ອຸບັດຕິເຫດລະຍະ ປີໃໝ່ ຢູ່ລາວ

ອຸ່ນແກ້ວ ສຸກສະຫວັນ
2020.04.14
F-VT-NY ຄວາມງຽບສງົບຕາມທ້ອງຖນົນ ນະຄອນຫຼວງວຽງຈັນ ໃນຊ່ວງປີໃໝ່ລາວ
RFA/TS

ເກີດອຸບັດຕິເຫດ ໃນວັນທີ 13 ເມສາ ຢູ່ເຂດບ້ານຫລັກ 12 ເມືອງໂພນທອງ ແຂວງຈຳປາສັກ ລະຫວ່າງຣົດຈັກກັບຣົດພ້ວງ ເຮັດໃຫ້ຄົນຂັບ ລົດຈັກໄດ້ຮັບບາດເຈັບ ແລະ ຖືກນຳສົ່ງໄປໂຮງໝໍເມືອງໂພນທອງ. ເຈົ້າໜ້າທີ່ກູ້ໄພ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ເມສາ ວ່າ:

"ເລີ້ມແຕ່ມື້ວານນີ້ເນາະ ມີຢູ່ເຫດການແມ່ນຣົດພ້ວງຕຳກັບຣົດຈັກ ໂຮງໝໍເພິ່ນກະຮັບມື ຖ້າຮັບມືທຸກຢ່າງ ແຕ່ວ່າເລື້ອງການຫລິ້ນຫຍັງບໍ່ມີ."

ທ່ານກ່າວຕື່ມອີກວ່າ ສຳລັບການເດີນທາງໄປມາຂອງປະຊາຊົນ ຕາມເສັ້ນທາງເລກທີ 13 ໃຕ້ ແລະ ເທສບານນະຄອນປາກເຊ ແມ່ນບໍ່ຫຼາຍ ດັ່ງນັ້ນການເກີດອຸບັດຕິເຫດ ມີແນວໂນ້ມຈະຫລຸດລົງ ກວ່າປີທີ່ຜ່ານມາ ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກູ້ໄພແຂວງຈຳປາສັກ ທີ່ປະຈຳຢູ່ ແຕ່ລະຈຸດ ໄດ້ເຝົ້າລະວັງ ແລະ ກະກຽມພາຫະນະໃນຂົນສົ່ງຄົນເຈັບໄປໂຮງໝໍ ຖ້າເກີດອຸບັດຕິເຫດ.

ຢູ່ແຂວງສວັນນະເຂດ ຍັງບໍ່ມີອຸບັດຕິເຫດເກີດຂຶ້ນ ຈັກກໍຣະນີ ຍ້ອນວ່າ ຍັງບໍ່ມີປະຊາຊົນຝ່າຝືນຄຳສັ່ງ 06 ຂອງນາຍົກ ແລະເຈົ້າໜ້າທີ່ກູ້ໄພ ກໍກຽມພ້ອມໃຫ້ການຊ່ວຍເຫຼືອ, ເຈົ້າໜ້າທີ່ກູ້ໄພ ແຂວງສວັນນະເຂດ ໄດ້ກ່າວ ວ່າ:

"ຍັງ, ຍັງບໍ່ມີເຈົ້າ ປີໃໝ່ເພິ່ນໃຫ້ຢຸດ ມີສ່ວນຮ່ວມບໍ່ໃຫ້ມີການສັງສັນຊຸມນຸມຊຸມແນວ ປະຕເບັດຕາມຄຳສັ່ງເລກທີ 06 ຂອງນາຍົກຣັຖມົນຕຼີ ປ້ອງກັນເບາະ ຊິແມ່ນປະຕິບັດຕາມຄຳສັ່ງ ຂອງຜແນກ ສາທາຣະ ນະສຸກ."

ໃນຂນະທີ່ຢູ່ແຂວງຫລວງພະບາງ ກໍຍັງບໍ່ມີຣາຍງານການເກີດອຸບັດຕິເຫດ ເຊັ່ນດຽວກັນ ຍ້ອນວ່າ ປະຊາຊົນ ບໍ່ມີການເດີນທາງຫລາຍ, ເຈົ້າໜ້າທີ່ກູ້ໄພ ແຂວງຫລວງພຣະບາງ ໄດ້ກ່າວວ່າ:

"ປີນີ້ຂະເຈົ້າງົດ ບໍ່ມີງານລື້ນເລີງອີ່ຫຍັງອີກແລ້ວ ການເດີນທາງຂອງປະຊາຊົນກະບໍ່ສູ້ມີ ຣົດທຽວໄປທຽວມາ ມີແຕ່ຄົນຂະເຈົ້າອອກໄປຈ່າຍຊື້ ອາຫານ ແມ່ນຫຍັງໄວ້ເຮືອນ."

ສະເພະຢູ່ນະຄອນຫຼວງວຽງຈັນ ກໍຍັງບໍ່ມີການເກີດອຸບັດຕິເຫດ ໃນໄລຍະທີ່ມີການເຝົ້າລະວັງພຍາດໂຄວິດ19 ເຈົ້າໜ້າທີ່ຢູ່ນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຂົາກະບໍ່ໄດ້ອອກດອກ ມີແຕ່ວ່າ ມີຄວາມຈຳເປັນເນາະ ໄປເອົາເຂົ້າ ເອົານ້ຳ ມາກິນນຳພໍ່ ນຳແມ່ ຈັ່ງຊີ້ນ່າເນາະ ເຮົາອະນຸຍາດເຮັດໃບ ຢັ້ງຢືນ ໃຫ້ແຕ່ຜູ້ທີ່ມີຄວາມຈຳເປັນດອກ."

ສະເພາະການສລອງບຸນປີໃໝ່ລາວ ນັບແຕ່ວັນທີ 13-17 ເມສາ 2019 ທີ່ຜ່ານມາ, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນຫລາຍກ່ວາ 300 ກໍຣະນີ ມີຜູ້ເສັຍຊີວິດ 37 ຄົນ ແລະ ບາດເຈັບ 500 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.