ເຣື້ອງທີ່ເກັບບັນທຶກໄວ້
2023-03-13
ອົງການ ອະນຸຮັກທັມມະຊາຕສາກົລ ລະບຸວ່າ ມີສິ່ງມີຊີວິດ ຫລາຍກ່ວາ 1 ລ້ານຊະນິດ ທີ່ຖືກໄພຂົ່ມຂູ່ ມີຄວາມສ່ຽງ ຕໍ່ການສູນພັນ ສະເພາະໃນປະເທດລາວ ມີສັດປ່າຫລາຍກ່ວາ 1,000 ຊະນິດ ແລະ ຫລາຍຊະນິດ ມີຈຳນວນຫລຸດລົງ ສ່ວນການອະຮັກ ຍັງມີອຸປະສັກຫຼາຍຢ່າງ ເຊັ່ນງົບປະມານ ມີຈຳນວນຈຳກັດ.
2023-03-10
ປະຊາຊົນຈຳນວນນຶ່ງ ບຸກລຸກປ່າປ້ອງກັນ ນໍ້າຊັນ-ນໍ້າເກື້ອ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ເພື່ອປູກມັນຕົ້ນ ຍ້ອນວ່າ ເຂົາເຈົ້າ ບໍ່ມີທີ່ດິນ ທໍາການກະເສດ ແລະ ມັນຕົ້ນເປັນສິນຄ້ານຶ່ງ ທີ່ສາມາດຂາຍໄດ້ລາຄາດີ ໃນຂະນະນີ້.
2023-03-10
ຣົຖຂົນແຮ່ທາດຂນາດໜັກ ເຮັດໃຫ້ຖນົນເປ່ເພຫລາຍ ຢູ່ແຂວງໄຊສົມບູນ ຍ້ອນວ່າຢູ່ແຂວງນີ້ ມີໂຄງການຂຸດຄົ້ນແຮ່ທາດ ປະເພດຕ່າງໆເຖິງ 7 ໂຄງການ ຂນາດໃຫຍ່ ທີ່ເປັນຂອງບໍຣິສັດຈີນ, ບໍຣິສັດປະເທດອື່ນ ແລະ ພາຍໃນລາວ ທີ່ກວມເອົາເນື້ອທີ່ ຫລາຍຮ້ອຍກິໂລຕາແມັດ.
2023-03-09
ຊາວລາວຈໍານວນຫຼວງຫຼາຍ ຮວມທັງເຈົ້າໜ້າທີ່ເວົ້າວ່າ ໂຄງການ 1 ແລວ 1 ເສັ້ນທາງຂອງຈີນ ກະທົບໃສ່ສິ່ງແວດລ້ອມ ແລະປະຊາຊົນ, ບໍ່ເປັນໄປຕາມ ຄໍາຖແລງຂອງ ທ່ານ ຈິນ ກັງ ຣັຖມົນຕຣີ ກະຊວງການຕ່າງປະເທດຈີນ.
2023-03-09
ເຈົ້າໜ້າທີ່ ແຂວງບໍ່ແກ້ວ ປະຊຸມກັນ ເພື່ອປືກສາຫາລື ເຣື່ອງຄ່າຊົດເຊີຍ ໃຫ້ປະຊາຊົນ ຢູ່ 26 ບ້ານໃນ 3 ແຂວງ ຄື ອຸດົມໄຊ, ບໍ່ແກ້ວ ແລະໄຊຍະບູຣີ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນປາກແບງ ແຕ່ຍັງຫາຂໍ້ສລຸບບໍ່ໄດ້ເທື່ອ ສ່ວນຊາວບ້ານ ມີຄວາມກັງວົນໃຈຫຼາຍ ໃນກໍຣະນີຖືກໂຍກຍ້າຍ.
2023-03-08
ຊາວບ້ານພຽງຮຸ່ງ ເມືອງໜອງແຮດ ແຂວງຊຽງຂວາງ 100 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກການສ້າງເຂື່ອນນໍ້າເນີນ 1 ຂອງບໍຣິສັດ ວຽດນາມ ຂນາດ 124 ເມກະວັດ ກັງວົນເຣື່ອງຖືກໂຍກຍ້າຍ ແລະ ຄ່າຊົດເຊີຍ.
2023-03-03
ເກີດເຫດ ໄຟໄໝ້ເຮືອນ ເສັຽຫາຍທັງໝົດ 17 ຫຼັງ ຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ ຊັບສິນ ເສຍຫາຍຫຼາຍກວ່າ 10 ຕື້ກີບ ສ່ວນວ່າ ທາງການ ແລະບຸກຄົນຕ່າງໆ ລົງໃຫ້ການຊ່ວຍເຫຼືອ ສ່ວນຜູ້ທີ່ຖືກໄຟໄໝ້ເຮືອນ ພັກອາສັຍ ຢູ່ສາລາວັດ ແລະໂຮງຮຽນຊົ່ວຄາວ.
2023-03-02
ຫຼາຍໂຄງການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງເຊກອງ ແລະອັດຕະປື ບໍ່ໄດ້ຊ່ອຍພັທນາເສຖກິຈ-ສັງຄົມຢູ່ 2 ແຂວງນີ້ເທົ່າທີ່ຄວນ, ປະຊາຊົນຍັງທຸກຍາກ, ບໍ່ມີລາຍໄດ້ ແລະບໍ່ມີອາຊີບ ທີ່ໝັ້ນຄົງ ເຊິ່ງຕ່າງຈາກທີ່ ກ່ອນໂຄງການຈະເຂົ້າໄປ ໄດ້ອ້າງວ່າ ຈະຊ່ວຍສ້າງອາຊີບ ແລະ ພັທນາເສຖກິຈ-ສັງຄົມ ໃຫ້ຊາວບ້ານ.
2023-03-01
ເປົ້າໝາຍທີ່ຣັຖບານລາວ ຈະເພິ່ມເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ ທົ່ວປະເທດໃນປີ 2035 ນັ້ນ ຄົງເປັນໄປໄດ້ຍາກ ຫລື ເປັນໄປບໍ່ໄດ້ ຍ້ອນຍັງມີການລັກຕັດໄມ້ ແລະໂຄງການສັມປະທານ ຕ່າງໆທໍາລາຍປ່າໄມ້ ຫລາຍຢູ່ ຂະນະທີ່ພາກຣັຖວ່າ ເປັນຍ້ອນປະຊາຊົນ ບຸກລຸກເນື້ອທີ່ປ່າ.