ໂຮງງານຢາສູບຈະຍ້າຍໄກ ຊາວບ້ານ


2013.08.27
F-Savannakheth ຂີ້ຝຸ່ນແລະຄວັນ ຣົດບັນທຸກໄມ້ ແລ່ນຜ່ານຊຸມຊົນ ທີ່ແອອັດ ດ້ວຍຄວາມໄວ ປະຊາຊົນທ້ອງຖິ່ນ ກໍມີຄວາມຈົ່ມ ມາຕລອດ
flickr photo sharing

 

ເຈົ້າຫນ້າທີ່ ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ໂຮງງານຢາສູບ ໃນແຂວງ ສວັນນະເຂດ ທີ່ຕັ້ງຢູ່ເຂດເມືອງ ໄກສອນ ພົມວິຫານ ມີແຜນ ການ ຈະຍ້າຍໄປສ້າງ ໃນເຂດ ເມືອງ ອຸທຸມພອນ ບ່ອນທີ່ຫ່າງໄກ ຈາກຊຸມຊົນ ພາຍໃນ ທ້າຍປີນີ້ ຫລັງຈາກ ໂຮງງານ ໄດ້ສົ່ງກິ່ນເໝັນ ແລະ ຖືກຊາວ ບ້ານປະນາມ. ດັ່ງທ່ານ ກ່າວວ່າ:

"ເພີ່ນວ່າທ້າຍ 2013 ເພີ່ນຈະມີການ ໂຍກຍ້າຍອອກ ມາຢູ່ເມືອງ ອຸທຸມພອນ ເພີ່ນຊີ່ໄປຜລິດ ຢູ່ທາງເສັ້ນເລກ 9 ຫັ້ນແຫລະ ປະມານ 20 ປາຍຫລັກ ຜົລກະທົບ ຕໍ່ພາກຣັຖ ເຮົາກະໄປ ຕິດຕາມ ກວດກາເບີ່ງ ຖືວ່າມັນມີ ຜົລກະທົບເຣື້ອງກີ່ນ.

ນາງກ່າວ ຕໍ່ໄປວ່າ ປັດຈຸບັນ ໂຮງງານຢາສູບ ທີ່ຕັ້ງຢູ່ໃນ ຊຸມຊົນເຂດ ແອອັດ ໄດ້ສົ່ງ ກິ່ນລົບກວນ ຊາວບ້ານ ມາເປັນເວລາ ດົນນານແລ້ວ ເຖິງແມ່ນວ່າ ທາງການ ແຂວງໄດ້ຕັກເຕືອນ ໃຫ້ຂະເຈົ້າ ແກ້ໄຂ ມາຫລາຍເທື່ອແລ້ວ ກໍຕາມ ແຕ່ກໍ ບໍ່ມີການ ແກ້ໄຂເລີຍ ຈົນໃນທີ່ສຸດ ເຈົ້າຂອງ ໂຮງງານ ຮັບປາກວ່າ ຈະຍ້າຍອອກໄປ ຕັ້ງຢູ່ນອກເມືອງ ແບບຖາວອນ ເອງ.

ແຕ່ເຖິງຢ່າງໃດກໍຕາມ ສຳລັບພື້ນທີ່ ໃນເມືອງ ອຸທຸມພອນ ທີ່ບໍຣິສັດ ຈະຍ້າຍໄປ ຕັ້ງໃຫມ່ນັ້ນ ທາງການແຂວງ ໄດ້ຈັດສັນ ໃວ້ໃຫ້ແລ້ວ ຊຶ່ງເປັນດິນ ຂອງຣັຖ ຈະບໍ່ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ແຕ່ຢ່າງໃດ. ສ່ວນພື້ນທີ່ເກົ່າ ຂອງໂຮງງານ ທີ່ເມືອງໄກສອນ ພົມວິຫານ ນັ້ນ ທາງການແຂວງ ກໍຈະປັບປຸງ ໃຫ້ເປັນໂຮງການ ຂອງຣັຖບານ ໃນອານາຄົດ.

ບັນຫາເຣື້ອງ ໂຮງງານຢາສູບ ທີ່ສົ່ງຜົລກະທົບ ຕໍ່ຊຸມຊົນ ໃນລາວ ຍັງເກີດຂື້ນ ຫລາຍຢູ່ໃນລາວ, ຜ່ານມາ ໂຮງງານຢາສູບ ຢູ່ບ້ານຫລັກ 8 ເມືອງ ຫາດຊາຍຟອງ ແຂວງວຽງຈັນ ກໍໄດ້ສົ່ງກີ່ນເໝັນ ແກ່ຊາວບ້ານ ໃກ້ຄຽງ ຢ່າງຮຸ່ນແຮງ ໂດຍສະເພາະ ໃນຍາມກາງຄືນ ເຮັດໃຫ້ ໂຮງງານ ສ້າງທໍ່ ຣະບາຍອາກາດ ແຕ່ກໍຍັງ ມີກີ່ນຫມິນ  ຢູ່ຄືເກົ່າ. ຍັງບໍ່ມີ ຫນ່ວຍງານ ທີ່ກ່ຽວຂ້ອງ ຂອງຣັຖບານ ໃດໆເຂົ້າໄປ ແກ້ໄຂ ບັນຫາ ນັ້ນເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.