ເຣື້ອງທີ່ເກັບບັນທຶກໄວ້
2022-10-10
ເຂົ້າກິນ ໃນເມືອງຫົງສາ ເເຂວງໄຊຍະບູຣີ ອາດບໍ່ພຽງພໍເພື່ອບໍຣິໂພກ ພາຍໃນເມືອງ ຂະນະທີ່ ອຳນາດການປົກຄອງ ເມືອງ ໄດ້ສັ່ງຫ້າມປະຊາຊົນ ສົ່ງອອກ ເຂົ້າເປືອກໄປຂາຍ ສ່ວນສາເຫດ ເຮັດໃຫ້ເຂົ້າມີຈຳນວນໜ້ອຍລົງ ເພາະວ່າເນື້ອທີ່ ການຜລິຕ ຖືກຂາຍ ຫຼືໃຊ້ສ້າງໂຮງງານ ເຊັ່ນໂຮງງານໄຟຟ້າ ຖ່ານຫິນ ແລະຊາວນາ ກໍປ່ຽນອາຊີພ ໄປເຮັດວຽກໃນໂຮງງານແທນ.
2022-10-08
ບັນດາອົງການຈັດຕັ້ງ ພາກປະຊາສັງຄົມ ໃນປະເທດໄທຍ ເຂດພາກອີສານ ຈັດກິຈກັມ: “ເອີ້ນຂວັນປາຄືນຂອງ ເຊື່ອມໂຍງເໜືອ-ອີສານ ຄັ້ງທີ 2”, ໃນວັນທີ 8 ຕຸລາ 2022
2022-10-05
ກົມຄຸ້ມຄອງບໍ່ແຮ່ ກະຊວງພລັງງານ ແລະບໍ່ແຮ່ ໄດ້ອອກແຈ້ງການ ໃຫ້ບໍຣິສັດ ລາວຊີນຫຼົງ ບຸກເບີກ ອຸດສາຫະກັມ ບໍ່ແຮ່ ຈຳກັດ ຊຶ່ງເປັນບໍຣິສັດ ຂອງນັກລົງທຶນຈີນ ທີ່ຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຕອງ ແລະ ບ້ານຈອມຊາງນໍ້າເຢັນ ເມືອງປາກແບງ ແຂວງອຸດົມໄຊ ຢຸດຊົ່ວຄາວ ຍ້ອນວ່າ ບໍ່ມີຄວາມປອດພັຍ.
2022-10-05
ສະພາບເສັ້ນທາງ ໃນນະຄອນຫຼວງວຽງຈັນ ໃນຫຼາຍເມືອງເປ່ເພ ເປັນຂຸມເລິກ ແລະມີນໍ້າຂັງຫຼາຍຈຸດ ຮວມໄປເຖິງ ເສັ້ນທາງເລຂທີ່ 13 ເໜືອ ໃນບາງຈຸດ ກໍເປ່ເພເຊັ່ນກັນ ແຕ່ທາງການ ຍັງບໍ່ສາມາດສ້ອມແປງໄດ້ເທື່ອ ຍ້ອນຍັງຢູ່ໃນ ໄລຍະຣະດູຝົນ ແລະບໍ່ມີງົບປະມານ ພຽງພໍ.
2022-10-04
ຊາວບ້ານ ຈຳນວນນຶ່ງ ຍັງມີການໃຊ້ ອຸປກອນໄຟຟ້າ ຊັອດປາ ໂດຍສະເພາະ ແຂວງໄຊຍະບູຣີ ຍັງມີການລັກໃຊ້ຊັອດປາໃນຣະດູຝົນ ທີ່ປາໄຂ່ ເພື່ອຂຍາຍພັນ ເຖິງຈະມີກົດໝາຍກໍຕາມ ເຮັດໃຫ້ຫຼາຍຄົນ ເປັນຫ່ວງເຣື່ອງປາໃນແມ່ນ້ຳ ສູນພັນ ຂະນະທີ່ເຈົ້າໜ້າ ເຮັດໄດ້ພຽງແຕ່ ກວດກາ ຊຶ່ງກໍຍາກ ທີ່ຈະຄຸ້ມຄອງ ໄດ້ໝົດ.
2022-10-04
ບໍຣິສັດ ວຽດນາມ ຈະສ້າງໂຄງການ ໄຟຟ້າພະລັງງານລົມ ທີ່ເມືອງພີນ ແຂວງສວັນນະເຂດ ຂນາດ 990 ເມກາວັດ ໃນເນື້ອທີ່ 13,133 ເຮັກຕ້າຣ໌, ມູນຄ່າປະມານ 2 ຕື້ໂດລ້າຣ໌ສະຫະຣັຖ ແລະຈະຂາຍໄຟ ໃຫ້ວຽດນາມ ຊຶ່ງຂະນະນີ້ ກໍາລັງສຶກສາ ຄວາມເປັນໄປໄດ້ຢູ່.
2022-10-04
ຊາວບ້ານ ຈຳນວນນຶ່ງ ທີ່ຖືກຜົລກະທົບ ດ້ານທີ່ດິນ ຈາກໂຄງການ ກໍ່ສ້າງທາງດ່ວນ ໝາຍເລກ 1 ຈາກເຂດບຶງທາຕຫລວງ ຫາ ເຂດບ້ານດົງໝາກຄາຍ ຍັງບໍ່ໄດ້ຄ່າຊົດເຊີຍ ສ່ວນໂຄງການ ກໍ່ສ້າງທາງດ່ວນ ກໍມິດງຽບໄປ ເກືອບ 2 ປີແລ້ວ ເຮັດໃຫ້ຊາວບ້ານ ທວງຖາມ ຄວາມຮັບຜິດຊອບ ຈາກພາກສ່ວນກ່ຽວຂ້ອງ.
2022-10-03
ຊາວບ້ານ ຜູ້ປະສົບພັຍ ເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ບໍ່ມີຫວັງ ທີ່ຈະໄດ້ນໍາໃຊ້ ທີ່ດິນ ທີ່ໄດ້ ຈາກການຊົດເຊີຍ ເພາະຍັງມີ ຂໍ້ພິພາດ ລະຫວ່າງ ຜູ້ຖືກັມມະສິທ (ເຈົ້າຂອງ) ຄົນເກົ່າ ແລະ ຄົນໃໝ່ ເຮັດໃຫ້ຜູ້ທີ່ໄດ້ຮັບດິນ (ເຈົ້າຂອງຄົນໃໝ່) ບໍ່ສາມາດ ນຳໃຊ້ດິນຕອນນັ້ນໆ ໄດ້.
2022-10-03
ນໍ້າຖ້ວມ 4 ແຂວງພາກໃຕ້ ໄດ້ຮັບຄວາມເສັຽຫາຍ ຢ່າງໜັກ ຊຶ່ງທາງການລາວ ຍັງຕ້ອງປະເມີນ ຄວາມເສັຽຫາຍເພີ່ມເຕີ່ມ ແຕ່ຊາວບ້ານ ຜູ້ທີ່ຖືກຜົລກະທົບ ຍັງບໍ່ໄດ້ຮັບການ ຊ່ອຍເຫລືອ ເທົ່າທີ່ຄວນ ໂດຍສະເພາະການຊ່ອຍເຫຼືອ ໃນໄລຍະຍາວ ກັບພືດກະເສຕ ແລະຜົລຜລິຕ.
2022-10-03
ພະຍຸໂນຣູ ພັດເຂົ້າອັດຕະປື ແລະ ແຂວງພາກໃຕ້ ເກີດນໍ້າຖ້ວມ ກະທັນຫັນ ສ້າງຄວາມເສັຽຫາຍ ເປັນບໍຣິເວນກ້ວາງ.