ການກໍ່ສ້າງທາງຣົຖໄຟ ເຮັດໃຫ້ ນໍ້າຖ້ວມທາງ ບ.ນາຄູນ

ໄມຊູລີ
2019.08.27
F-Nakhoun ການກໍ່ສ້າງທາງຣົດໄຟ ຢູ່ເຂດບ້ານນາຄູນ ນະຄອນຫຼວງວຽງຈັນ ທີ່ເກີດເຫດນໍ້າອັ່ງຖ້ວມຂັງ ຈົນຊາວບ້ານເດືອດຮ້ອນ ໃນການສັນຈອນ
RFA

ເມື່ອວັນທີ 26 ສິງຫາ 2019 ນີ້ ເກີດນໍ້າຖ້ວມຢູ່ເສັ້ນທາງບໍຣິເວນ ທາງລອດຂົວຣົຖໄຟ ເຂດບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ຍ້ອນຜູ້ຮັບເໝົາສ້າງທາງຣົຖໄຟ ລາວ-ຈີນ ໄດ້ຂຸດທາງເປັນຫລຸມ ເຮັດໃຫ້ເກິດນໍ້າອັ່ງ ໃນຊ້ວງຝົນຕົກໜັກ ເຮັດໃຫ້ການສັນຈອນ ຕິດຂັດ, ຖ້າມກາງຄວາມຈົ່ມ ຂອງປະຊາຊົນ.

ໃນຕອນເຊົ້າຂອງວັນທີ 27 ສິງຫາ ນີ້ ທາງ ອໍານາດປົກຄອງ ບ້ານນາຄູນ ກໍກໍາລັງແກ້ໄຂ ສະພາບນໍ້າຖ້ວມແລ້ວ ໂດຍການຣະບາຍນໍ້າ ທີ່ອັ່ງ ແລະ ເອົາດິນຊາຍ ໄປຖົມ ເພື່ອປ້ອງກັນ ນໍ້າຖ້ວມອີກ. ດັ່ງເຈົ້າໜ້າທີ່ ບ້ານນາຄູນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ສິງຫາ ນີ້ວ່າ:

”ທາງບ້ານເຮົາ ໄປລະບາຍແລ້ວ ມີນໍ້າມາທາງເບື້ອງ ກາຣ້າຣົຖ ແລ້ວມັນໄຫລລົງໄປເນາະ ມັນເຮັດໃຫ້ຖ້ວມຂັງຢູ່ ບ່ອນທາງລອດພື້ນເນາະ ທາງຣົຖໄຟຫັ້ນນະ ພວກເຮົາໄດ້ເອົາ ຊາຍແລ້ວກະເອົາຣົຖໄປຊຸກ ຕັນທາງນໍ້າແລ້ວ ບໍ່ຖ້ວມແລ້ວ ມີແຕ່ວ່າບ້ານ ເຮົານີ້ແຫລະ ແກ້ໄຂເອງ.”

ທ່ານກ່າວຕື່ມວ່າ ຕໍ່ເຫດການດັ່ງກ່າວ ກໍເຫັນທາງບໍຣິສັດ ກໍ່ສ້າງ ທາງຣົຖໄຟລາວ-ຈີນ ສົ່ງເຈົ້າໜ້າທີ່ ລົງໄປສໍາຣວດພື້ນທີ່ ບ່ອນເກິດເຫດ ພ້ອມກັບ ຖ່າຍຮູບພາບ ແລະ ຮິບໂຮມຂໍ້ມູນແລ້ວ ແຕ່ຫລັງຈາກນັ້ນ ກໍ ບໍ່ໄດ້ຕິດຕໍ່ ກັບມາ ແຕ່ຢ່າງໃດ, ດັ່ງນັ້ນທາງ ຂັ້ນບ້ານ ແລະ ປະຊາຊົນຢາກຮຽກຮ້ອງ ໃຫ້ຜູ້ຮັບຜິດຊອບ ສ້ອມແປງທາງ ດັ່ງກ່າວ ໃຫ້ມີສະພາບສູງ ເທົ່າກັນ ບໍ່ໃຫ້ເປັນຫລຸມ ເພື່ອເປັນຊ່ອງວ່າງ ໃຫ້ເກິດນໍ້າຖ້ວມອີກ.

ກ່ຽວກັບບັນຫານີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຄນະຮັບຜິດຊອບ ກ່ຽວກັບໂຄງການ ສ້າງທາງຮົຖໄຟ ລາວ -ຈີນ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງບໍ່ສະດວກ ໃຫ້ສັມພາດ.

ຣາຍງານວ່າ ນອກຈາກ ນໍ້າຖ້ວມຢູ່ບ້ານ ນາຄູນແລ້ວ ປັຈຈຸບັນ ຢູ່ ເມືອງນາຊາຍທອງ ນໍ້າກໍຖ້ວມຫລາຍເສັ້ນທາງ ຄືກັນ ໂດຍສະເພາະ ເສັ້ນທາງເລກທີ 13 ເໜືອ ຈຸດເຂດ ບ້ານຜາງແຫ້ງ ຍ້ອນຝົນຕົກໜັກ ນໍ້າອັ່ງ ເຮັດໃຫ້ການສັນຈອນ ຕິດຂັດ ຊື່ງເຮັດໃຫ້ ເຈົ້າໜ້າທີ່ຕໍາຣວດ ຈາຣະຈອນຕ້ອງລົງ ພື້ນທີ່ ເພື່ອແກ້ໄຂ ບັນຫາ ຣົຖຕິດ ເປັນປະຈໍາ.

ຢ່າງໃດກໍຕາມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງລາວ ກໍໄດ້ແຈ້ງເຕືອນ ປະຊາຊົນ ທາງພາກກາງ ແລະ ພາກເໜືອ ຂອງລາວວ່າ ໃຫ້ຕຽມຮັບມື ກັບພາຍຸ ໝຸນເຂດຮ້ອນ ທີ່ພັດເຂົ້າມາ ທາງວຽດນາມ ແລະ ເຂົ້າມາລາວ ໃນຣະຫວ່າງວັນທີ່ 30 ສິງຫາ ນີ້ ຊຶ່ງຈະເຮັດໃຫ້ ມີຝົນຕົກຫນັກ ແລະ ນໍ້າຖ້ວມຢູ່ ບາງທ້ອງຖິ່ນ ໃນພາກກາງ ແລະ ພາກເໜືອ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.