ເຈົ້າໜ້າທີ່ຫົງສາຢືນຢັນຍັງບໍ່ມີ ໃຜປ່ວຍ

ສິດນີ
2015.03.12
F-Hongsa ໂຮງງານ ໄຟຟ້າ ຫົງສາ ລິກໄນ ທີ່ ເມືອງຫົງສາ ແຂວງ ໄຊຍະບູຣີ
RFA

ພາຍຫລັງ ທີ່ ມີ ຣາຍງານ ກ່ຽວກັບ ກັມມະກອນ ຫົງສາ ລິກໄນ ມີ ອາການ ຫາຍໃຈ ຝືດ, ຊຶ່ງ ພວກ ຂະເຈົ້າ ຄິດວ່າ ອາຈ ເປັນຍ້ອນ ຄວັນ ທີ່ ເກີດຈາກ ເຫດການ ຣະເບີດ ແຕກ ເມື່ອ ເດືອນ ທີ່ແລ້ວ ໃນ ໂຮງງານ. ເຫດການ ດັ່ງກ່າວ ເຮັດໃຫ້ ຊາວບ້ານ ເປັນຫ່ວງ ກ່ຽວກັບ ສຸຂພາບ ຂອງ ຂະເຈົ້າ ໃນ ອະນາຄົດ ເມື່ອ ໂຮງ ໄຟຟ້າ ຫົງສາ ລິກໄນ ເຣີ່ມ ທໍາງານ ເປັນ ປົກກະຕິ. ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ໂຄງການ ຫົງສາ ລິກໄນ ຢືນຢັນ ວ່າ ຍັງບໍ່ມີ ຣາຍງານ ກ່ຽວກັບ ຊາວບ້ານ ໄດ້ຮັບ ຜົລ ກະທົບ ແລະ ໃນ 2-3 ເດືອນ ນີ້ ທາງໂຄງການ ຈະເຣີ່ມ ຮິບໂຮມ ຂໍ້ມູນ ຈາກ ປະຊາຊົນ. ດັ່ງກ່າວ ທ່ານ ກ່າວວ່າ:

“ກໍຍັງ ບໍ່ທັນມີ ຫນ່າ ຕົວນີ້ ຍັງ ບໍ່ທັນມີ ເພາະວ່າ ປັຈຈຸບັນ ພວກເຮົາ ກຳລັງ ເຣີ່ມ ລົງກວດກາ ສຸຂພາບ ເພື່ອ ການສ້າງ ແຜນ ເຝົ້າ ຣະວັງ ຜົລ ກະທົບ ຕໍ່ ສຸຂພາບ ຂອງ ຊາວບ້ານ ນີ້ແຫລະ ໂດຍ ຮ່ວມມື ກັບ ພາກຣັດ ດຽວນີ້ ແມ່ນກຽມ ລົງກວດ ສຸຂພາບ ຂອງ ປະຊາຊົນ ປະມານ 5 ພັນ ກວ່າຄົນ ໃນ 8 ບ້ານ ຢູ່ ຫົງສາ 5 ບ້ານ ເມືອງ ເງິນ 3 ບ້ານ”.

ໃນຂນະ ດຽວກັນ ເຈົ້າໜ້າທີ່ ສາທາຣະນະສຸຂ ຈາກ ໂຮງຫມໍ ທີ່ ເມືອງ ຫົງສາ ກໍ ຢືນຢັນ ວ່າ ຜ່ານມາ ຍັງ ບໍ່ພົບເຫັນ ຊາວບ້ານ ເຈັບ ໄຂ້ ຍ້ອນໄດ້ ຮັບ ຜົລກະທົບ ຈາກ ໂຄງການ ໄຟຟ້າ ຫົງສາ ລິກໄນ ເທື່ອ. ສ່ວນ ຊາວບ້ານ ຈາກ ບ້ານ ຈັດ ສັນ ໂຄງການ ໄຟຟ້າ ຫົງສາ ລິກໄນ ເວົ້າວ່າ ປັດຈຸບັນ ສະພາບ ແວດລ້ອມ ໃນ ເມືອງ ຫົງສາ ມີການ ປ່ຽນແປງ ຫລັງຈາກ ທີ່ ມີ ໂຄງການ ໄຟຟ້າ ຖ່ານຫີນ ເກີດຂຶ້ນ ໂດຍ ມີອາກາດ ຮ້ອນ ແລະ ຝຸ່ນ ຜິດ ປົກກະຕິ ແຕ່ໄດ້ ຢືນຢັນ ວ່າ ຍັງບໍ່ ຮ້ອນແຮງ ເຖິງຂັ້ນ ເຮັດໃຫ້ ປະຊາຊົນ ເຈັບປ່ວຍ ດັ່ງ ທ່ານ ກ່າວວ່າ:

“ກໍຄືວ່າ ປ່ຽນແປງ ໄປ ບ່າງ ເລັກນ້ອຍ ແຕ່ ໂຮງງານ ຍັງບໍ່ທັນ ເປີດເນາະ ດຽວນີ້ ມັນມີ ທີ່ວ່າ ເຂົາເປີດ ຫນ້າດິນ ແລ້ວ ກໍຄືວ່າ ຄວາມ ຮ້ອນ ມັນຮອ້ນ ກ່ວາເກົ່າ ຫນ້ອຍນຶ່ງ ແຕ່ ໂຮງງານ ຍັງບໍ່ທັນ ເປີດແລ້ວ ຄືວ່າ ຣະບົບ ຫາຍໃຈ ນີ້ ກໍຍັງ ບໍ່ທັນ ນັ້ນ ປານໃດ ເທື່ອ ຍັງ ບໍ່ທັນ ຮູ້ວ່າ ສາເຫດ ມາຈາກ ໂຮງງານ ໄຟຟ້າ ຍັງ ບໍ່ທັນ ຮູ້ ປະຊາຊົນ ຍັງບໍ່ ເປັນ ພຍາດ ວ່າຊັ້ນ ເນາະ.”

ທ່ານກ່າວ ຕື່ມວ່າ ບ້ານ ຈັດສັນ ຢູ່ ຫ່າງຈາກ ໂຮງ ໄຟຟ້າ ຫົງສາ ປະມານ 10 ກິໂລແມັດ ມີ ປະຊາຊົນ ຫລາຍ ສິບຄົນ ເຂົ້າໄປ ເຮັດວຽກ ໃນ ໂຄງການ ເປັນ ກັມມະກອນ ແລະ ຄົນ ຂັບຣົດ ແຕ່ຍັງ ບໍ່ພົບວ່າ ໄດ້ຮັບ ຜົລກະທົບ ຈາກ ການ ເຮັດ ວຽກ ໃນ ໂຄງການ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.