ຊາວບ້ານໄດ້ຄ່າເສັຽຫາຍ ຈາກຜູ້ ຣະເບີດຫິນ

ພູວົງສ໌
2019.11.04
f-cliff-blasting ໂຮງ​ງານ​ຊີ​ມັງຈີນ ລະ​ເບີດ​ຫິນ ຢູ່​ເມືອງ​ນ້ຳ​ບາກ ເຮັດ​ໃຫ້ຊາວ​ບ້ານ​ເສັຽ​ຊີ​ວິດ ແລະ ໄດ້​ຮັບ​ບາດ​ເຈັບ (ວັນ​ທີ 5 ຕຸ​ລາ 2019)
​ຮູບ​ພາບ: ນັກ​ຂ່າວ ພົ​ລ​ເມືອງ

ປະຊາຊົນ 50 ຄອບຄົວ ຢູ່ບ້ານໂພນມະນີ, ເມືອງນ້ຳບາກ ແຂວງຫຼວງພຣະບາງ ທີ່ເຮືອນເປ່ເພ ຈາກການຣະເບີດຫິນ ໄດ້ຮັບຄ່າຊົດເຊີຍ ຈາກຄອບຄົວຂອງ ທ້າວ ລາວເຈົ່າ, ເຊິ່ງເປັນຜູ້ຮັບຜິດຊອບ ໃນການຣະເບີດຫິນນັ້ນແລ້ວ, ອີງຕາມຄວາມເວົ້າຂອງ ເຈົ້າໜ້າທີ່ເມືອງ ນ້ຳບາກ ທ່ານນຶ່ງ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 1 ພຶສຈິກາ ວ່າ:

“ທາງການນີ້ເຂົາປ່ອຍເມັຽອອກມາ ແລ່ນເຣື້ອງເບັ້ຽເຣື້ອງເງິນນີ້ນະ ໄປຊົດເຊີຍໃຫ້ເຂົາ 50 ປາຍຄອບຄົວ ແລ້ວ. ຊົດເຊີຍໄປຫັ້ນ ປະມານ 300 ປາຍລ້ານກີບແລ້ວ. ເຂົາໄປຖອນເງິນຫຼາຍກະບໍ່ໄດ້ ທະນາຄານ ບໍ່ອະນຸຍາດໃຫ້.”

ຊາວບ້ານໄດ້ຮັບຜົລກະທົບ ທັງໝົດ ປະມານ 90 ຄອບຄົວ, ອີງຕາມການຣາຍງານໂຕເລຂ ຫຼ້າສຸດຈາກທາງການ ແຂວງຫຼວງພຣະບາງ ແລະ ຈຳນວນເງິນທີ່ຈະຕ້ອງຊົດເຊີຍ ໃຫ້ຊາວບ້ານ ທັງໝົດ ປະມານ 1 ຕື້ ກີບ. ເຈົ້າໜ້າທີ່ເມືອງນ້ຳບາກ ໄດ້ຣາຍງານວ່າ ມາເຖິງ ປະຈຸບັນ, ຊາວບ້ານ 23 ຄົນ ທີ່ໄດ້ຮັບບາດເຈັບນັ້ນ, ສາມາດໄປເຮັດວຽກໄດ້ແລ້ວ. ສ່ວນວ່າ ທ້າວ ລາວເຈົ່າ ຜູ້ທີ່ຮັບຜິດຊອບ ເຣື້ອງນີ້, ຍັງຖືກເຈົ້າໜ້າທີ່ ກັກໂຕໄວ້ຢູ່.

ນອກຈາກນີ້, ໂຮງງານຜລິຕຊີມັງລາວ ຈຳກັດ ກໍຈະໃຫ້ການຊ່ວຍເຫຼືອ ເພີ້ມຕື່ມ ດ້ວຍການຟື້ນຟູເນື້ອທີ່ ພາຍໃນບ້ານບ້ານໂພນມະນີ ທີ່ໄດ້ ຮັບຄວາມເສັຽຫາຍ ຈາກເຫດຣະເບີດ. ການຣະເບີດຜາຫີນ ເກີດຂຶ້ນ ໃນວັນທີ 5 ຕຸລາ ທີ່ຜ່ານມາ, ເຮັດໃຫ້ມີຜູ້ເສັຽ ຊີວິຕຄາທີ່ 1 ຄົນ ແລະ ໄດ້ຮັບບາດເຈັບ 23 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.