ເດັກນ້ອຍເຮັດວຽກໃນ ສວນກ້ວຍ

ສົມເນ
2017.02.05
f-banana ສວນປູກກ້ວຍ ຂອງຈີນ ຢູ່ແຂວງຫຼວງນໍ້າທາ
RFA/AP

ເຈົ້າໜ້າທີ່ ເມືອງຜາອຸດົມ ແຂວງບໍ່ແກ້ວ ວ່າ ຈະຕ້ອງແກ້ໄຂບັນຫາ ເດັກນ້ອຍ ໃນວັຍຫນຸ່ມ ຕໍ່າກ່ວາ 15 ປີ ທີ່ເຮັດວຽກ ຢູ່ໃນສວນກ້ວຍ ຂອງຈີນ ພາຍຫລັງ ທີ່ພົບເຫັນວ່າ ເດັກນ້ອຍ ຈໍານວນນີ້ ຊຶ່ງເປັນລູກເຕົ້າ ຂອງຄົນງານ ໃນສວນກ້ວຍ ບໍ່ໄດ້ຮໍ່າຮຽນ ໜັງສື ຄືເດັກນ້ອຍ ທົ່ວໆໄປ ແລະອາດໄດ້ຮັບ ອັນຕະຣາຍ ຈາກສານເຄມີ ຢູ່ໃນສວນກ້ວຍ. ດັ່ງເຈົ້າໜ້າທີ່ ໄດ້ກ່າວ:

"ເດັກນ້ອຍຫັ້ນໄປຢູ່ ນໍາພໍ່ນໍາແມ່ ສ່ວນຫລາຍ ຈະແມ່ນອາຍຸ 15 ປີ ລົງລຸ່ມ ຍັງບໍ່ຮອດອາຍຸ ກະສຽນ ທີ່ວ່າຈະອອກ ແຮງງານ ຫັ້ນນະ ຜ່ານມາ ມີຫລາຍຢູ່ ລົງໄປກວດ ດຽວນີ້ເຮົາກ່າ ເຕືອນວ່າ  ຢາກໃຫ້ ເດັກນ້ອຍ ໄປຢູ່ບ້ານເນາະ ຂາດ ການຮໍ່າການຮຽນ ແດ່ເນາະ ກໍຢາກໃຫ້ໄປ ຮຽນໝົດ ທຸກຄົນ".

ເຈົ້າໜ້າທີ່ກ່າວວ່າ ເດັກນ້ອຍ ທີ່ອອກແຮງງານ ໃນສວນກ້ວຍ ກັບພໍ່ແມ່ ຂອງເຂົາເຈົ້າ ສ່ວນຫລາຍແມ່ນ ຄອບຄົວຊົນເຜົ່າ ທີ່ມາຈາກ ຕ່າງແຂວງ ເປັນຕົ້ນ ໄຊຍະບູຣີ ຜົ້ງສາລີ ອຸດົມໄຊ. ເຂົາເຈົ້າ ຕິດຕາມ ພໍ່ແມ່ມາ. ພໍ່ແມ່ ຕ້ອງໃຫ້ລູກ ເຮັດວຽກ ນໍາກັນ ເພື່ອມີຣາຍໄດ້. ທາງເມືອງ ຈະພຍາຍາມ ໃຫ້ເດັກນ້ອຍ ເຫລົ່ານີ້ ໄດ້ໄປຮຽນ ໜັງສື ຢູ່ເຂດໃກ້ຄຽງ ແລະ ເຕືອນ ບໍ່ໃຫ້ພໍ່ແມ່ ເອົາລູກ ເຮັດວຽກ ນໍາອີກ.

ໃນລະຍະຜ່ານມາ ຍັງມີແມ່ຍິງ ຖືພາລູກ ຫຼາຍຄົນ ເຮັດວຽກ ຢູ່ໃນ ສວນກ້ວຍຈີນນີ້. ເມື່ອປີຜ່ານມາ ມີແມ່ມານຄົນນຶ່ງ ທີ່ເຮັດວຽກຢູ່ ໃນ ສວນກ້ວຍ ໄດ້ ເສັຽຊີວິດໄປ ໃນເວລາ ອອກລູກຢູ່ເຮືອນ. ຫລາຍຄົນ ກໍເຊື່ອວ່າ ຍ້ອນໄດ້ຮັບ ຜົນກະທົບ ຈາກ ສານເຄມີ ໃນສວນກ້ວຍ. ຕໍ່ມາ ເຈົ້າໜ້າທີ່ ກໍໄດ້ເຕືອນ ບໍ່ໃຫ້ແມ່ມານ ເຮັດວຽກ ໃນສວນກ້ວຍອີກ.

ເມືອງຜາອຸດົມ ເປັນເມືອງທີ່ສອງ ຮອງຈາກ ເມືອງຕົ້ນເຜິ້ງ ທີ່ມີສວນກ້ວຍຈີນ ຫຼາຍທີ່ສຸດ ທ່ານວ່າເຈົ້າໜ້າທີ່ ກໍເຄີຍລົງໄປ ສຶກສາອົບຮົມ ຄົນງານ ໃຫ້ລະມັດລະວັງ ໃນການໃຊ້ ສານເຄມີ ແລະ ໃຫ້ເຈົ້າຂອງສວນ ຈັດຫາສິ່ງປ້ອງກັນ ໃຫ້ຄົນງານ ໃນເວລາ ເຮັດວຽກ ແຕ່ກໍຍັງມີ ຫຼາຍສວນກ້ວຍ ບໍ່ປະຕິບັດຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.