ເຣື້ອງທີ່ເກັບບັນທຶກໄວ້
2024-09-09
ຊາວບ້ານເຂດ ເມືອງຊຽງເງິນ ແລະນະຄອນຫຼວງພະບາງ ທີ່ຢູ່ຕິດແຄມນ້ຳຄານ ເລີ່ມໄດ້ຮັບຜົນກະທົບ ພາຍຫລັງເຂື່ອນໄຟຟ້ານໍ້າຄານ 2 ແລະ 3 ປ່ອຍນໍ້າອອກຈາກເຂື່ອນ ຕັ້ງແຕ່ວັນທີ 8 ກັນຍານີ້ ເປັນຕົ້ນມາ ຊຶ່ງມີສ່ວນເຮັດໃຫ້ ນໍ້າໃນນໍ້າຄານ ເພີ່ມສູງຂຶ້ນ ຊຶ່ງອາດສົ່ງຜົນໃຫ້ເຮັດພື້ນທີ່ປູກຝັງ ຂອງຊາວຖືກຖ້ວມລວມທັງບ້ານເຮືອນ.
2024-09-06
ພະແນກອຸດສາຫະກໍາ ແລະການຄ້າ ນະຄອຫຼວງວຽງຈັນ ໄດ້ອອກແຈ້ງການ ໃນມື້ວັນທີ 23 ສິງຫາ ທີ່ຜ່ານມາ ໃຫ້ເຈົ້າໜ້າທີ່ແຕ່ລະເມືອງ ໃນນະຄອນຫຼວງ ຈັດລະບຽບເມືອງໃຫ້ສະອາດ ແລະເປັນລະບຽບ ສວຍງາມ ເປັນຕົ້ນກໍແມ່ນເພື່ອຕ້ອນຮັບກອງປະຊຸມ ສຸດຍອດອາຊຽນ ທີ່ຈະຖືກຈັດຂຶ້ນ ແຕ່ມື້ວັນທີ 6 ຫາວັນທີ 11 ເດືອນຕຸລາ ທີ່ຈະມາເຖິງນີ້.
2024-09-06
ປະຊາຊົນຢູ່ 9 ເມືອງຂອງແຂວງສະຫວັນນະເຂດ ໄດ້ເຝົ້າລະວັງການທີ່ຈະເກີດນໍ້າຖ້ວມ ຢູ່ໃນຂະນະນີ້ ພາຍຫຼັງທີ່ຫ້ອງວ່າການແຂວງສະຫວັນນນະເຂດ ໄດ້ອອກແຈ້ງການ ກ່ຽວກັບການປ່ອຍນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 ຂອງຈີນ ໃນມື້ວັນທີ 6 ກັນຍາ 2024 ນີ້.
2024-09-04
ລະຫວ່າງເດືອນກໍລະກົດ ຫາເດືອນສິງຫາ 2024 ໄພພິບັດທາງທຳມະຊາດ ໄດ້ສ້າງຜົນເສັຍຫາຍ ໃຫ້ກັບປະເທດລາວ ໄປແລ້ວ 300 ກ່ວາຕື້, ຜົນເສັຍຫາຍນີ້ເກີດຈາກພາຍຸ ດີເພຣສຊັນ, ພາຍຸໝູນເຂດຮ້ອນ ພຣະພິຣຸນ ແລະ ຝົນຕົກໜັກ.
2024-09-04
ຄົນງານລາວ ປະມານ 40 ຄົນ ທີ່ເຮັດວຽກ ຢູ່ໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດ ຮົວລີ ຂຸດຄົ້ນແຮ່ຫາຍາກ ຈໍາກັດ ຢູ່ບ້ານ ໜອງແຮດ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ໂຮມຕົວກັນປະທ້ວງ ຢູ່ຕໍ່ໜ້າບໍລິສັດດັ່ງກ່າວເພື່ອທວງເອົາເງິນຄ່າແຮງງານ ເມື່ອວັນທີ່ 27 ສິງຫາ ທີ່ຫາກໍຜ່ານມານີ້ ພາຍຫລັງທີ່ບໍ່ໄດ້ຮັບເງິນຄ່າແຮງງານ ມາເປັນເວລາປະມານ 3-4 ເດືອນແລ້ວ.
2024-09-03
ໃນຮອບ 10 ປີມານີ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາ ແລະ ສະກັດກັ້ນບໍ່ໃຫ້ມີການຊື້-ຂາຍຜົງບີໝີຊະນິດແປ້ງ ທີ່ຜະລິດຈາກໝີດຳລ້ຽງຢູ່ທາງພາກເໜືອຂອງປະເທດ ເຊິ່ງຈັດຈໍາໜ່າຍໂດຍບໍລິສັດຂອງນັກລົງທຶນຊາວຈີນຫຼາຍບໍລິສັດ ໃຫ້ແກ່ຊາວຈີນທີ່ອາໄສຢູ່ຫຼາຍເມືອງ ແລະ ຫຼາຍແຂວງທົ່ວປະເທດລາວ.
2024-09-03
ທ້າວ ໄດເຈມ (Daijames) ແລະ ທ້າວ ເຈມ ຝາໝໍ້ (James Famor) ທີ່ຖືກເຈົ້າໜ້າທີ່ຕໍາຫຼວດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັບໃນມື້ວັນທີ 28 ສິງຫາ 2024 ພາຍຫຼັງທີ່ທັງສອງຄົນໄດ້ເຜິຍແພ່ຮູບພາບ ຕັດຕໍ່ສຽດສີສະທ້ອນບັນຫາ ເສັ້ນທາງເປ່ເພ ນັ້ນ ໄດ້ຖືກປ່ອຍຕົວແລ້ວ.