ​ມື​ແບບນີ້ ມີ​ຄ່າ​ສຳ​ລັບ​ເຮົາ ເມື່ອ​ພິ​ຈາ​ຣະ​ນາ ເຖິງ​ຄວາມ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ ​ໃນ​ປັດ​ຈຸ​ບັນ, ພວກ​ເຂົາ​ເຈົ້າ​ມີ​ປະ​ສົບ​ການ​ຫຼາຍ​ດ້ານ ກ່ຽວ​ກັບ​ການ​ຈັດ​ການ​ແມ່ນ້ຳ ແລະ ຊັ​ພ​ຍາ​ກອ​ນນ້ຳ ໂດຍ​ສະ​ເພາະ​ຢ່າງ​ຍິງ ວຽກ​ງານ​ຂອງ​ການ​ສ້າງ​ເຂື່ອນ ແລະ ການ​ອອ​ບ​ແບບທີ່​ປັບ​ປ່ຽນໄດ້ ເຊິ່ງ​ປະ​ເທດ​ລຸ່ມ​ແມ່​ນໍ້​ຂອງ ແລະ ປະ​ຊາ​ຊົນ​ ຈະ​ໄດ້​ຜົ​ລປ​ໂຍດ ​ຢ່າງ​ແນ່ນອນ ຈາກ​ການ​ແລກ​ປ່ຽນ​ບົດ​ຮຽນ ທີ່​ໄດ້​ຮັບ​ຜ່ານ​ການ​ເຊັນ​ບົດ​ບັນ​ທຶກ ​ຄວາມ​ເຂົ້າ​ໃຈ.

ກ່ອນ​ໜ້ານີ້ ໃນ​ປີ 2009, ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແລະ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ໄທ​ຍ, ກັມພູ​ຊາ ແລະ ວຽດ​ນາມ ໄດ້​ລິ​ເຣີ່ມໂຄງ​ການ Mekong-U.S Partnership ໂດຍ​ໂຄງ​ການ​ດັ່ງ​ກ່າວ ເນັ້ນ​ການ​ສົ່ງ​ເສີມ​ຄວາມ​ໝັ້ນ​ຄົງ, ສັນ​ຕິ​ພາບ, ຄວາມ​ຈະ​ເຣີນ​ຮຸ່ງ​ເຮື່ອງ ແລະ ການ​ພັ​ທ​ນາ​ແບບ​ຍືນ​ຍົງ ຂອງ​ອະ​ນຸ​ພາກ​ພື້ນ​ ແມ່​ນ້ຳ​ຂອງ ໂດຍ​ຜ່ານ​ການ​ຮ່ວມ​ມື​ ລະ​ຫວ່າງ ບັດນດາ​ປະ​ເທດ ​ໃນ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ ຫຼາຍຝ່າຍ ເຊັ່ນ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ, ລາວ, ໄທ​ຍ, ກັມ​ພູ​ຊາ, ພະ​ມ້າ ແລະ ວຽດ​ນາມ.

ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ ຂອງ​ໂຄງ​ການ Mekong-U.S Partnership ກະ​ຊວງ​ ການ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖອ​າ​ເມ​ຣິ​ກາ ໄດ້​ສນອງ​ທຶນ​ຈຳ​ນວນ​ນຶ່ງ ໃຫ້​ແກ່​ການ​ຮ່ວມ​ມື ລະ​ຫວ່າງ ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳ​ຂອງ​ສາ​ກົນ ແລະ ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳມິສ​ຊິ​ສຊີບ​ປີ້.