ເຣື້ອງທີ່ເກັບບັນທຶກໄວ້
2022-11-08
ການສ້າງເຮືອນຖາວອນ ໃຫ້ແກ່ຜູ້ປະສົບໄພເຂື່ອນແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື ໃກ້ຈະສຳເຣັດແລ້ວ ຫຼ້າສຸດ ຮອງເຈົ້າແຂວງອັດຕະປື ຣາຍງານວ່າ ເຮືອນຖາວອນຈຳນວນ 688 ຫຼັງ ໃນຈຳນວນທັງໝົດ 700 ຫຼັງ ສ້າງສຳເຣັດແລ້ວ ຍັງເຫຼືອແຕ່ 12 ຍັງບໍ່ແລ້ວ.
2022-11-07
ທາງການລາວ ໄດ້ອນຸຍາດໃຫ້ ບຸກຄົນ ສາມາດຕັດໄມ້ ໃນທີ່ດິນຂອງໂຕເອງໄດ້ ແຕ່ຕ້ອງຂຶ້ນທະບຽນກ່ອນລ່ວງໜ້າ ເພື່ອປ້ອງກັນກຸ່ມຄົນບໍ່ດີ ລັກລອບຕັດໄມ້ ໃນທີ່ດິນທີ່ຣັຖບານຄຸ້ມຄອງ.
2022-11-04
ໂຄງການ ສ້າງເຂື່ອນປາກແບງ ຊຶ່ງເປັນເຂື່ອນ ແມ່ນ້ຳຂອງ ຢູ່ແຂວງອຸດົມໄຊ ກຳລັງປະສົບກັບ ບັນຫາທ້າທາຍຫຼາຍຢ່າງ ເປັນຕົ້ນທາງການລາວ ຮຽກຮ້ອງໃຫ້ເຈົ້າຂອງ ໂຄງການສຶກສາ, ສຳຣວດ ຜົນກະທົບຢ່າງຄັກແນ່ ແລະທາງຝ່າຍໄທຍ ກໍກຳລັງພິຈາຣະນາ ເລື່ອນການເຊັນສັນຍາ ຊື້ຂາຍໄຟຟ້າ ຈາກເຂື່ອນດັ່ງກ່າວ.
2022-11-04
ພາກປະຊາສັງຄົມໄທຍ ເວົ້າວ່າ ການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແມ່ນພວກນັກລົງທຶນ ໄດ້ຮັບຜົລ ປໂຍດ ແຕ່ມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ຣັຖບານໄທຍ ບໍ່ຄວນເລັ່ງ ໃຫ້ເຮັດສັນຍາ ຊື້-ຂາຍ ໄຟຟ້າເທື່ອ.
2022-11-03
ການສ້າງງເຂື່ອນ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ປະຊາຊົນ ຢູ່ແຄມນ້ຳຂອງ ຜູ້ທີ່ຫາປາ ເປັນອາຊີພ ຈົນເຂົາເຈົ້າ ຫຼາຍຄົນ ຕ້ອງຢຸດເຊົາ ອາຊີພຫາປາ ແລະ ໜີໄປຂາຍແຮງງານ ຢູ່ປະເທດໄທຍ ແທນ.
2022-11-03
ເມື່ອຕົ້ນເດືອນກັນຍາ 2022 ທີ່ຜ່ານມານີ້ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ໄດ້ໃຫ້ສັມພາດ ຕໍ່ວິທຍຸ ແຫ່ງຊາຕ ວ່າ ຈະມອບເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ໃຫ້ກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ໃຫ້ສໍາເຣັດ 100% ໃນເດືອນ ຕຸລາ ປີ 2022 ນີ້.
2022-11-01
ອາກາດຈະເຢັນລົງ ໃນຫລາຍແຂວງ ແຕ່ແຂວງທີ່ມີພັຍນໍ້າຖ້ວມ ຈະມີຊາວບ້ານ ແລະ ເດັກນ້ອຍ ປະສົບພັຍໜາວ ຫລາຍກວ່າແຂວງອື່ນໆ ຍ້ອນ ເຄື່ອງນຸ່ງຫົ່ມ ແລະ ທີ່ຢູ່ອາສັຍ ໄດ້ໄຫລໄປກັບນໍ້າ ຊ່ວງທີ່ຖືກນ້ຳຖ້ວມ ເມື່ອເດືອນສິງຫາ ທີ່ຜ່ານມາ.
2022-11-01
ທາງການ ແຂວງສາຣະວັນ ອະນຸຍາດໃຫ້ ບໍຣິສັດ ບີ.ກຣິມ ພະລັງງານລາວ ຈຳກັດ ຊຶ່ງເປັນກຸ່ມຂອງບໍຣິສັດ ບີ.ກຣິມ ພາວເວີຣ໌ ຈຳກັດ ປະເທດໄທຍ (B.GRIMM Power) ເຂົ້າສຳຣວດ ຄວາມເປັນໄປໄດ້ ການພັທນາ ໂຄງການ ພະລັງງານໄຟຟ້າ ກັງຫັນລົມ ຫລື ພະລັງງານລົມ.