ເຄື່ອງສົງເຄາະຜູ້ປະສົບພັຍ ເຂື່ອນແຕກ

ໄຊຍາ
2018.08.09
f-aid ເຄື່ອງສົງເຄາະຊ່ອຍເຫຼືອ ຜູ້ປະສົບພັຍ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ
RFA

ພັຍພິບັດຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອວັນທີ 23 ກໍຣະກະດາ ຜ່ານມາ ຈາກ ການຣາຍງານ ເມື່ອວັນທີ 08 ເດືອນ ສິງຫາ ປະຊາຊົນ ເມືອງສະໜາມໄຊ 13,067 ຄອບຄົວ ໃນ 13 ບ້ານ ໄດ້ຮັບຜົລກະທົບ ໃນນັ້ນມີ 6 ບ້ານເສັຍຫາຍ 100% ຈຳນວນພົລເມືອງ 7,095 ຄົນ ໃນ 1,611 ຄອບຄົວ.

ປະຈຸບັນ ເຂດພັຍພິບັດ ເມືອງສະໜາມໄຊ ແຂວງອັດຕະປື ກຳລັງຢູ່ໃນໄລຍະ ການຊ່ອຍເຫຼືອປະຊາຊົນ ໃນສະເພາະໜ້າເຊັ່ນການສນອງ ອາຫານການກິນ, ການບໍຣິການ ປີ່ນປົວດູແລສຸຂພາບ ໂດຍມີ ສະພາກາແດງລາວ ສະພາກະແດງສາກົນ ຮວມໄປເຖິງ ອົງການສະຫະ ປະຊາຊາດ ເຊັ່ນ ຢູນີເຊັບ ແລະ ອົງການອາຫານໂລກ WFP ມາຕັ້ງສູນຊ່ວຍເຫລືອຜູ້ປະສົບພັຍ, ຣັຖບານເກົາຫລີໃຕ້ ມາຕັ້ງ ໂຮງໝໍ ພາກສະໜາມ ຮວມທັງ ສະຫະຣັຖ ອາເມຣິກາ  ຈີນ ແລະ ວຽດນາມ ມາຊ່ວຍດູແລຮັກສາ.

ສ່ວນເຈົ້າແຂວງ ແຂວງອັດຕະປື ໄດ້ອອກຂໍ້ຕົກລົງກຳນົດເອົາ 5 ຈຸດ ສ້າງທີ່ພັກຊົ່ວຄາວ ເພື່ອຫລຸດຜ່ອນຄວາມແອອັດ ຂອງສູນທີ່ພັກເຊົາ ເບື້ອງຕົ້ນ; ເຊັ່ນ ບ້ານຕໍມະຢອດ ເຂດໂຮງຮຽນປະຖົມບ້ານຫາດຍາວ ເຂດບ້ານປີນດົງ ສະເພາະກາງເຕັ້ນ ເຂດດົງບາດ ແລະເຂດດອນບົກ.

ໃນຂນະດຽວກັນ ບໍຣິສັດ SK ເກົາຫລີໃຕ້ ເຊິ່ງເປັນບໍຣິສັດ ທີກໍ່ສ້າງເຂື່ອນເຊປຽນ-ເຊນໍ້ານ້ອຍ ກໍາລັງສ້າງທີ່ພັກອາສັຍ ທີ່ ເປັນອາຄານ ຊັ້ນດຽວ 12 ຫລັງ; ຫັລງລະ 10 ຫ້ອງ ທີ່ມີສິ່ງອຳນວຍຄວາມສະດວກ ກ່ອນຈະເຂົ້າແຜນຟື້ນຟູ ໄລຍະຍາວ ຄາດວ່າຈະ ສ້າງສຳເຣັດ ເດືອນກັນຍາ ນີ້.

ແນວໃດກໍ່ຕາມ ການຊ່ອຍເຫລືອ ທີ່ປະຊາຊົນຕ້ອງການ ຍັງມີຫລາຍກວ່າ ນັ້ນ ດ່ັງ ຜູ້ປະສົບໄພທ່ານນຶ່ງໄດ້ ໃຫ້ສຳພາດ ຕໍ່ ວິທຍຸເອເຊັຍ ເສຣີ ວ່າ.

ບັນຫາການຊ່ອຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດ ໃນຄັ້ງນີ້ ສັງຄົມຕ່າງກໍ່ເປັນຫ່ວງ ໂດຍສະເພາະເຄື່ອງ ບໍຣິຈາກ ທີ່ມາຈາກ ພາຍໃນແລະຕ່າງປະເທດນັ້ນ ຍັງແຈກຢາຍບໍ່ທົ່ວເຖິງ ຊັກຊ້າ, ສິ່ງຂອງຍັງຄ້າງສາງເປັນຈຳນວນ ຫຼວງຫຼາຍ. ແຕ່ທາງການ ກໍຢືນຢັນວ່າ ການຊ່ອຍເຫລືອຈະເຖິງມື ປະຊາຊົນຢ່າງແນ່ນອນ ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວ ໃນກອງປະຊຸມ ປະຈຳເດືອນ ສີງຫາ ຂອງ ຣັຖບານວ່າ:

ການຊ່ອຍເຫລືອ ເຂດພັຍພິບັດ ຍັງບໍ່ມີແຜນແມ່ບົດຢ່າງຣະອຽດ ຣັຖບານຍັງລໍຖ້າຜົລການສອບສວນ ສາເຫດເຂື່ອນແຕກ ປະເມີນຄ່າ ເສັຍຫາຍທັງໝົດ ເພື່ອກຳນົດການຊົດເຊີຍ ໃຫ້ປະຊາຊົນ ເຂດພັຍພິບັດ ໂດຍຣັຖບານໃຫ້ສັນຍາວ່າ ຈະໄດ້ຮັບ ຄ່າຊົດເຊີຍທັງໝົດ ຢ່າງແນ່ນອນ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.