ນ້ຳຖ້ວມນະຄອນຫຼວງ ກະທັນຫັນ

ພູວົງສ໌
2019.08.21
f-flood-vt ນ້ຳຖ້ວມ ນະຄອນຫຼວງວຽງຈັນ ກະທັນຫັນ
RFA

ໃນຕອນເຊົ້າຂອງວັນພຸດ ວັນທີ 21 ສິງຫາ ນີ້, ຫຼາຍພື້ນທີ່ໃນຂອບເຂດ ນະຄອນຫຼວງວຽງຈັນ ປະສົພກັບເຫຕການນ້ຳຖ້ວມ ຢ່າງກະທັນຫັນ ຫຼື ນ້ຳຣະບາຍບໍ່ທັນ ພາຍຫຼັງທີ່ຝົນຕົກໜັກ ຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງຕລອດຄ່ຳຄືນ ຂອງວັນທີ 20 ຕໍ່ໃສ່ ຕອນເຊົ້າຂອງວັນທີ 21 ເຮັດໃຫ້ນ້ຳໄດ້ຖ້ວມບ້ານເຮືອນ ປະຊາຊົນເປັນບໍຣິເວນກວ້າງ.

ການສັນຈອນໃນຕອນເຊົ້າ ຫຼືໃນເວລາເລັ່ງດ່ວນ ທີ່ຜູ້ຄົນໄປລ້າມາການ ແມ່ນເປັນໄປຢ່າງຍາກລຳບາກ ແລະບາງພື້ນທີ່ ຣົດຈັກແມ່ນບໍ່ ສາມາດ ສັນຈອນໄດ້ ຍ້ອນນ້ຳຖ້ວມສູງພຽງແອວ ແລະ ຕ້ອງໄດ້ລົງຈູງຣົດເອົາ ຫຼື ຈອດຖ້າໃຫ້ນ້ຳຣະບາຍລົງຮ່ອງກ່ອນ ຈຶ່ງຈະໄປໄດ້. ດັ່ງຊາວບ້ານໃນເຂດນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ສິງຫາ ນີ້ວ່າ:

“ມີຫຼາຍບ້ານເຕີບຢູ່ ມັນຖ້ວມມັນຝົນໝົດຄືນນ່າ ນ້ຳຣະບາຍບໍ່ທັນ. ມື້ນີ້ຕາມສະພາບເດີມຫັ້ນແຫຼະ ນ້ຳຖ້ວມແດ່ ມັນກະທາງສັນຈອນກະ ມັນທາງຣະບາຍນ້ຳມັນ ຊ່ວງນີ້ເຂົາຕັ້ງເຮືອນຕັ້ງຫຍັງແດ່ກະບໍ່. ຮ່ອງຫັ້ນນ່າຮ່ອງ ເຂົາເຮັດຮ່ອງນ້ອຍ ມັນກະເຮັດໃຫ້ ນ້ຳໄຫຼລົງຊ້າແດ່. ກະຈຸດໜັກໆກະແມ່ນ ໄຟແດງທາດຫຼວງຄືເຫັນໆ ນຳກັນຫັ້ນແຫຼະ. ທໍ່ຣະບາຍມັນຕັນເບາະ ຫຼືວ່າແນວໃດກະບໍ່ເຂົ້າໃຈ.”

ພະນັກງານໃນຮ້ານຄ້າຂອງນັກລົງທຶນຈີນ ນາງນຶ່ງ ກໍໄດ້ກ່າວໃນທຳນອງດຽວກັນວ່າ ນ້ຳໄດ້ຖ້ວມແຮງຫຼາຍ ເຮັດໃຫ້ເຄື່ອງຂອງໃນຮ້ານ ເສັຽຫາຍ ຈຳນວນນຶ່ງ ແລະ ການສັນຈອນເປັນໄປດ້ວຍຄວາມຫຍຸ້ງຍາກ ຕລອດຕອນເຊົ້າ.

“ຕອນເຊົ້າຖ້ວມຈົນເຂົ້າມາຈົນຮອດຮ້ານພີ້ນ່າ ທາງຮ້ານຊັ້ນລຸ່ມປຽກໝົດເລີຍ. ມື້ເຊົ້າຕິດຫຼາຍ ຕິດຕັ້ງແຕ່ເທິງໂຮງໝໍ 150 ຕຽງ ຈົນກາຍ ແບບນີ້ໄປເລີຍ. ແຕ່ວ່າເວລາເຮົາມາວຽກປະມານຢູ່ທີ່ 8 ໂມງຍັງ ມັນຈະເຫັນນ້ຳຢູ່ໃນນີ້ໝົດເລີຍ ເພາະວ່າພວກເຮົາ ກະສູງປະມານນີ້ແລ້ວ ແລ້ວມັນຖ້ວມຮອດໃນພີ້ນ່າ. ເຄື່ອງເຮັດວຽກມັນກະປຽກໝົດເລີຍຊັ້ນລຸ່ມ. ຫຼາຍໆ ຣົດຈັກຕ່ຳ ເກືອບວ່າໄປບໍ່ໄດ້ເລີຍ.”

ເຊັ່ນດຽວກັນກັບອາສາສມັກກູ້ພັຍທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນ້ຳຖ້ວມຂັງມື້ເຊົ້ານີ້ ຖືວ່າຮ້າຍແຮງຫຼາຍ ທີ່ສຸດ ໃນຮອບຫຼາຍປີ. ເຮັດໃຫ້ເສັ້ນທາງຕັ້ງແຕ່ 3 ແຍກຊ້າງສາມຫົວ ໄປເຖິງສນາມບິນວັດຕັຍ ແມ່ນຖ້ວມໜັກ ແລະ ຣົດຕິດຂັດຫຼາຍ.

“ຖືວ່າຮ້າຍແຮງຫຼາຍເດີ້ອ້າຍ ຝົນຕົກໜັກລະນ້ຳຖ້ວມ, ຖ້ວມແຖວສີໃຄ ສີໃຄ ທົ່ງກະຖ້ວມ. ຕອນກາງຄືນຫັ້ນ ນ້ຳຫຼິບກົງຣົດ. ຖນົນ 13 ເໜືອນີ້ແຫຼະຕິດຫຼາຍນ່າອ້າຍ ຊ້າງສາມຫົວໄປສນາມບິນນີ້, ແຖວໜ້າໂຮງຮຽນສີໃຄກະຖ້ວມ. ທາງແຕ່ 3 ແຍກສີໃຄ ຈົນໄປຮອດ ຊ້າງ ສາມຫົວນ່າ ຖືວ່າຖ້ວມໝົດເລີຍ. ຕິດຂັດຫຼາຍ ຣົດຕິດ ມັນກະຄ່ອຍໆໄປຫັ້ນແຫຼະ.”

ໃນຂນະດຽວກັນແມ່ຄ້າຮ້ານຂາຍປີ້ງຫູໝູ ເຂດເມືອງສີໂຄຕະບອງ ບ້ານຂຸນຕາ, ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ ນ້ຳຖ້ວມກະທັນ ມື້ນີ້ຖືວ່າຮ້າຍແຮງຫຼາຍ ໃນຮອບ 20-30 ທີ່ນາງໄດ້ມາອາໃສ ຢູ່ເຂດນີ້:

“ໂດຍແຮງ ແຮງຫຼາຍ. ມັນມາແບບຊົ່ວໂມງດຽວ ເອົາຫຍັງກະບໍ່ທັນເລີຍນ່າ. ເຂົ້າໄປ ເຮືອນເຮົາກະເຂົ້າ ບໍ່ເຄີຍເປັນຈັກເທື່ອ ປຸກມານີ້ 20-30 ປີບໍ່ເຄີຍເປັນ ໜັກແທ້ໜັກວ່າປີນີ້ນ່າ. ເອົາຫຍັງບໍ່ທັນ ເກືອບໄຟຟ້າຊ໊ອດນ່າ, ຍັງວ່າ. ແຖວນີ້ຖ້ວມໝົດ ຟາກນັ້ນ ແຮ່ງໜັກກວ່າ ເຮົາອີກໄດ໋ຫັ້ນ ຟາກເບື້ອງຮ່ອມເຮືອນໃນບ້ານຫັ້ນນ່າ ຂຸນຕາ ຮ່ອມປີ້ງຈີນ ລະກະຮ່ອມໃນບ້ານຫັ້ນນ່າ. ຝົນນີ້ເຣີ້ມແຕ່ 12 ໂມງກາງຄືນ, ແຕ່ວ່າໜັກໜ້າແຮງໆລະແມ່ນ 3 ໂມງເຊົ້າ, ຖ້ວມເລີຍ, ເຂົ້າບາດດຽວເລີຍ. ຮ່ອງມັນຣະບາຍບໍ່ທັນນ່າ. ເຄື່ອງຂອງກະໄດ້ຢຸ່ສ່ວນນຶ່ງ, ສ່ວນນຶ່ງກະປຽກໄປນຳນ້ຳ ໄຫຼໄປກັບນ້ຳ ຍັງຊ່ວງນັ້ນຍັງນອນເນາະ ກຳລັງນອນມ່ວນເດຕອນນັ້ນນ່າ. ລະມາເບິ່ງອີກເທື່ອ 1 ເຄື່ອງຟູ ອູ່ງລູ່ງ-ອ່າງລ່າງ.”

ຕໍ່ບັນຫາດັ່ງກ່າວ ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາພາກສ່ວນຄຸ້ມຄອງ ແລະ ບໍຣິຫານຕົວເມືອງ ນະຄອນຫຼວງວຽງຈັນ, ແຕ່ ເຈົ້າໜ້າທີ່ກໍໄດ້ກ່າວພຽງສັ້ນໆວ່າ ພາກສ່ວນກ່ຽວຂ້ອງກຳລັງຄົ້ນຄວ້າ ແລະ ແກ້ໄຂບັນຫານີ້ຢູ່.

ທັງໝົດນັ້ນ, ແມ່ນຫຼາກຫຼາຍສຽງສະທ້ອນ ພາຍຫຼັງທີ່ເກີດເຫຕການນ້ຳຖ້ວມກະທັນຫັນ ໃນຂອບເຂດນະຄອນຫຼວງວຽງຈັນ ທີ່ຮຸນແຮງທີ່ສຸດ ໃນຮອບຫຼາຍປີ, ເຊິ່ງຫຼາຍຄົນກໍອ້າງວ່າ ເປັນຍ້ອນຮ່ອງຣະບາຍນ້ຳນ້ອຍໂພດ ບໍ່ສາມາດຣະບາຍນ້ຳໄດ້ທັນ. ບາງຄົນກໍໂທສວ່າ ເປັນຍ້ອນມີ ຂີ້ເຫຍື້ອຕິດຄ້າງຕາມຮ່ອງຣະບາຍນ້ຳຈຳນວນຫຼາຍ ແລະ ຂາດການອະນາໄມຢ່າງເປັນປະຈຳ ຈຶ່ງເຮັດໃຫ້ຂອບເຂດນະຄອນຫຼວງວຽງຈັນ ມັກເກີດເຫຕນ້ຳຖ້ວມກະທັນຫັນຊ້ຳຊາກມາໄດ້ຫຼາຍປີແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.