ເຂື່ອນນໍ້າອູ 4 ກັກນໍ້າ ຮົ້ວສວນ ຈົມນໍ້າ

ໄມຊູລີ
2020.01.06
ຊາວລາວ ທີ່ຫາປາ ຕາມລໍານໍ້າອູ ໃນເຂດແຂວງຜົ້ງສາລີ
RFA

ການຕັນນໍ້າເພື່ອທົດລອງ ຜລິດໄຟຟ້າ ຂອງເຂື່ອນນໍ້າອູ 4 ຂອງບໍຣິສັດ ຊີໂນ-ໄຮໂດຣ ຂອງຈີນ ຢູ່ເມືອງຂວາ ແຂວງຜົ້ງສາລີ ໃນຣະຍະນີ້ ສົ່ງຜົນກະທົບ ເຮັດໃຫ້ຣະດັບນໍ້າອູ ສູງຂຶ້ນໄຫລຖ້ວມ ດິນປູກຝັງ ຂອງປະຊາຊົນ ຫລາຍຄອບຄົວ ໃນ 4 ບ້ານ, ໃນຂນະທີ່ ບໍຣິສັດນໍ້າອູ 4 ຜູ້ຮັບຜິດຊອບໂຄງການ ຍັງບໍ່ທັນອອກມາແກ້ໄຂບັນຫາ ຫຼື ເວົ້າເຣື້ອງຄ່າຊົດເຊີຍ ໃຫ້ປະຊາຊົນເທື່ອ, ດ່ັງປະຊາຊົນ ຜູ້ໄດ້ຮັບຜົນກະທົບ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 6 ມົກກະຣາ ນີ້ວ່າ:

“ນໍ້າມາແຕ່ເຂື່ອນແຫຼະ ເຂົາຕັນເຂື່ອນຢູ່ພິ້ນະ ເຂົາຕັນກໍບໍ່ແມ່ນຕັນໝົດ ແຕ່ມັນກໍຂຶ້ນຖ້ວມຫຼາຍໂອ້ ຖືວ່າຫ້ວຍນ້ອຍມັນຍື່ງໝົດ ຖືກສວນໂອ້ ປະມານ 10-20 ຫັ້ນແລະໄດ້ຖ້ວມແຄມບ້ານ ນໍ້າເກົ່າຫັ້ນແຫຼະ ມັນບໍ່ແມ່ນບ່ອນບ້ານຈັດສັນ ແມ່ນບ້ານເກົ່າ ກັບຜລິດຢູ່ບ້ານເກົ່າຫັ້ນແຫຼະ ດຽວນີ້ນໍ້າກໍຖ້ວມ ແລະ ເສັຽຫາຍນະ.”

ທ່ານກ່າວຕື່ມວ່າ ປັຈຈຸບັນ, ເຂື່ອນນໍ້າອູ 4 ທີ່ສ້າງສໍາເຣັດແລ້ວນັ້ນ ເຣີ່ມຕັນນໍ້າ ເພື່ອທົດລອງ ຜລິດໄຟຟ້າແລ້ວ ແລະ ການທົດລອງນັ້ນກໍ ເຮັດໃຫ້ຣະດັບນໍ້າອູ ແລະຫ້ວຍນໍ້າສາຂາ ສູງຂຶ້ນຖ້ວມທີ່ດິນ ບ່ອນທໍາມາຫາກິນ ຂອງປະຊາຊົນ ໂດຍສະເພາະ ຢູ່ບ້ານຫ້ວຍຊອຍບ້ານດຽວ ມີຜູ້ໄດ້ຮັບຜົນກະທົບ ເກືອບ 20 ຄອບຄົວແລ້ວໃນເນື້ອ ທີ່ 3 ເຮັກຕ່າຣ໌ ຊຶ່ງຍັງບໍ່ຮວມ ກັບບ້ານ ຫ້ວຍຫລີກ, ບ້ານຫ້ວຍພຸກ ແລະ ບ້ານຕາງກົກ ອີກຫລາຍສິບຄອບຄົວ.

ທ່ານກ່າວຕື່ມວ່າ ດິນທີ່ຖືກນໍ້າຖ້ວມ ໃນຕອນນີ້ ຄືດິນ ທໍາການຜລິດຂອງປະຊາຊົນ ໃນເຂດບ້ານເດີມ ກ່ອນໂຍກຍ້າຍ ມາຢູ່ບ້ານຈັດສັນ ທັງ 4 ບ້ານ ແຕ່ ປະຊາຊົນຕ້ອງກັບໄປ ເຮັດໄຮ່ເຮັດສວນຢູ່ບ້ານເດີມ ຍ້ອນວ່າທາງໂຄງການ ບໍ່ໄດ້ຈັດສັນບ່ອນ ທໍາມາຫາກິນ ໃຫ້ເຂົາເຈົ້າ, ດັ່ງນັ້ນ ຈຶ່ງຢາກຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ລົງມາເບິ່ງແຍງແກ້ໄຂບັນຫານີ້ ໃຫ້ເຂົາເຈົ້າ.

ຕໍ່ບັນຫານີ້ເຈົ້າໜ້າທີ່ບໍຣິສັດນໍ້າອູ 4 ຜູ້ບໍ່ປະສົງອອກຊື່ ແລະສຽງ, ອະທິບາຍຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ, ເຣື້ອງທີ່ວ່າ ຣະດັບນໍ້າ ຍື່ງສູງຂຶ້ນ ຍ້ອນເຂື່ອນຕັນນໍ້ານັ້ນ ມີແທ້ແຕ່ກໍບໍ່ໄດຖ້ວມຫລາຍ ແລະ ໃນຄວາມເປັນຈິງ ຫາກເບິ່ງໃນສັນຍາ ຂອງແຜນໂຄງການ ນໍ້າກໍຈະ ຖ້ວມດິນປະຊາຊົນ ໃນຫລາຍເນື້ອທີ່ກວ່ານີ້, ສ່ວນການຊົດເຊີຍ ທີ່ປະຊາຊົນ ຮຽກຮ້ອງ ກ່ອນໜ້ານີ້ ນັ້ນ ທາງບໍຣິສັດ ກໍໄດ້ຊົດເຊີຍ ໃຫ້ ປະຊາຊົນໄປໝົດແລ້ວ ຄືຄ່າຊົດເຊີຍ ດິນທໍາການຜລິດ ບ້ານເກົ່າຂອງເຂົາເຈົ້າ, ສະນັ້ນ, ທາງບໍຣິສັດ ຈຶ່ງຢາກຮຽກຮ້ອງ ໃຫ້ປະຊາຊົນ ເຂົ້າໃຈໃໝ່ ແລະ ຫາກເປັນໄປໄດ້ ກໍໃຫ້ໄປເບິ່ງ ໃນສັນຍາສະບັບໃໝ່ ອີກເທື່ອນື່ງ.

ປັຈຈຸບັນ ເຂື່ອນນໍ້າອູ 4 ກໍາລັງຢູ່ຂັ້ນທົດລອງຜລິດໄຟຟ້າ ແລະ ກໍາລັງເລັ່ງລັດທໍາຄວາມສະອາດ ຢູ່ໜ້າເຂື່ອນ ຫາກບໍ່ມີບັນຫາ ກໍຈະເຣີ້ມ ດໍາເນິນການຜລິດໄຟຟ້າສົ່ງຂາຍ ພາຍໃນປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.